Archive for 'ຝອຍໃຫ້ຟັງ'

『Annchirisu』 in: How to Look Korean.

Posted on June 14, 2009, under ຝອຍໃຫ້ຟັງ.

ທຳອິດເບິ່ງວິດີໂອຂອງນຸ່ຍ ແລ້ວໄປເບິ່ງຕໍ່ໃນ youtube ເຫັນມີອັນນີ້ນຳ ເຫີ ໆ

IQ test

Posted on June 11, 2009, under ຝອຍໃຫ້ຟັງ.

IQ Test

http://www.highiqsociety.org/iq_tests/

ຕາມນັ້ນ -_-‘

half-a-year check

Posted on June 6, 2009, under ຝອຍໃຫ້ຟັງ.

google adsense check

ປະສົບການກັບ DHL

Posted on June 4, 2009, under ຝອຍໃຫ້ຟັງ.

ດັ່ງທີ່ຮູ້ວ່າ ຂ້າພະເຈົ້າມັກຈະໄດ້ຮັບເຄື່ອງຈາກຕ່າງປະເທດຢູ່ເລື້ອຍ ໆ ບໍ່ວ່າຈະເປັນຈົດໝາຍ, ເຄື່ອງຝາກ, ສິນຄ້າ, ຫຼືແມ່ນແຕ່ check ຈາກ Google ເປັນຕົ້ນ. ບໍລິການສົ່ງທີ່ມັກໃຊ້ກໍຈະມີຕັ້ງແຕ່ USPS, Parcelforce, UPS, DHL, Fedex, ຫຼືແມ່ນແຕ່ EMS ແລະສົ່ງແບບທຳມະດາ ດັ່ງນັ້ນຈຶ່ງມີປະສົບການກັບບໍລິສັດຕ່າງ ໆ ຫຼາຍ ມື້ນີ້ມາເວົ້າເຖິງ DHL

ຄວາມຈິງໄດ້ຮັບເຄື່ອງຈາກ DHL ຫຼາຍຄັ້ງຫຼາຍຄາວ ສ່ວນຫຼາຍຈະເປັນ check ຂອງ Google ເພາະຖ້າໃຫ້ສົ່ງມາແບບທຳມະດາມັນຈະໃຊ້ເວລາເປັນເດືອນ ກໍໃກ້ໝົດອາຍຸ ໄປຂຶ້ນເງິນຍາກ ທະນາຄານບໍ່ຮັບ ຈຶ່ງໃຫ້ສົ່ງດ່ວນມາທາງ DHL ໃຊ້ເວລາບໍ່ຮອດອາທິດກໍຮອດແລ້ວ ສະດວກ ວ່ອງໄວ ຄຸນນະພາບດີ ແຕ່ລາຄາແພງ.

ມື້ນີ້ໄດ້ຮັບໂທລະສັບຈາກ DHL ໂທມາຖາມວ່າ ເບີຄົນຊື່ .. ແມ່ນບໍ່ ຕອບວ່າ ແມ່ນ ແລ້ວກໍບອກວ່າ ມີເຄື່ອງສົ່ງມາທາງ DHL ເປັນຈົດໝາຍສົ່ງມາຈາກ … ຕອນນີ້ເຈົ້າຢູ່ບ່ອນນັ້ນບ່ອນນີ້ບໍ ຊິໃຫ້ຕົວແທນໄປສົ່ງໃຫ້ມື້ນີ້ເດີ ແລ້ວກໍວາງສາຍຢ່າງສຸພາບ … ບໍ່ໄດ້ຖາມຄ່າໃຊ້ຈ່າຍເພີ່ມເຕີມໃດ ໆ ອີກ ບໍ່ຄືບາງບໍລິສັດ.

PayPal ບັນຊີຄົນລາວ

Posted on May 17, 2009, under ຝອຍໃຫ້ຟັງ.

ມັກຈະມີຄົນຖາມຂ້າພະເຈົ້າຢູ່ເປັນອາຈິນກ່ຽວກັບການເປີດໃຊ້ບັນຊີ PayPal. ຜູ່ໃຊ້ອິນເຕີເນັດບາງທ່ານໃນລາວ ຢາກຈະມີບັນຊີ PayPal ໃຊ້ເພື່ອຮັບແລະໂອນເງິນ ແຕ່ບັນຫາກໍຄື ບໍ່ຊ່າງຊິເຮັດ ເນື່ອງຈາກ PayPal ນັ້ນຍັງບໍ່ເປັນທີ່ນິຍົມໃນປະເທດລາວພໍປານໃດ ດ້ວຍຂໍ້ຈຳກັດຕ່າງ ໆ ດັ່ງເຊັ່ນທີ່ກຳລັງຈະຂຽນຕໍ່ໄປນີ້.

ທ່ານທີ່ສະໝັກ PayPal ໂດຍລະບຸເປັນບັນຊີ Laos ນັ້ນ ຫຼັງຈາກສະໝັກສະມາຊິກແລ້ວ ຢືນຢັນອີເມລແລ້ວ ຈະເຫຼືອແຈ້ງເຕືອນຢ່າງນຶ່ງຄື ການເພີ່ມບັນຊີທະນາຄານ ເຊິ່ງຂັ້ນຕອນນີ້ເມື່ອດຳເນີນການແລ້ວປາກົດວ່າ ຈະມີພຽງ U.S. bank account ໃຫ້ເລືອກເທົ່ານັ້ນ ບໍ່ມີ local bank account ກໍຄືບັນຊີທະນາຄານລາວໃຫ້ເພີ່ມແຕ່ຢ່າງໃດ.

ເມື່ອສອບຖາມໄປຫາທາງຜູ່ໃຫ້ບໍລິການແລ້ວ ກໍໄດ້ຕຳຕອບດັ່ງນີ້:

You would like to clarify how to add your local bank account, right?

We are sorry that currently PayPal only supports for ‘send money’
function in Laos. The funds receiving or withdrawal functions are not
available so far. That’s why when you try to add your local bank
account, only find no place to add it in.

Now we are trying to expand and improve our services for Laos customers.
But due to the complexities of global finance, we cannot give a
timetable for this expansion.

I sincerely apologize for the inconvenience caused you. And thank you
for choosing PayPal as well.

I sincerely apologize for the inconvenience caused you.

If you need any other further assistance, please do not hesitate to
contact us.

It is my pleasure to assist you. Thank you for choosing PayPal.

Sincerely,
Amy
PayPal, an eBay Company

ເມື່ອຂ້າພະເຈົ້າຈະປູກດອກບົວ ຕອນທີ່ ໑

Posted on April 12, 2009, under ຝອຍໃຫ້ຟັງ.

ຕາມນັ້ນ 😉

ງົງຕົວເອງ

Posted on March 8, 2009, under ຝອຍໃຫ້ຟັງ.

ບາງທີກໍ່ສັບສົນ ງົງກັບຕົວເອງ ຈັກຊິເຮັດເລື່ອງອັນນັ້ນອັນນີ້ອັນພຸ້ນອັນພີ້ໄປຫາວິມານລິງຫຍັງ ໃນເມື່ອຮູ້ ໆ ຢູ່ວ່າມັນບໍ່ມີຫຍັງ ເຮັດໄປກໍ່ບໍ່ໄດ້ປະໂຫຍດຫຍັງຂຶ້ນມາ ບາງທີກໍ່ລຳຄານຕົວເອງຊ້ຳ ເຮົາລຳຄານຕົວເອງບໍ່ພໍ ຄົນອື່ນກໍ່ລຳຄານເຮົານຳ ເລື່ອງແມ່ຫຍັງຊິໄປເຮັດເລື່ອງບໍ່ເປັນເລື່ອງໃນຖານະທີ່ບໍ່ຄວນຈະເຮັດ ເຮັດຫາວິມານລິງຫຍັງວະ ງົງຕົວເອງ

ເອີ ເປັນບ້າແທ້ ໆ ສົມພໍຄູບານອາຈານເພິ່ນສອນວ່າ ຢູ່ຄົນດຽວໃຫ້ລະວັງຄວາມຄິດ ຢູ່ຮ່ວມມິດໃຫ້ລະວັງວາຈາ ແມ່ນຄວາມເພິ່ນ

ກຽມຍ້າຍໄປ Ubuntu #໓

Posted on January 24, 2009, under ຝອຍໃຫ້ຟັງ.

ສືບເນື່ອງຈາກເລື່ອງທີ່ຈະຍ້າຍໄປໃຊ້ Ubuntu (ຕອນທີ່ ແລະ ) ກ່ຽວກັບ Firefox ຕອນນີ້ຄຶດວ່າ ອາດຈະບໍ່ຍ້າຍຂໍ້ມູນໃຫ້ຫຍຸ້ງຍາກຫຼາຍ

  • Bookmarks ໃຊ້ Foxmarks ເກັບໄວ້ແລ້ວຄ່ອຍ Sync ມາໃນພາຍຫຼັງ
  • Cookies & History ເສຍດາຍເລັກນ້ອຍເຖິງປານກາງ ແຕ່ຢ່າມັນເທາະ
  • Addons ອັນນີ້ຕ້ອງລົງໃໝ່ ເຊິ່ງປະກອບດ້ວຍ…
    • ColorZilla
    • Firebug
    • Flashblock
    • Foxmarks
    • Google Gears
    • MeasureIt
    • QuickRestart
    • Screen grab!
    • SearchStatus
    • TinEye
    • TwitterFox
    • Web Developer

ມື້ເຊົ້າລອງ Juanty alpha 3 ແລ້ວ ປະກົດວ່າ ມີບັນຫາການເຂົ້າເຖິງ NTSF partition ທີ່ມີຢູ່ ແຕ່ວ່າ ເລື່ອງ VGA ແມ່ນຜ່ານຮຽບຮ້ອຍ ດີກວ່າ 8.10 ອີກ ເຫີ ໆ ສ່ວນ Atheros AR5007EG ນັ້ນໃຊ້ບໍ່ໄດ້ຕາມຄາດ

ຢາດີເຈັບທ້ອງ

Posted on January 22, 2009, under ບ້ານເມືອງ, ຝອຍໃຫ້ຟັງ.

ຢາດີເຈັບທ້ອງ ຜົງນ້ຳຕານເກືອແຮ່

ໃນສູດຕຳລັບ ໑ ຊອງປະກອບດ້ວຍຕົວຢາສາມັນຄື

  • Sodium Chloride 0.875 g.
  • Sodium Bicarbonate 0.625 g.
  • Potassium Chloride 0.375 g.
  • Glucose – Anhydrous 5.000 g.

ຫຼືໃນສູດຕຳລັບ ໑ ຊອງປະກອບດ້ວຍຕົວຢາສຳຄັນຄື

  • Sodium Chloride 0.875 g.
  • Trisodium Citrate Dihydrate 0.725 g.
  • Potassium Chloride 0.375 g.
  • Glucose Anhydrous 5.000 g.

ສັບພະຄຸນ ແມ່ນທົດແທນການເສຍນ້ຳໃນຜູ້ປ່ວຍທີ່ມີອາການເຈັບທ້ອງຖ່າຍ ຫຼືໃນອາການທີ່ອາຈຽນຫຼາຍ ໆ ແລະປ້ອງກັນການຊັອກເນື່ອງຈາກຮ່າງກາຍຂາດນ້ຳ

ວິທີໃຊ້ ເທຢາທັງຊອງລະລາຍລົງໃນນ້ຳສະອາດ ເຊັ່ນ ນ້ຳຕົ້ມສຸກທີ່ເຢັນແລ້ວປະມານ ໒໕໐ ມິລີລີດ ຫຼືປະມານ ໑ ແກ້ວ ໃຫ້ດື່ມຫຼາຍ ໆ ເມື່ອອາການດີຂຶ້ນ ຖ້າຍັງຖ່າຍຢູ່ອີກ ໃຫ້ດື່ມຫຼາຍຂຶ້ນຕື່ ຖ້າອາຈຽນ ໃຫ້ດື່ມເທື່ອລະນ້ອຍແຕ່ດື່ມເລື້ອຍ ໆ

ຂະໜາດການນຳໃຊ້ ເດັກອາຍຸນ້ອຍກວ່າ ໒ ປີ ໃຫ້ດື່ມສານລະລາຍເກືອແຮ່ປະມານ ໑ ແກ້ວ ຕໍ່ການຖ່າຍທ້ອງ ໑ ຄັ້ງ ຫຼືຕາມຄວາມກະຫາຍຂອງຜູ້ປ່ວຍ

ເດັກອ່ອນ ອາຍຸເຖິງ ໒ ປີ ໃຫ້ດື່ມເທື່ອລະໜ້ອຍ ສະລັບກັບນ້ຳລ້າປະມານ ໓ ຊອງຫຼືຫຼາຍພໍທີ່ຜູ້ປ່ວຍຕ້ອງການຈົນກວ່າອາການຈະດີຂຶ້ນ

ຄຳເຕືອນ ໑. ຫາກເປັນໂລກຫົວໃຈ ຄວນປຶກສາແພດກ່ອນໃຊ້ ໒. ຖ້າມີອາການອາຈຽນຫຼາຍ ເຫື່ອອອກ ຕົວເຢັນ ຫຼືໝົດສະຕິ ຄວນນຳຜູ້ປ່ວຍສົ່ງໂຮງພະຍາບານໂດຍດ່ວນ

ຂໍ້ມູນຈາກ ສະມາຄົມຮ້ານຂາຍຢາໄທ

ຊີວິດ..

Posted on January 9, 2009, under ຝອຍໃຫ້ຟັງ.

ມັນຕ້ອງເດີນໜ້າຕໍ່ໄປ : )