tmux ສຳລັບການເຮັດໃຫ້ຄຳສັ່ງເຮັດວຽກຕໍ່ໄດ້ໄປເມື່ອອກຈາກ session

ກ່ອນໜ້ານີ້ມີບັນຫານຶ່ງເວລາເຊື່ອມຕໍ່ ssh ແມ່ນຖ້າເຮົາອອກຈາກ session ແລ້ວຄຳສັ່ງກໍຈະຫຼຸດ ຫຼືບໍ່ຕໍ່ໃຫ້ບໍ່ຫຼຸດກໍມັກຈະຖືກຕັດໂດຍ hangup signal ຂອງລະບົບ ກໍເລີຍໄປຊອກຫາວິທີມາ ປາກົດວ່າມີຫຼາຍໂປຣແກຣມທີ່ຊ່ວຍໄດ້ ບໍ່ວ່າຈະເປັນ screen, nohup ແລ້ວກໍ tmux ໂດຍໂຕ tmux ເປັນໂຕທີ່ມີຄົນແນະນຳໃຫ້ໃຊ້ຫຼາຍ

ວິທີການກໍບໍ່ຍາກ ສາມາດໂຫຼດມາໄດ້ຈາກ tmux.github.io ຫຼື yum install tmux ຈາກລະບົບເລີຍກໍໄດ້ຖ້າມີ repo ຢູ່ແລ້ວ

ສຳລັບວິທີໃຊ້ກໍງ່າຍໆ ເລີຍ ຈະມີຄຳສັ່ງຢູ່ບໍ່ເທົ່າໃດຄຳສັ່ງທີ່ໃຊ້ເລື້ອຍໆ ກໍຄື

  • tmux — ເປີດໃຊ້ tmux ໂດຍໂປຣແກຣມຈະສ້າງ session ຂຶ້ນມາເອງເລີຍ ເມື່ອເຂົ້າໄປໃນ tmux ແລ້ວຫາກຕ້ອງການອອກ ໃຫ້ກົດ Ctrl + B ຈາກນັ້ນກົດ D ກໍຈະອອກມາ
  • tmux ls — ຫຼັງຈາກອອກມາຈາກ tmux ແລ້ວເຮົາສາມາດກວດເບິ່ງໄດ້ວ່າຕອນນີ້ມີຈັກ session ໃນ tmux ໂດຍໃຊ້ຄຳສັ່ງນີ້ ຈະເຫັນເປັນລາຍຊື່ອອກມາ
  • tmux kill-session -t — ຫາກວ່າເຮົາຕ້ອງການລຶບ session ໃດນຶ່ງ ໃຫ້ເຮົາພິມ ​tmux kill-session -t ຕາມດ້ວຍໝາຍເລກຂອງ session ເຊັ່ນ tmux kill-session -t 0 ກໍຈະເປັນການລຶບ session 0 ອອກໄປຈາກລະບົບ
  • tmux attach — ຫາກເຮົາຕ້ອງການກັບເຂົ້າໄປໃຊ້ session ໃດນຶ່ງທີ່ສ້າງປະໄວ້ ກໍໃຫ້ພິມ tmux attach ຈາກນັ້ນ tmux ຈະພາເຮົາກັບໄປ session ທີ່ເປີດໄວ້
  • tmux attach -t session_name — ຫາກເຮົາມີຫຼາຍ session ເປີດໄວ້ ແລະຕ້ອງການກັບເຂົ້າໄປໂຕໃດນຶ່ງເຈາະຈົງ ກໍພິມ tmux attach -t ຕາມດ້ວຍຊື່ ຫຼືໝາຍເລກຂອງ session

ຄຳສັ່ງອື່ນໆ ເພີ່ມເຕີມສາມາດເບິ່ງໄດ້ຈາກ http://www.dayid.org/os/notes/tm.html

ການຂໍ VISA ຍີ່ປຸ່ນສຳລັບຄົນລາວ

ມື້ນີ້ໄດ້ມີໂອກາດໄປເຮັດ VISA ທ່ອງທ່ຽວສຳລັບຄົນລາວເພື່ອໄປປະເທດຍີ່ປຸ່ນ ກໍເລີຍເກັບລາຍລະອຽດມາບັນທຶກໄວ້ ເພື່ອຈະເປັນປະໂຫຍດກັບຜູ່ຜ່ານມາອ່ານໃນໂອກາດຕໍ່ໄປ

ຂໍ້ມູນສ່ວນໃຫຍ່ສຳລັບການຂໍວິຊ່າຍີ່ປຸ່ນນັ້ນ ສາມາດເບິ່ງໄດ້ທີ່ເວັບໄຊສະຖານທີ່ຍີ່ປຸ່ນປະຈຳປະເທດລາວທີ່ http://www.la.emb-japan.go.jp/

ໂດຍຫຼັກແລ້ວຈະມີວິຊ່າຢູ່ 3 ປະເພດຄື:

  1. ຢ້ຽມຢາມພີ່ນ້ອງ
  2. ຢ້ຽມຢາມຄົນຮູ້ຈັກ-ທ່ອງທ່ຽວ
  3. ວຽກທຸລະກິດໄລຍະສັ້ນ ແລະອື່ນໆ

ສຳລັບວິຊ່າທີ່ໄປຍື່ນໃນຄັ້ງນີ້ແມ່ນປະເພດທີສອງ ກໍຄືວິຊ່າສຳລັບທ່ອງທ່ຽວ

Continue reading ການຂໍ VISA ຍີ່ປຸ່ນສຳລັບຄົນລາວ

Champa Muang Lao’s Frequent flyer program

Frequent flyer program ຂອງ Lao Airlines ເປີດໃຫ້ສະມັກຜ່ານໜ້າເວັບແລ້ວໃນຊື່ Champa Muang Lao (ອັນທີ່ຈິງກ່ອນໜ້ານີ້ເປີດໂຕມາຕັ້ງແຕ່ປີ 2014) ລະບົບສະມາຊິກມີສອງແບບ 1) Silver ກັບ 2) Gold ເຊິ່ງກໍບໍ່ຮູ້ທັງສອງແບບຕ່າງກັນແນວໃດເພາະໃນເວັບບໍ່ລະບຸ 555

ການໄດ້ບັດ Silver ຂອງ CML ແມ່ນຕ້ອງນັ່ງຖ້ຽວບິນໃດກໍໄດ້ທີ່ມີສິດສະສົມໄມລ໌ກໍຄື Booking class: C, D, Z, O, Y, E, W, V, S, M, K, N, T, G, X, B, L, Q, H ເຊິ່ງແຕ່ລະ class ຈະໄດ້ຄະແນນຫຼາຍໜ້ອຍແຕກຕ່າງກັນໄປ ລາຍລະອຽດເບິ່ງໄດ້ໃນຕາຕາລາງ http://cml.laoairlines.com/…/Introdu…/tabId/156/Default.aspx (ຫຼາຍສຸດແມ່ນ 2 ເທົ່າເມື່ອບິນດ້ວຍ Business class ລະຫັດ C ກັບ D)

ສ່ວນຈຳນວນໄມລ໌ໃນເສັ້ນທາງຕ່າງໆ ແມ່ນມີລະບຸໃນ http://cml.laoairlines.com/…/Howtoea…/tabId/170/Default.aspx ໂຕຢ່າງແມ່ນ ວຽງຈັນ-ຫຼວງພະບາງ 135 ໄມລ໌ ແລະຫຼາຍສຸດແມ່ນເສັ້ນທາງລະຫວ່າງປະເທດ ວຽງຈັນ-ອິນຊອນ (ICN – Incheon International Airport) 1968 ໄມລ໌

ການໄດ້ບັດ Gold ແມ່ນຕ້ອງບິນໃຫ້ໄດ້ 10,000 ໄມລ໌ ຫຼື 20 segments ໃນຮອບ 12 ເດືອນ

ສຸດທ້າຍ ການແລກໃຊ້ໄມລ໌ທີ່ສະສົມມາສາມາດໃຊ້ເພື່ອ 1) ຊື້ບັດຖ້ຽວບິນຟຣີ 2) ອັບເກຣດບ່ອນນັ່ງ ແລະ 3) ເພີ່ມນ້ຳໜັກກະເປົາເດີນທາງ ທັງໝົດນີ້ອ່ານໄດ້ເພີ່ມເຕີມຈາກhttp://cml.laoairlines.com/…/GetFree…/tabId/165/Default.aspx

ທ້າຍສຸດ ກໍຍັງບໍ່ຮູ້ວ່າ Silver vs. Gold ແຕກຕ່າງກັນແນວໃດ ເພາະໃນເວັບບໍ່ໄດ້ບອກ =_=?

ປ.ລ. ລອງເບິ່ງລາຄາປີ້ຂອງ Lao Airlines ແລ້ວ ໄປກັບ LPQ-BKK-LPQ ບຸກຄິງຄລາສ V (Full Economy Fare) ລາຄາ $355.80 ທຽບກັບ Bangkok Air ໄປກັບຄືກັນລາຄາມີແຕ່ $272.80 ແບບນີ້ຄືຊິໄດ້ບິນສາຍການບິນປະເທດຂ້າງຄຽງຕໍ່ໄປ…

ບັນຫາຫຍຸ້ງຍາກຂອງທະນາຄານຮ່ວມພັດທະນາກັບການໃຊ້ບັດເດບິດ

ມື້ເຊົ້າໄປທະນາຄານຮ່ວມພັດທະນາສາຂາແຂວງຫຼວງພະບາງ ພິມໃບສະເຕດເມັນອອກມາ (ເສຍເງິນ 20,000 ກີບນຳ -“-) ແລ້ວເຫັນມີການເຄື່ອນໄຫວບັນຊີ 4 ລາຍການທີ່ບໍ່ຮັບຮູ້ໃນຕົ້ນເດືອນ 12 ກໍເລີຍແຈ້ງໄປ ເຂົາເຈົ້າບອກຊິກວດສອບແລ້ວໂທຫາ
ຜ່ານໄປ 30 ນາທີ ໂທມາບອກວ່າເປັນການຮຽກເກັບທີ່ຖືກຕ້ອງແລ້ວ ກໍທັກທ້ວງໄປວ່າບໍ່ແມ່ນ ຂ້ອຍບໍ່ໄດ້ໃຊ້ ຂ້ອຍໃຊ້ແຕ່ລາຍການດຽວ ແຕ່ເຂົາເກັບມາ 5 ລາຍການ ມັນບໍ່ຖືກ ທາງທະນາຄານກໍໃຫ້ໄປຖາມເອົານຳເວັບໄຊ ບອກວ່າລະບົບກວດສອບແມ່ນຖືກແລ້ວ ໂອຍ ເນາະ ກໍຍັງວ່າບໍ່ໄດ້ອະນຸມັດໃຫ້ຫັກເງິນ
ກໍເລີຍບອກໄປວ່າ ຖ້າຮູ້ທັນທີຕັ້ງແຕ່ມື້ທີ່ເຂົາຫັກເງິນກໍຊິໂທຫາຕັ້ງແມ່ນມື້ນັ້ນ ແຕ່ອັນນີ້ລະບົບຂອງ JDB ຂີ້ກາກແຮງ ບໍ່ມີແຈ້ງເຕືອນຫຍັງເລີຍ ຄິດເບິ່ງຖ້າໃຜເອົາບັດເຮົາໄປໃຊ້ໂລເລ ກວ່າເຮົາຊິຮູ້ກໍແມ່ນຕອນໄປອັບເດດປຶ້ມ ເງິນກໍໄປຮອດໃສລະ ທາງພະນັກງານ JDB ກໍບອກວ່າ ທຳມະດາຈະມີແຈ້ງໄປທາງອີເມວທຸກວັນທີ 9 (ຫຼື 29 ຟັງບໍ່ຄັກ) ກ່ຽວກັບຍອດການນຳໃຊ້ໃນແຕ່ລະເດືອນ ກໍເລີຍຖາມວ່າ ແລ້ວຂ້ອຍຄືບໍ່ຮູ້ ມັນໃຊ້ແນວໃດ?

ພະນັກງານກໍຕອບວ່າ ເບິ່ງໃນເວັບໄຊ JDB ໄດ້ເລີຍ ກໍເລີຍບອກໄປວ່າ ເບິ່ງແລ້ວ! ເບິ່ງມື້ວານນີ້ ມັນບໍ່ມີ! ອິນເຕີເນັດແບ້ງຄິງກໍໃຊ້ບໍ່ໄດ້ຈົນປານນີ້ (ເຄີຍຖາມໄປເທື່ອນຶ່ງ 1 ປີກ່ອນ) ເຂົາກໍຢືນຢັນວ່າມີໆໆໆ ລອງເຂົ້າໄປເບິ່ງ ຮ່ວຍ! ກໍຍັງວ່າເຂົ້າໄປແລ້ວບໍ່ມີຂໍ້ມູນ T_T
ຕັດສາກໄປ 3 ຊົ່ວໂມງຫຼັງຈາກນັ້ນ ກັບມາເຮືອນ ໂທຫາສາຍດ່ວນ JDB ເບີ 1499 ຢູ່ວຽງຈັນ ເຂົາກໍບອກວ່າ ໂອ… ອັນສົ່ງອີເມວ statement ລາຍງານທຸກເດືອນຫັ້ນ ມີແຕ່ຂອງບັດ Credit ບັດ Debit ບໍ່ມີ ແລ້ວສ່ວນ Internet Banking ກໍຍັງໃຊ້ບໍ່ໄດ້ ແນະ! ເວົ້າຄົນລະຢ່າງກັນ ສະຫຼຸບລະແນວໃດເຮົາກໍບໍ່ມີທາງຮູ້ເວລາມີຄົນໃຊ້ບັດເຮົາ ແລ້ວຄວາມປອດໄພມັນຢູ່ໃສ T_T
ມື້ນີ້ກໍເລີຍໄປຖອນເງິນອອກມາໝົດ ປະໄວ້ເຝົ້າບັນຊີໜ້ອຍທີ່ສຸດເທົ່າທີ່ລະບົບໃຫ້ໜ້ອຍໄດ້ ບໍ່ໄຫວ ຄວາມປອດໄພບໍ່ມີແບບນີ້ ໂອຍ ເນາະ ພະນັກງານສາຂາຢູ່ຫຼວງພະບາງຍັງເວົ້າອີກວ່າ “ຖ້າເຂົາເອົາບັດອ້າຍໄປໃຊ້ໄດ້ກໍແປວ່າເຂົາຮູ້ລະຫັດແຫລະ” ເຮົາຟັງແລ້ວກໍງົງ ອ່າວ… ບໍ່ຊັ້ນເຂົາຊິເອີ້ນວ່າລັກເອົາບັດໄປໃຊ້ບໍນ້ອງ 555 ໂອຍ ເນາະ ບັນຫາກໍຄື ທະນາຄານບໍ່ມີລະບົບແຈ້ງເຕືອນເມື່ອມີການເຄື່ອນໄຫວບັນຊີ ເຮັດໃຫ້ຖ້າຄົນອື່ນ ຫຼືມີຮ້ານຄ້າທີ່ມີຂໍ້ມູນບັດເຮົາ ສາມາດເອົາບັດເຮົາໄປໃຊ້ ໂດຍທີ່ເຮົາບໍ່ຮູ້ໄດ້!

ຫຼ້າສຸດ ສາຂາຫຼວງພະບາງໂທມາໃຫ້ໄປສາຂາເພື່ອເຮັດໃບທັກທ້ວງປະຕິເສດການຮຽກເກັບເງິນ ດຽວຈັກໜ່ອຍເຂົ້າໄປໃໝ່ ເຫີ້… ຊິໃຊ້ສະເພາະ BCEL ຢ່າງດຽວກໍຢ້ານມີບັນຫາເງິນເດືອນບໍ່ເຂົ້າແບບເກົ່າອີກ (ຕອນນັ້ນມີບັນຫາໂອນເງິນມາ 15 ມື້ບໍ່ໄດ້ຮັບ ເພາະ BCEL ຍົກເລີກສັນຍາກັບ JP Morgan ເຮັດໃຫ້ເງິນບໍ່ເຂົ້າ ກວ່າຊິຮູ້ກໍຜ່ານໄປ 10 ມື້ ຖ້າອີກ 5 ມື້ໃຫ້ດຳເນີນການສົ່ງມາໃໝ່ ຄິດເບິ່ງຖ້າດົນໂຄດດດດ ບໍ່ມີໃຜໂທມາບອກອີກ ໄດ້ນຳເອົາ 555 ມັນຕ້ອງຈັ່ງຊີ້ຕາມເພິ່ນວ່າ ຢາກໄດ້ຫຍັງເຮັດເອົາ! 55)

my life, thoughts, ideas, and random stuff… since 2007