Why English is hard to learn
ຂຽນເມື່ອ December 26, 2013, ໃນຫມວດ ໄອເດຍ. (ອ່ານ 2,312 ຄັ້ງ)
Tags: ພາສາອັງກິດ, ອັງກິດ
Unboxing the Digital Bolex
WOW…
Tags: D-Bolex, D16, Digital Bolex
Kobori
“Kobori”
Vocal : ACHI
Concept by Kittikorn Liawsirikun & Suchada Vatanasapt
Lyrics by Yusuke Namikawa
Composed & Arranged by Vichaya Vatanasapt
Mixed & Mastered by TPSM @ TPSMSTUDIO, TH 2013
Produced by Hualampong Riddim & M39
########################################
Lyrics
今 ココロに 尋ねてみよう
Ima kokoro ni tazunete miyou
溢れてしまいそうな 想いの訳を
Afurete shimaisouna omoi no wake
鍵をかけ 閉ざしてしまおう
Kagi wo kake tozashitesimaou
もう二度と誰かを傷つけぬように
Mou nidoto dareka wo kizutsukenuyouni
(*)
理性が気持ちを 閉じ込めようとするけど
Risei ga kimochi wo tojikomeyouto surukedo
切ない夜に 私は引き裂かれる
Setsunai yoru ni watashi wa hikisakareru
どんな言葉でも表せない 迷えるココロ
Donna kotoba demo arawasenai mayoeru kokoro
たまには逃げ出してしまいそうになるけど
Tamaniwa nigedashite shimaisouninarukedo
今 この胸の内 全て 打ち明けさせて
Ima kono mune no uchi subete uchiakesasete
今はもう それさえできない
Ima wa mou soresae dekinai
悔むことさえ許されない
Kuyamu koto sae yurusarenai
真っすぐに君と 向き合う勇気ください
Massugu ni kimi to mukiau yuuki kudasai
(Repeat *)
Tags: kobori, ຄູ່ກັມ, ຄູ່ກຳ, ເນື້ອເພງ, ໂກໂບຣິ
ພົບເພື່ອລາ ມາເພື່ອຈາກ ຮັກເພື່ອພາກ ຈາກເພື່ອຈຳ
ຊ່ວງເວລາທີ່ງົດງາມ ມັນອາດບໍ່ຈຳເປັນຕ້ອງຍາວນານສະເໝີໄປ
ຫາກແມ່ນມີລົມຫາຍໃຈໃດທີ່ຄິດຫາ ແລະຍັງພາໃຫ້ມີຮອຍຍິ້ມໄດ້
ພຽງເທົ່ານັ້ນກໍຄຸ້ມຄ່າແລ້ວ ແຕ່ຄົງດີກວ່າຫາກມັນຢູ່ໃນໃຈແບບນັ້ນ
ແລະຄົງຢູ່ບໍ່ປ່ຽນແປງ ຈົນກວ່າມື້ໃດໃນຫ້ວງເວລາທີ່ຍັງບໍ່ມາຮອດ
ມື້ໃດທີ່ຈະໄດ້ສວນທາງກັນອີກຄັ້ງ ແລະຍັງມີຮອຍຍິ້ມໃຫ້ກັນບໍ່ປ່ຽນ
ຂຽນໃຫ້ໃຜຈັກຄົນນຶ່ງ ບໍ່ວ່າລາວຈະໄດ້ອ່ານຫຼືບໍ່ກໍຕາມ 🙂
ເລື່ອງຂອງເດວິດ
ອ່ານປຶ້ມ What I Wish I Knew When I Was 20 ຕອນເຊົ້າລະຫວ່າງນັ່ງຖ້າສຳພາດ VISA ອ່ານຮອດບົດທີ 4 ເຂົາເຈົ້າເວົ້າຮອດກໍລະນີສຶກສາຂອງ David Rothkopf (ປັດຈຸບັນເປັນ CEO ບໍລິສັດ Garten Rothkopf ເຮັດກ່ຽວກັບການໃຫ້ຄຳປຶກສາລະດັບນານາຊາດ) ເດວິດເປັນນັກສວຍໂອກາດໂດຍທຳມະຊາດ ບໍ່ມັກຖ້າໃຫ້ໃຜຍື່ນໂອກາດມາໃຫ້ໂຕເອງ ຢາກໄດ້ຫຍັງ ຄິດວ່າອັນໃດດີ ຄວນເຮັດ ກໍລົງມືເຮັດເອງ ບໍ່ຖ້າໃຜມາບອກ
ບໍລິສັດທຳອິດທີ່ເດວິດສ້າງຕັ້ງຂຶ້ນມີຊື່ວ່າ International Media Partners ເຊິ່ງເນັ້ນການຈັດການປະຊຸມໃຫ້ກັບບັນດາ CEO ຊັ້ນນຳຕ່າງໆ. ຄຳຖາມທີ່ຕາມມາສຳລັບບໍລິສັດຕັ້ງໃໝ່ນີ້ກໍຄື ເຮັດແນວໃດຈຶ່ງຈະໄດ້ບັນດາຜູ່ບໍລິຫານລຳດັບສູງທີ່ມີຄວາມສຳຄັນ ແລະຫາໂຕຍາກມາປະຊຸມຮ່ວມກັນໃຫ້ໄດ້. ເດວິດ ແລະໝູ່ຂອງລາວຈຶ່ງຕ້ອງສ້າງແຮງຈູງໃຈບາງຢ່າງຂຶ້ນມາ ໂດຍທີມຂອງເດວິດລົງຄວາມເຫັນກັນໃນເວລານັ້ນວ່າ ຖ້າບໍລິສັດເຮົາໄດ້ Henry Kissinger ມາເວົ້າໃນງານປະຊຸມ ກໍໍໜ້າຈະເປັນແມ່ເຫຼັກດຶງດູດທີ່ດີ (Kissinger ເປັນລັດຖະບຸລຸດ ແລະນັກລັດຖະສາດຊາວອາເມລິກາ ແຕ່ເກີດຢູ່ເຢຍລະມັນ ແລ້ວກໍເຄີຍໄດ້ຮັບຮາງວັນໂນເບວສາຂາສັນຕິພາບຕອນປີ 1973 ນຳ) ແຕ່ເຮັດແນວໃດລະ ຈຶ່ງຊິດຶງໂຕ Kissinger ມາເວົ້າໄດ້?
Tags: kissinger, ປຶ້ມ, ສາລະ, ເດວິດ
ທ້າວຄຳຢາກຖືກເລກ
ມີເລື່ອງຕະລົກແຝງຂໍ້ຄິດດີໆມາເລົ່າໃຫ້ຟັງ ດຽວຈະສະເຫຼີຍບົດຄວາມເຕັມໃຫ້ອ່ານກັນບາດນຶ່ງໃນໂພສໜ້າ
ເລື່ອງມັນມີຢູ່ວ່າ ກາລະຄັ້ງນຶ່ງດົນນານມາແລ້ວ ມີຊາຍຄົນນຶ່ງຊື່ວ່າ ທ້າວຄຳ ຊາຍຜູ່ເຊິ່ງບໍ່ປາຖະໜາສິ່ງໃດຫຼາຍໄປກວ່າຄວາມລ່ຳລວຍ ດັ່ງນັ້ນ ທຸກມື້ລາວຈຶ່ງເຂົ້າໄປທີ່ໂບດ ແລະອະຖິຖານຂໍພອນຕໍ່ພະເຈົ້າໃຫ້ລາວຖືກເລກຮາງວັນທີ 1 ຈັກເທື່ອແດ່ທ້ອນ ເຫດການກໍດຳເນີນໄປແບບນັ້ນເລື້ອຍໆ ຈາກມື້ ເປັນອາທິດ ຈາກອາທິດ ເປັນເດືອນ ຈາກເດືອນ ເປັນປີ
ແຕ່ທ້າວຄຳກໍບໍ່ເຄີຍຖືກເລກຮາງວັນທີ 1 ສົມໃຈໝາຍປອງຈັກເທື່ອ! ໃນທີ່ສຸດ ທ້າວຄຳກໍສິ້ນສຸດຄວາມອົດທົນ ລາວຈຶ່ງເຂົ້າໄປໃນໂບດ ແລ້ວເວົ້າກັບພະເຈົ້າດ້ວຍຄວາມນ້ອຍໃຈວ່າ “ພະອົງເຮັດໃຫ້ຂ້ານ້ອຍຜິດຫວັງຢ່າງທີ່ສຸດ” ທັນໃດນັ້ນ ຄວາມງຽບໃນໂບດກໍຫາຍໄປທັນທີ ເພາະພະເຈົ້າຕອບກັບມາດ້ວຍສຽງອັນດັງສະໜັ່ນຫວັ່ນໄຫວວ່າ…
“ທ້າວຄຳ!!! ເຈົ້າຕ້ອງຊ່ວຍເຮົາອີກແຮງ!!! ຢ່າງໜ້ອຍກໍຊື້ເລກຈັກໃບກ່ອນສາ!!!”
ລອງຄິດກັນເບິ່ງວ່າ ຂໍ້ຄິດໃນເລື່ອງນີ້ແມ່ນຫຍັງ
Tags: ຂໍ້ຄິດ, ຕະລົກ, ຖືກຫວຍ, ຖືກເລກ, ທ້າວຄຳ, ພະເຈົ້າ, ຫວຍ, ເລກ, ໂບດ
ການຂໍ VISA ອາເມລິກາ
UPDATE 5 ເມສາ 2014: ຕອນນີ້ວິທີການຂໍ VISA ແຕກຕ່າງໄປແລ້ວ ໂດຍສະເພາະການຈ່າຍເງິນ ແລະນັດໝາຍ ແມ່ນເຮັດຜ່ານເວັບໄຊ ustraveldocs ສຳລັບຜູ່ສົນໃຈ ໃຫ້ໄປທີ່ http://www.ustraveldocs.com/la/index.html ໄດ້ເລີຍ
ເຄີຍຂຽນເທື່ອນຶ່ງແລ້ວໃນ ປະສົບການໄປສຳພາດ VISA USA ແຕ່ມັນບໍ່ຄ່ອຍລະອຽດ ບາງຄົນອ່ານແລ້ວອາດຈະງົງ ກໍເລີຍຂຽນໃໝ່ ເພາະຮອບນີ້ໄປຂໍຮອບທີ 3 ແລ້ວ (ເພິ່ນກໍບໍ່ອະນຸມັດ long-term VISA ໃຫ້ຈັກເທື່ອ ໃຫ້ແຕ່ 3 ເດືອນຕະຫຼອດ ໄດ້ໄປຂໍໃຫມ່ປະຈຳ)
ຂັ້ນຕອນການຂໍ VISA ຈະມີ 3 ສ່ວນ:
- ການຂຽນແບບຟອມ
- ການສຳພາດ
- ການໄປຮັບ VISA (ໃນກໍລະນີທີ່ຜ່ານ)
ມາເບິ່ງກັນເລີຍວ່າເຮັດແນວໃດແດ່
Tags: usa, visa, ການເດີນທາງ, ວິຊາ, ອາເມລິກາ
ໄບ່ເລື່ອງສະຖານທູດອາເມລິກາ
ມື້ນີ້ໄປສະຖານທູດອາເມລິກາມາ ອອກບ້ານຕັ້ງແຕ່ 7:20 AM ຮອດພຸ້ນ 7:50 AM ລົດຕິດຫຼາຍ ໄປນັ່ງຖ້າປະມານ 2 ຊົ່ວໂມງປາຍຈຶ່ງຮອດຄິວເຮົາ ອັນທີ່ຈິງກໍບໍ່ແມ່ນວ່າເຂົາໄລ່ຕາມຄິວໂດຍກົງ ເພາະເຮົາໄດ້ຄິວເບີ 16 ແຕ່ອ່ານຄິວມາຮອດ 14 ລະຂ້າມໄປ 17 ແລ້ວກັບມາ 6 ແລ້ວຄ່ອຍມາ 15 ຈາກນັ້ນກໍ 16 ກໍເລີຍຮູ້ສຶກວ່າດົນເຕີບ =_=
ພໍຮອດຄິວແລ້ວກໍໄປ ກໍບໍ່ຮູ້ວ່າໄປກວນ “ຈຸດຢືນ” ຫຍັງຂອງລຸງຜູ່ສຳພາດ ຄິດວ່າຄືຊິເປັນນຳຕອນເຮັດ ten-print (ສະແກນນິ້ວມືທັງ 10) ແລ້ວເຮົາກໍຢືນຢູ່ບໍ່ເວົ້າຫຍັງ ເພາະຄິດວ່າລາວຊິຖາມເອງ ລຸງເພິ່ນກໍເລີຍເວົ້າຂຶ້ນມາວ່າ “If you don’t want to do this then we don’t have to.” ເຮົາຟັງແລ້ວກໍງົງ ອ້າວ ອີ່ຫຍັງຫວະ ກໍເລີຍຖາມວ່າ “What should I do?” ພໍເທົ່ານັ້ນລະ ກໍເລີຍຄິດອອກວ່າ ບໍ່ໄດ້ເອົາເອກະສານຫຍັງໄປນຳເລີຍ ປົກກະຕິເຂົາເຈົ້າຈະມີ VISA letter ຫຼື support letter ໄປ ແຕ່ຂອງເຮົາຂໍເອກະສານນຳບໍລິສັດບໍ່ທັນ ກໍເລີຍບໍ່ມີ ເຊິ່ງກໍບໍ່ຮູ້ຊິມີເຮັດຫຍັງ ເພາະໃນຄວາມເປັນຈິງ ເຄີຍໄປ 2 ເທື່ອແລ້ວ ໄປກໍກັບຕາມນັ້ນທຸກເທື່ອ ແຕ່ກໍຄືວ່າຫັ້ນລະ ເພິ່ນມີກົດລະບຽບຂອງເພິ່ນ ຕ້ອງເຄົາລົບກົດລະບຽບປະເທດເຂົາເຈົ້າ
Tags: usa, visa, ວິຊາ, ອາເມລິກາ, ເມກາ
ສຽງໃຜທຸບປະຕູ!!!?
ເລື່ອງມັນມີຢູ່ວ່າ ມີຄືນນຶ່ງ ຕອນນັ້ນປະມານ 3 ໂມງກາງຄືນ ກຳລັງລອງໄມ ເພາະວ່າຊິໄປຖ່າຍໜັງສັ້ນໃນເດືອນຖ
Tags: ປະຕູ, ປະສົບການ, ປັງ, ພັບ, ຫຼອນ, ເລື່ອງຜີ
ປະຕິທິນ 2014
ບໍ່ແມ່ນປະຕິທິນເຕັມໆ ເດີ ເປັນການຄັດຈ້ອນເອົາມື້ໃນປະຕິທິນມາສະແດງ ວ່າມີວັນພັກມື້ໃດແດ່ (ບາງມື້ກໍບໍ່ໄດ້ພັກ)
ຄລິກເຂົ້າໄປອ່ານກັນເລີຍ
Tags: 2014, calendar, holiday, Lao, Laos, ປະຕິທິນ, ປະຕິທິນລາວ, ວັນພັກ, ວັນພັກທາງລັດຖະການ