The Best Offer

ຂຽນເມື່ອ January 6, 2014, ໃນຫມວດ ຮູບເງົາ.

ສ່ວນໂຕແລ້ວເຫັນວ່າເປັນໜັງທີ່ເລົ່າເລື່ອງໄດ້ສວຍງາມ ແລະມີສະເໜ່ຫຼາຍທີ່ສຸດເລື່ອງນຶ່ງເທົ່າທີ່ເຄີຍເບິ່ງມາ

ເນື້ອຫາເວົ້າເຖິງຊາຍເຖົ້າຜູ່ຈັດການປະມູນສິນລະປະເກົ່າແກ່ ໄດ້ຮັບການຂໍຮ້ອງໃຫ້ໄປປະເມີນລາຄາເຄື່ອງເກົ່າໃນເຮືອນຫຼັງນຶ່ງ ແຕ່ເຈົ້າຂອງຊັບສິນເຫຼົ່ານັ້ນບໍ່ສາມາດໃຫ້ເຫັນໂຕໄດ້ດ້ວຍເຫດຜົນບາງຢ່າງ. ໂຕໜັງຄ່ອຍໆ ເລົ່າແລະຄາຍປົມປິດສະໜາໄປເລື້ອຍໆ ພ້ອມທັງຄວາມຜູກພັນຂອງຮັກລະຕ່າງໄວທີ່ກໍ່ເກີດຂຶ້ນເທື່ອລະນ້ອຍ ບວກກັບຄວາມໄວ້ໃຈທີ່ຄ່ອຍໆ ເພີ່ມຂຶ້ນ ຈົນເປັນເຫດໃຫ້ສອງໂຕລະຄອນໄດ້ຮັກກັນ ແຕ່ຖ້າມັນຈົບງ່າຍໆແບບນັ້ນ ກໍຄົງຈະບໍ່ຕ້ອງເຮັດໜັງໃຫ້ເບິ່ງໃຫ້ເສຍເວລາ ແລະຈະເປັນແນວໃດ ກໍຂໍໃຫ້ໄປເບິ່ງກັນເອົາ ຖ້າໃຜມັກໜັງແນວ romantic mystery film ຮັບຮອງວ່າຖືກໃຈ!

ມັກຄຳເວົ້ານຶ່ງໃນໜັງວ່າ “Living with a woman is like taking part in an auction sale. You never know if yours will be the best offer.”

ຢ່າງໃດກໍຕາມ ເຖິງວ່າໜັງຈະດີຖືກໃຈຜູ່ຂຽນ ແຕ່ໃນແງ່ຂອງການທຳລາຍໄດ້ ແລະຄະແນນວິຈານແລ້ວ ຖືວ່າບໍ່ປະສົບຄວາມສຳເລັດປານໃດ. ໜ້າເສຍດາຍ.

ຂຽນຄຳເຫັນ

Enter the code shown in the image:

*

code