021 219425

ຂຽນເມື່ອ March 5, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ.

ມື້ຄືນນີ້ ຂະນະທີ່ກຳລັງຫລິ້ນເນັດມັນ ໆ​… ປະກົດວ່າ ເນັດຫລຸດ…!! ເລີຍຄິດວ່າ ສົງໄສເປັນນຳຄອນເນັດມາດົນໂພດ ເລີຍຫລຸດໄປຊື່ ໆ (ປະມານ 17 ຊົ່ວໂມງຕໍ່ເນື່ອງ –ແຕ່ເຄີຍຕໍ່ເກີນ 30 ຊົ່ວໂມງຕໍ່ເນື່ອງ) ເລີຍຣີຄອນເນັດໃຫມ່ ມັນຂຶ້ນ Busy… -_-)//

ຕໍ່ອີກສອງສາມຄັ້ງບໍ່ຕິດ ກໍ່ໄປນອນເສັຍ

ຕື່ນມາຫົກໂມງເຊົ້າ ມາຕໍ່ອີກ ກໍ່ບໍ່ຕິດອີກ ເລີຍຖ້າຈົນຮອດປະມານໃກ້ ໆ​ 9 ໂມງ ໂທໄປ 021 219425 ເປັນເບີສອບຖາມກ່ຽວກັບອິນເຕີເນັດຂອງລາວໂທລະຄົມ ໂທໄປຕອນທຳອິດບໍ່ມີໃຜຮັບ ໂທໄປເທື່ອທີ່ສອງຜູ້ຍິງຮັບ ເວົ້າບໍ່ສຸພາບເທົ່າ 101 (ສົງໄສເງິນເດືອນຫນ້ອຍກວ່າ 😛 )

ຫລັງຈາກຖາມ username ຮຽບຮ້ອຍ ເພິ່ນກໍ່ບອກວ່າ ບໍ່ມີບັນຫາ… ອ້າວ!! ບໍ່ມີບັນຫາແລ້ວມັນມີຕັນຫາຫວາຊັ້ນນ່າ ຫ້າ ຫ້າ ຫ້າ+ ເອີ້… ເວົ້າແປກ ຈາກນັ້ນກໍ່ບອກໄປວ່າ ມັນໃຊ້ບໍ່ໄດ້ ມັນຕໍ່ບໍ່ຕິດ ຕໍ່ແລ້ວຟ້ອງວ່າລະຫັດ ຫລືຊື່ບໍ່ຖືກຕ້ອງ ເອື້ອຍເພິ່ນເລີຍບອກ ໃຫ້ລອງໃຊ່ຊື່ໃສ່ລະຫັດໃຫມ່ຄືນເບິ່ງ ກໍ່ບອກໄປວ່າລອງແລ້ວບໍ່ໄດ້ ເພິ່ນເລີຍບອກ ອີກຈັກຫນ່ອຍໃຫ້ລອງໃຫມ່…

ຈັກຫນ່ອຍຜ່ານໄປ ກໍ່ມາລອງຕໍ່ອີກ ກໍ່ບໍ່ໄດ້ອີກ ກໍ່ໂທໄປອີກ ເທື່ອນີ້ຜູ້ຊາຍຮັບ ເວົ້າ (ເກືອບ) ດີ ລາວຖາມຫາລະຫັດພ້ອມ ກໍ່ນັ່ງ spell password ກັນຜ່ານໂທລະສັບ ກວ່າຊິເຂົ້າໃຈກໍ່ກິນເວລາໄປຫລາຍນາທີ -.-

ຈາກນັ້ນກໍ່ໃຫ້ຖືສາຍຖ້າ ແລ້ວກໍ່ໄປເຄາະ keyboard ສອງສາມນາທີກັບມາ ບອກອີກ 5 ນາທີລອງໃຫມ່ ແລ້ວກໍ່ວາງສາຍ

ອີກປະມານ 5 ນາທີ ລອງໃຫມ່ ປະກົດວ່າ ໄດ້ຜົນ -_-” ເປັນເທື່ອທີ່ 3 ລະ ເວນກຳ ຈັກມັນເປັນຫຍັງ ແຕ່ລະເທື່ອກ່ອນຈະເປັນ ກໍ່ຈະມີອາການຄ້າຍ ໆ ກັນຫມົດ ຄື ເນັດຈະຫລຸດ ຈາກນັ້ນຕໍຄືນແລ້ວຈະຂຶ້ນ Busy ແລ້ວຖັດໄປ ກໍ່ຂຶ້ນ Error 691 ລະຫັດຜ່ານ ຫລືຊື່ບໍ່ຖືກ

ບໍ່ຮູ້ມັນເປັນຫຍັງຂອງມັນ ລາວໂທລະຄົມ

Technorati Tags: ລະຫັດ, ຊື່, ລາວໂທລະຄົມ, 101, 219425, Error 691, ອິນເຕີເນັດ, au8ust

ມີຄົນຂຽນຄຳເຫັນ ໑ ຄົນ to "021 219425"

gravatar

*real me » Blog Archive » ມັນເອົາອີກແລ້ວ  on March 19, 2007

[…] ຈາກນັ້ນກໍ່ເປັນແບບເກົ່າ […]

ຂຽນຄຳເຫັນ

*

code