56K ລົ່ມ!!!

ຂຽນເມື່ອ February 22, 2007, ໃນຫມວດ ຝອຍໃຫ້ຟັງ, ເທັກໂນໂລຢີ.

ໃຊ້ເນັດມາບໍ່ໄດ້ສອງສາມມື້ ເພາະວ່າ ອືດເປັນເຕົ່າຄານ ເລີຍອັບເດທຫຍັງບໍ່ໄດ້ ຕິດຕາມຂ່າວກໍ່ທັງຍາກ (ຫາຮູ້ມື້ເຊົ້າວ່າ WordPress 2.11+2.0.9 ອອກແລ້ວ Oo!) ມັນຜິດປົກກະຕິຕັ້ງແຕ່ສອງມື້ກ່ອນ ເຂົ້າເວັບຫຍັງກໍ່ຍາກ ເຂົ້າເວັບຕ່າງປະເທດ ໂຄດອືດເລີຍ ເຂົ້າໄດ້ແຕ່ laotel.com ກັບ etllao.com ເຊິ່ງມີ server ໃນລາວ ເລີຍເຂົ້າໄດ້

ສອງມື້ຕໍ່ມາ ກໍ່ຍັງເຂົ້າບໍ່ໄດ້ອີກ ນຶກສົງໄສມັນເປັນຫຍັງຂອງມັນ ໄປໃຊ້ຢູ່ຮ້ານເນັດ (ADSL 1024K) ກໍ່ຄືວ່າປົກກະຕິດີ ມື້ນີ້ເລີຍໂທໄປ 101 ຖາມເບິ່ງ ເຂົາບອກ ໃຫ້ໂທຫາເບີ… ຖືສາຍຖ້າກ່ອນ… ກໍ່ຖືສາຍຟັງເພງຖ້າ ຈັກເພງໃຜບໍ່ຈັກ ບໍ່ໄດ້ຕິດຕາມ ຮູ້ແຕ່ວ່າບໍ່ມ່ວນ – -*

ພໍສາຍຕັດກັບມາ ສາວ 101 ກໍ່ຖາມວ່າ ຢູ່ຫລວງພະບາງບໍ? ເລີຍຕອບວ່າ ແມ່ນລ່ະ ສາວເພິ່ນກໍ່ບອກວ່າ ມັນເປັນແຕ່ມື້ວານແລ້ວ (ເກືອບບອກສາວເພິ່ນວ່າ ເປັນແຕ່ມື້ກ່ອນໆ ຕ່າງຫາກ) ເຂົາກຳລັງແກ້ຢູ່ ວ່າຊັ້ນ… (- – )??

ເປັນອັນວ່າ ຕ້ອງຖ້າຕໍ່ໄປ ກະວ່າອີກມື້ສອງມື້ຫນ້າຈະໃຊ້ໄດ້ ເລີຍມາຄິດໆ ວ່າ ເອ໊ະ!! ມື້ຫນ້າເຮົາຕິດ ADSL 256K ມັນຊິບໍ່ເປັນແບບນີ້ອີກບໍ້… ເອີ.. ແຕ່ບາງທີຖ້າເອົາ au8ust.org ມາໄວ້ໃນ server ໃນລາວກໍ່ຫນ້າຈະດີ ຄົນເຂົ້າເວັບອື່ນບໍ່ໄດ້ ຕ້ອງມາເວັບເຮົາ 😛 ~

ມີຄົນຂຽນຄຳເຫັນ ໑ ຄົນ to "56K ລົ່ມ!!!"

gravatar

Shinnobi  on March 14, 2010

ເວັບ Hosting server ຢູ່ລາວ , ເຊົ່າຢູ່ໃສນະ?

ຂຽນຄຳເຫັນ

*

code