ເບິ່ງ The Floating Castle (のぼうの城) ຈົບ ເປັນໜັງທີ່ມ່ວນໃຊ້ໄດ້ ເນື້ອຫາເວົ້າເຖິງຍຸກສະໄໝ Sengoku ຊ່ວງປີ 1582 ເມື່ອກອງທັບຂອງ Toyotomi Hideyoshi (豊臣 秀吉) ປະກາດສົງຄາມຕີເອົາຜາສາດໄປທົ່ວແຜ່ນດິນ ຈົນມາຮອດຜາສາດ Oshi (ປັດຈຸບັນຕັ້ງຢູ່ແຂວງ Musashi) ເຊິ່ງໃນເວລານັ້ນນຳທັບໂດຍ Narita Nagachika ໃຊ້ຈຳນວນທະຫານພຽງ 500 ຄົນສູ້ກັບກອງທັບຂອງ Hideyoshi ທີ່ນຳທັບໂດຍ Ishida Mitsunari (石田 三成) ແລະມີຈຳນວນພົນເຖິງ 20,000 ຄົນ
(Spoil) ສົງຄາມດຳເນີນໄປໂດຍທີ່ຝ່າຍ Oshi ສາມາດຕ້ານຢູ່ໄດ້ເປັນໄລຍະເວລາດົນພໍສົມຄວນ ຈົນ Mitsunari ຕັດສິນໃຈໃຊ້ການໂຈມຕີດ້ວຍນ້ຳເພື່ອຈົບເສິກຄັ້ງນີ້ໃຫ້ໄວທີ່ສຸດ ແຕ່ກໍບໍ່ສາມາດເຮັດໄດ້ຕາມປະສົງ ແລະເມື່ອນ້ຳລົງແລ້ວ ກໍຈຳຕ້ອງໄດ້ສູ້ກັນອີກຄັ້ງ ແຕ່ປາກົດວ່າ Odawara (小田原城) ເຊິ່ງເປັນຜາສາດຫຼັກນັ້ນຍອມປະລາໄຊໄປກ່ອນແລ້ວ (Oshi ເປັນຜາສາດຮອງ ຖ້າຜາສາດຫຼັກຍອມກ່ອນ ຕົນກໍຕ້ອງຍອມເປີດປະຕູເມືອງຕາມ) ເຮັດໃຫ້ Nagachika ຕ້ອງຍອມເປີດປະຕູເມືອງໄປໂດຍບໍ່ສາມາດຂັດຂືນໄດ້
ການຕໍ່ສູ້ຕ້ານກອງກຳລັງທີ່ມີຂະໜາດໃຫຍ່ກວ່າເຖິງ 1 ຕໍ່ 40 ຂອງ Oshi ນັ້ນເປັນທີ່ເລົ່າຂານກັນຕໍ່ມາໃນຄວາມກ້າຫານ ແລະໄຫວພິບໃນການເຮັດເສິກສົງຄາມ ແລະເປັນຜາສາດສຸດທ້າຍໃນຈຳນວນຜາສາດທັງໝົດ ທີ່ຂຶ້ນຕໍ່ Odawara ທີ່ຍອມເປີດປະຕູເມືອງ.
ສ່ວນໂຕແລ້ວເຫັນວ່າເປັນໜັງທີ່ເລົ່າເລື່ອງໄດ້ສວຍງາມ ແລະມີສະເໜ່ຫຼາຍທີ່ສຸດເລື່ອງນຶ່ງເທົ່າທີ່ເຄີຍເບິ່ງມາ
ເນື້ອຫາເວົ້າເຖິງຊາຍເຖົ້າຜູ່ຈັດການປະມູນສິນລະປະເກົ່າແກ່ ໄດ້ຮັບການຂໍຮ້ອງໃຫ້ໄປປະເມີນລາຄາເຄື່ອງເກົ່າໃນເຮືອນຫຼັງນຶ່ງ ແຕ່ເຈົ້າຂອງຊັບສິນເຫຼົ່ານັ້ນບໍ່ສາມາດໃຫ້ເຫັນໂຕໄດ້ດ້ວຍເຫດຜົນບາງຢ່າງ. ໂຕໜັງຄ່ອຍໆ ເລົ່າແລະຄາຍປົມປິດສະໜາໄປເລື້ອຍໆ ພ້ອມທັງຄວາມຜູກພັນຂອງຮັກລະຕ່າງໄວທີ່ກໍ່ເກີດຂຶ້ນເທື່ອລະນ້ອຍ ບວກກັບຄວາມໄວ້ໃຈທີ່ຄ່ອຍໆ ເພີ່ມຂຶ້ນ ຈົນເປັນເຫດໃຫ້ສອງໂຕລະຄອນໄດ້ຮັກກັນ ແຕ່ຖ້າມັນຈົບງ່າຍໆແບບນັ້ນ ກໍຄົງຈະບໍ່ຕ້ອງເຮັດໜັງໃຫ້ເບິ່ງໃຫ້ເສຍເວລາ ແລະຈະເປັນແນວໃດ ກໍຂໍໃຫ້ໄປເບິ່ງກັນເອົາ ຖ້າໃຜມັກໜັງແນວ romantic mystery film ຮັບຮອງວ່າຖືກໃຈ!
ມັກຄຳເວົ້ານຶ່ງໃນໜັງວ່າ “Living with a woman is like taking part in an auction sale. You never know if yours will be the best offer.”
ຢ່າງໃດກໍຕາມ ເຖິງວ່າໜັງຈະດີຖືກໃຈຜູ່ຂຽນ ແຕ່ໃນແງ່ຂອງການທຳລາຍໄດ້ ແລະຄະແນນວິຈານແລ້ວ ຖືວ່າບໍ່ປະສົບຄວາມສຳເລັດປານໃດ. ໜ້າເສຍດາຍ.
VIDEO
ເບິ່ງໜັງນີ້ແລ້ວ ປະທັບໃຈ! Painted Skin
http://www.youtube.com/watch?v=CrhNQXX2XTg&feature=player_embedded
ໃກ້ເຂົ້າມາແລ້ວກັບໜັງ IP MAN ພາກ 2 ເຊິ່ງເຫດການຕໍ່ເນື່ອງມາຈາກ IP MAN ພາກທຳອິດ ເຫດການແມ່ນຫຼັງຈາກທີ່ທ່ານອາຈານຕ້ອງເດີນທາງເຂົ້າສູ່ເມືອງໃຫຍ່ ເປີດສຳນັກ ແລະເຈິກັບອຸປະສັກນານັບປະການ ຫວັງວ່າຈະໄດ້ເບິ່ງໄວໆ -.-‘
Posts navigation
my life, thoughts, ideas, and random stuff… since 2007