ຄົນໃນກອງຖ່າຍທຳ

Posted on December 22, 2013, under ການຖ່າຍທຳ.

One man crew

ເວລາເຫັນກອງຖ່າຍບາງກອງເຂົາໄປຖ່າຍທຳ ແລ້ວໃຊ້ຄົນຫຼາຍໆ ຮູ້ສຶກວ່າມັນແປກໆ ຄືເອົາຊື່ໆເລີຍແມ່ນມັນເປືອງ ເພາະຄົນຫຼາຍ ກິນຫຼາຍໃຊ້ຫຼາຍ ລົດກໍຫຼາຍຂຶ້ນ ແຕ່ຄຸນນະພາບວຽງມັນຫຼາຍຂຶ້ນຕາມຈຳນວນຄົນຈົນເຫັນໄດ້ຊັດເຈນບໍ່? ກໍບໍ່ ຄົນນ່ະຫຼາຍຂຶ້ນແທ້ ແຕ່ໜ້າວຽກທີ່ແລ້ວໆ ອອກມາເປັນຊິ້ນເປັນອັນ ມັນພັດວ່າບໍ່ໂດດໄປຕາມຈຳນວນຄົນ
ໃນຄວາມເປັນຈິງແລ້ວ ການອອກກອງຖ່າຍ ຄວນວາງແຜນໃຫ້ຮັດກຸມ ໃຜເຮັດໜ້າທີ່ໃດ ຈຳເປັນບໍ່ທີ່ຕ້ອງໃຊ້ຄົນເພີ່ມ ແລ້ວຄົນທີ່ມີຢູ່ແລ້ວເຮັດແທນໄດ້ບໍ່ ເຊິ່ງບາງກອງກໍບໍ່ຄິດແບບນັ້ນຢາກຈັດເຕັມ ຢາກໃຫ້ມັນຄືວ່າມີຄົນຫຼາຍໆ ຈະໄດ້ເບິ່ງເທ່ ເບິ່ງແລ້ວຄັກເວີ່ຍ ລູກຄ້າມາເຫັນກໍເບົາໃຈວ່າ ເອີ ໜ້າຈະອອກມາດີ
ໜ້າວຽກໂຕຈິງອີ່ຫລີໃນກອງຖ່າຍ ຖ້າເຮັດກັນເປັນແທ້ໆ ມັນໃຊ້ຄົນບໍ່ຫຼາຍກໍໄດ້ ໂດຍສະເພາະບ້ານເຮົາທີ່ກຳລັງຊື້ມັນຍັງບໍ່ສູງ ໃຊ້ຄົນຫຼາຍໄປກໍເປືອງລ້າໆ ເພາະໄປຢືນເບິ່ງກັນ ບາງທີກໍງົງຊ້ຳວ່າ ອັນນີ້ແມ່ນໃຜຄວນເຮັດ

ສະນັ້ນ ໄປເຮັດວຽກ ຕ້ອງໄປຄົນດຽວ ແຕ່ເຮັດເປັນທີມ… ເຮີ້ຍ ບໍ່ແມ່ນແລ້ວ =_=

ໄປເຮັດວຽກ ຕ້ອງຊ່ວຍກັນເຮັດເປັນທີມ ວຽກຈຶ່ງອອກມາດີ ຊັ້ນລະວາາາ