ສະຖິຕິ au8ust.org

ອັນນີ້ຂອງສະຖິຕິຂອງ Feed ໃຊ້ FeedBurner

ຮູ້ສຶກວ່າການໃຊ້ງານຈະສູງຂຶ້ນເລື້ອຍ ໆ ແຕ່ບໍ່ຫນ້າປະທັບໃຈ ( ມີລັບລົມຄົມໄນ 555+ )

ສ່ວນສະຖິຕິເວັບໄຊທ໌ຈາກ Google Analytics ອອກມາເປັນແບບນີ້… (ຄລິກເພື່ອເບິ່ງພາບໃຫຍ່)

ເປັນກຣາຟສະແດງລາຍລະອຽດໃນຊ່ວງສອງສາມເດືອນທີ່ຜ່ານມາ (ຕອນເປີດບລັອກໃຫມ່ ໆ ລືມຕິດໂຄ້ດ 555+)

ຈາກໃນຮູບ ຈະສັງເກດເຫັນວ່າ ຊ່ວງເດືອນມັງກອນ ຄົນຈະຫລາຍເປັນພິເສດ ແລະຄ່ອຍ ໆ ຫລຸດລົງມາຕາມອັດຕາການໂພສຕ໌ ທີ່ຫລຸດລົງ (ຫລັງ ໆ ຄ້ານອ່ະ + ແປຂ່າວບໍ່ອອກ ງົງ 555+)
ຜູ້ອ່ານສ່ວນໃຫຍ່ ຈະມາຈາກ blognone, technorati (ມາຈາກການຄົ້ນຫາ tag), pradt.net, google ແລະທີ່ເຫລືອ ກໍ່ເຂົ້າມາໂດຍກົງ

ໃນເດືອນມັງກອນ ມີຜູ້ຊົມ 1,539 ຄົນ ແລະ Pageviews ອີກປະມານ 3,350 ແຕ່ໃນເດືອນກຸມພາ ຕົວເລກກໍ່ຫລຸດລົງໄປເຫລືອພຽງ 1,070 ສຳຫລັບຜູ້ຊົມ (UIP) ແລະ 1,980 ສຳຫລັບ Pageviews ສ່ວນເດືອນນີ້ (ເດືອນມີນາ) ກໍ່ຮູ້ສຶກວ່າ ຈະຫລຸດລົງຢ່າງຕໍ່ເນື່ອງ

ຫວັງວ່າ au8ust.org ຈະສາມາດພິກຜັນສະຖານະການໄດ້!!

ສຸດທ້າຍນີ້ ກໍ່ຕ້ອງຂໍຂອບໃຈທຸກ ໆ ທ່ານ ທີ່ເຮັດໃຫ້ au8ust.org ມີຂຶ້ນມາ ( ແລະມີຕໍ່ໄປ ) ໄດ້ Y_Y ໂດຍສະເພາະອ້າຍ mk ທີ່ໃຫ້ໂອກາດໄດ້ສຳພາດລົງ blognone ເຮັດໃຫ້ rating ພຸ່ງສູງຂຶ້ນເປັນປະຫວັດຕິການ ແລະເຮັດໃຫ້ຄົນຮູ້ຈັກ au8ust’s tech channel ຫລາຍຂຶ້ນ… ຊາບຊຶ້ງ T_T

ອ້າຍ keng.ws ທີ່ຊ່ວຍແນະນຳ au8ust.org ໃຫ້ເປັນທີ່ຮູ້ຈັກ ( ແລະຕິດ badge ໄວ້ໃນບລັອກອີກ ^_^ )

ແລະແນ່ນອນ pradt.net ກໍ່ເຊັ່ນດຽວກັນ ຕ້ອງຂໍຂອບໃຈເຈົ້າຂອງບລັອກ ທີ່ອົດສາໂພສຕ໌ລິງຄ໌ມາບລັອກນ້ອຍ ໆ ແຫ່ງນີ້ T_T

ອ່າ… ແລະທີ່ຂາດບໍ່ໄດ້ເລີຍກໍ່ຄື ພໍ່ແມ່ພີ່ນ້ອງຊາວລາວທີ່ໃຫ້ໂອກາດແວະເຂົ້າມາອ່ານ au8ust.org ^_^)//

ສຳຫລັບລາຍຊື່ທີ່ຂາດຕົກບົກພ່ອງໄປ ຕ້ອງຂໍອະໄພເປັນຢ່າງຍິ່ງເດີ້ ~

ເອົາລ່ະ… ອີກປະມານ 2-3 ເດືອນຫນ້າຊິມາກວດກາສະຖິຕິອີກຄັ້ງຫນຶ່ງ ^_^

Technorati Tags: ສະຖິຕິ, au8ust.org, au8ust, ເວັບ, ບລັອກ, blognone, pradt.net, mk, stats, realme

ລົ້ນ

ຊ່ວງນີ້ບລັອກຫລາຍແຮງ ອັບເດທບໍ່ທັນ -_-)”

  • pasalao.wordpress.com ອັນນີ້ສອນພາສາລາວ
  • au8ust.wordpress.com ບລັອກແນະນຳກ່ຽວກັບ WordPress ແຕ່ຂຽນເປັນພາສາໄທ (ບາງທີ ອາດຈະຫາເວລາຂຽນສອງພາສາເລີຍ)
  • au8ust’s tech channel ສ່ວນບລັອກນີ້ ຂຽນເປັນບລັອກຫລັກ ໆ
  • au8ust’s spaces channel ອັນນີ້ຄ້ານຂຽນລະ ບາງເນື້ອຫາຈະຊ້ຳກັບໃນ *real me
  • au8ust’s thought channel ທຳອິດວ່າຊິຂຽນກ່ຽວກັບໄອເດັຍແປກ ໆ​ ແຕ່ຍັງບໍ່ມີເວລາເທື່ອ o_o
  • au8ust.exteen.com ເກັບໄວ້ຂຽນເລື່ອງບໍ່ເປນເລື່ອງ ( ຫລືເລື່ອງເປັນເລື່ອງ ແຕ່ມາເຮັດໃຫ້ບໍ່ເປັນເລື່ອງນັ້ນເອງ 555+ )
  • blogthetech ອັນນີ້ທົດລອງເຮັດ MFA ( Made of Adsense ) ແຕ່ບໍ່ຄ່ອຍໄດ້ຕິດຕາມ ກຳລັງຊອກວິທີຈັດການກັບມັນຢູ່ ຫລືອາດຈະຫາຄົນມາເຮັດແທນ

ຄວາມຈິງ ບລັອກສ່ຳນີ້ ຖືວ່າເທົ່າຂະຫຍິບມື ແຕ່ມັນຫນັກໃຈເພາະວ່າ

  1. ເນັດຊ້າ
  2. ຄອມຊ້າ
  3. ບໍ່ມີເວລາ
  4. ບໍ່ແມ່ນອາຊີບຫລັກ + ມີວຽກອື່ນຢູ່ແລ້ວ
  5. ແມ່ບໍ່ມັກ ( คุณแม่ไม่ปลื้ม )

Technorati Tags: ລົ້ນ, ບລັອກ. ຫລາຍເກີນ, ອັບເດທ, au8ust, pasalao, exteen, spaces, blogthetech, btt, realme

ວຽງລາວ

ມື້ນີ້ໄປຄົ້ນ ໆ ໃນ Google ລອງໃຊ້ຄຳວ່າ “ຄອມພິວເຕີ” ແລ້ວກໍ່ໄປເຫັນບລັອກນີ້ເຂົ້າ… ວຽງລາວ

ເບິ່ງຈາກວິທີການໃຊ້ສັບໃຊ້ພາສາແລ້ວ ເຂົ້າໃຈວ່າ ຫນ້າຈະເປັນລາວເກົ່າ ລອງໄປເບິ່ງ Profile ເພິ່ນຂຽນບອກວ່າ…

Location: ໂຕກຽວ : Japan

ອ່າ… ມາຈາກຢີ່ປຸ່ນນີ້ເອງ… ໃນບລັອກເພິ່ນ ກໍ່ຈະມີເລື່ອງຫນ້າສົນໃຈຢູ່ຫລາຍຢ່າງ ກ່ຽວກັບຄອມພິວເຕີ ທິບ ເທັກນິກ ແລະໂປຣແກຣມມິງ

ຫລັງ ໆ ມາເລີ່ມເຫັນຄົນລາວຂຽນບລັອກກັນຫລາຍຂຶ້ນ ແບບນີ້ມີຫວັງ LaoBlogger.com ຊິໄດ້ແຈ້ງເກີດ 😉


Technorati Tags: ວຽງລາວ, ຄອມພິວເຕີ, ບລັອກ, ໃຫມ່, ຄົນລາວ, ບລັອກລາວ, ເວັບບລັອກ, ໂຕກຽວ, ຢີ່ປຸ່ນ, au8ust

ການເຄື່ອນທີ່ຂອງຕາເວັນ

ຮູບຂອງຕາເວັນທີ່ປ່ຽນຕຳແຫນ່ງໄປເລື້ອຍ ໆ ໃນປີຫນຶ່ງ ໆ ຈາກການຖ່າຍພາບບັນທຶກໄວ້ ໂດຍຕັ້ງກ້ອງໄວ້ຈຸດດຽວ ແລ້ວຖ່າຍຈົນຄົບປີຫນຶ່ງ ຈະເຫັນວ່າ ຕຳແຫນ່ງຂອງຕາເວັນ ມີການເຄື່ອນທີ່ເປັນຮູບແປກ ໆ ໃຫ້ເຫັນຕາມພາບ

ທີ່ມາ – Haklabs

Technorati Tags: ຕາເວັນ, ການເຄື່ອນທີ່, ຕຳແຫນ່ງ, ໂຄຈອນ, sun, analemma, hidden message, au8ust

021 219425

ມື້ຄືນນີ້ ຂະນະທີ່ກຳລັງຫລິ້ນເນັດມັນ ໆ​… ປະກົດວ່າ ເນັດຫລຸດ…!! ເລີຍຄິດວ່າ ສົງໄສເປັນນຳຄອນເນັດມາດົນໂພດ ເລີຍຫລຸດໄປຊື່ ໆ (ປະມານ 17 ຊົ່ວໂມງຕໍ່ເນື່ອງ –ແຕ່ເຄີຍຕໍ່ເກີນ 30 ຊົ່ວໂມງຕໍ່ເນື່ອງ) ເລີຍຣີຄອນເນັດໃຫມ່ ມັນຂຶ້ນ Busy… -_-)//

ຕໍ່ອີກສອງສາມຄັ້ງບໍ່ຕິດ ກໍ່ໄປນອນເສັຍ

ຕື່ນມາຫົກໂມງເຊົ້າ ມາຕໍ່ອີກ ກໍ່ບໍ່ຕິດອີກ ເລີຍຖ້າຈົນຮອດປະມານໃກ້ ໆ​ 9 ໂມງ ໂທໄປ 021 219425 ເປັນເບີສອບຖາມກ່ຽວກັບອິນເຕີເນັດຂອງລາວໂທລະຄົມ ໂທໄປຕອນທຳອິດບໍ່ມີໃຜຮັບ ໂທໄປເທື່ອທີ່ສອງຜູ້ຍິງຮັບ ເວົ້າບໍ່ສຸພາບເທົ່າ 101 (ສົງໄສເງິນເດືອນຫນ້ອຍກວ່າ 😛 )

ຫລັງຈາກຖາມ username ຮຽບຮ້ອຍ ເພິ່ນກໍ່ບອກວ່າ ບໍ່ມີບັນຫາ… ອ້າວ!! ບໍ່ມີບັນຫາແລ້ວມັນມີຕັນຫາຫວາຊັ້ນນ່າ ຫ້າ ຫ້າ ຫ້າ+ ເອີ້… ເວົ້າແປກ ຈາກນັ້ນກໍ່ບອກໄປວ່າ ມັນໃຊ້ບໍ່ໄດ້ ມັນຕໍ່ບໍ່ຕິດ ຕໍ່ແລ້ວຟ້ອງວ່າລະຫັດ ຫລືຊື່ບໍ່ຖືກຕ້ອງ ເອື້ອຍເພິ່ນເລີຍບອກ ໃຫ້ລອງໃຊ່ຊື່ໃສ່ລະຫັດໃຫມ່ຄືນເບິ່ງ ກໍ່ບອກໄປວ່າລອງແລ້ວບໍ່ໄດ້ ເພິ່ນເລີຍບອກ ອີກຈັກຫນ່ອຍໃຫ້ລອງໃຫມ່…

ຈັກຫນ່ອຍຜ່ານໄປ ກໍ່ມາລອງຕໍ່ອີກ ກໍ່ບໍ່ໄດ້ອີກ ກໍ່ໂທໄປອີກ ເທື່ອນີ້ຜູ້ຊາຍຮັບ ເວົ້າ (ເກືອບ) ດີ ລາວຖາມຫາລະຫັດພ້ອມ ກໍ່ນັ່ງ spell password ກັນຜ່ານໂທລະສັບ ກວ່າຊິເຂົ້າໃຈກໍ່ກິນເວລາໄປຫລາຍນາທີ -.-

ຈາກນັ້ນກໍ່ໃຫ້ຖືສາຍຖ້າ ແລ້ວກໍ່ໄປເຄາະ keyboard ສອງສາມນາທີກັບມາ ບອກອີກ 5 ນາທີລອງໃຫມ່ ແລ້ວກໍ່ວາງສາຍ

ອີກປະມານ 5 ນາທີ ລອງໃຫມ່ ປະກົດວ່າ ໄດ້ຜົນ -_-” ເປັນເທື່ອທີ່ 3 ລະ ເວນກຳ ຈັກມັນເປັນຫຍັງ ແຕ່ລະເທື່ອກ່ອນຈະເປັນ ກໍ່ຈະມີອາການຄ້າຍ ໆ ກັນຫມົດ ຄື ເນັດຈະຫລຸດ ຈາກນັ້ນຕໍຄືນແລ້ວຈະຂຶ້ນ Busy ແລ້ວຖັດໄປ ກໍ່ຂຶ້ນ Error 691 ລະຫັດຜ່ານ ຫລືຊື່ບໍ່ຖືກ

ບໍ່ຮູ້ມັນເປັນຫຍັງຂອງມັນ ລາວໂທລະຄົມ

Technorati Tags: ລະຫັດ, ຊື່, ລາວໂທລະຄົມ, 101, 219425, Error 691, ອິນເຕີເນັດ, au8ust

my life, thoughts, ideas, and random stuff… since 2007