画皮MV(周迅 陈坤版)
Posted on August 13, 2011, under Movies.
ເບິ່ງໜັງນີ້ແລ້ວ ປະທັບໃຈ! Painted Skin
Life is simple, its just not easy.
ຊ່ວງນີ້ເມົາໆ ນຳເລື່ອງບໍ່ເປັນເລື່ອງ ຮ້ານເຂົ້າມັນໄກ່ກໍຊິປິດລະ ຕ້ອງກັບໄປຫຼວງພະບາງໄປສົ່ງເມຍ ແລ້ວກັບມາເຮັດວຽກຕໍ່ ວຽກກໍຄ້າງຢູ່ຫຼາຍອັນ ເວັບກໍແຮງຫຼາຍອັນບໍ່ໄດ້ອັບເດດ ແຕ່ມື້ນີ້ກໍໄປອັບເດດ blog.au8ust.com ຈັກໜ່ອຍໃນໂພສກ່ຽວກັບ mv ທີ່ເຮັດອາທິດກ່ອນໆ.
ຖ້າທຸກຢ່າງມັນງ່າຍ ມັນກໍຄືຊິດີ ແຕ່ຖ້າຊີວິດນີ້ມີແຕ່ເລື່ອງງ່າຍໆ ແລ້ວມັນຊິຍາກບ່ອນໃດລະ
ວິທີປ່ຽນນາມສະກຸນໄຟລ໌ໃນ Linux ເທື່ອລະຫຼາຍໆ
ໄປເຫັນວິທີເຮັດມາຈາກກະທູ້ນຶ່ງໃນ Unix.com ໃຊ້ງ່າຍດີ
ອັນທີ່ຈິງມັນມີວິທີແບບງ່າຍໆ ແມ່ນ ພິມ for x in *.old; do mv “$x” “${x%.old}.new“; done ບ່ອນ old ແມ່ນນາມສະກຸນເກົ່າ ແລ້ວກໍ new ແມ່ນນາມສະກຸນໃໝ່ ແຕ່ບັນຫາແມ່ນ ມັນໃຊ້ໄດ້ສະເພາະໄຟລ໌ໃນ directory ທີ່ກຳລັງເປີດເທົ່ານັ້ນ ບໍ່ສາມາດປ່ຽນພວກໄຟລ໌ທີ່ຢູ່ໃນໂຟນເດີຍ່ອຍໄດ້.
ວິທີທີສອງ ສາມາດປ່ຽນໄດ້ທັງໃນໂຟນເດີຍ່ອຍນຳ:
ທຳອິດ ຊອກຫາໄຟລ໌ກ່ອນ ພິມ find . -type f -name “*.ext“ ບ່ອນ ext ແມ່ນນາມສະກຸນທີ່ຈະຊອກ
ທົດລອງໃຫ້ປ່ຽນຊື່ ພິມ find . -type f -name “*.ext” | xargs -i echo ‘{}’ ‘{}’_disable ບ່ອນ ext ແມ່ນນາມສະກຸນ ສ່ວນ _disable ເປັນຊື່ທີ່ຈະຂຽນຕໍ່ຈາກນາມສະກຸນເກົ່າ
ຖ້າເບິ່ງແລ້ວທຸກຢ່າງລົງໂຕ ກໍຈັດການພິມ find . -type f -name “*.ext” | xargs -t -i mv ‘{}’ ‘{}’_disable ກໍເປັນອັນຈົບພິທີ




