ເມື່ອຂ້າພະເຈົ້າຕື່ນມາແລ້ວພົບວ່າ…!!!

ຂຽນເມື່ອ August 6, 2007, ໃນຫມວດ ຝອຍໃຫ້ຟັງ.

ມີເລື່ອງແປກປະຫລາດຈະເລົ່າໃຫ້ຟັງ ບໍ່ມີຄົນຟັງກໍ່ຢ່າ ຢາກເລົ່າ ເລື່ອງມັນມີຢູ່ວ່າ ມື້ຄືນນີ້ນອນຫລັບ ປົກກະຕິກໍ່ນອນຕຽງພັບ ເຊິ່ງຕຽງພັບມັນຈະພໍດີຄົນນອນໄດ້ຄົນຫນຶ່ງ ບໍ່ສາມາດພິກໄປມາຫລາຍໄດ້ ນອນ ໆ ໄປໃກ້ແຈ້ງກໍ່ຝັນວ່າໄປມີເລື່ອງກັບໃຜບໍ່ຈັກ ແຕ່ວ່າມີຄວາມຄຽດແຄ້ນຊິງຊັງເກີດຂຶ້ນພາຍໃນຈິດຫລາຍ ພະຍາຍາມໄປເຮັດບໍ່ດີໃຫ້ເຂົາເຈົ້າ

ດີແຕ່ວ່າໃນຝັນນັ້ນຄົນຮັກຂ້າພະເຈົ້າໄດ້ຫ້າມໄວ້ ບອກວ່າຢ່າໄປເຮັດໃຫ້ເຂົາເຈົ້າເລີຍ ຂ້າພະເຈົ້າໄດ້ສະຕິຄືນມາຈຶ່ງຢຸດ…

ຫາກແຕ່ວ່າ!!! ພໍເມື່ອລຸກຂຶ້ນມາແລ້ວ ຂ້າພະເຈົ້າຫລຽວເບິ່ງໂມງທີ່ຕິດຢູ່ຝາເຮືອນ ປະກົດວ່າ ຂະນະນັ້ນເປັນເວລາ 5:20​ ແລະທີ່ຍິ່ງໄປກວ່ານັ້ນຄື ຂ້າພະເຈົ້ານອນກັບຫົວ!!! ຕອນນອນທຳອິດຂ້າພະເຈົ້ານອນເອົາຫົວປິ່ນໄປທາງໂມງ ແຕ່ພໍຕື່ນຂຶ້ນມາກັບກາຍເປັນວ່າ ຕີນຂ້າພະເຈົ້າປິ່ນໄປທາງໂມງແທນ…!!!

ໂອ…​ສະຫຍອງ…

ຂຽນຄຳເຫັນ

*

code