ບັນຫາໃນ LaoBlogger.com

ມື້ຄືນນີ້ໄປນອນແລ້ວອ້າຍເລັກເພິ່ນທັກມາໃນເອັມຯ ບອກວ່າລາວບລັອກເກີມັນຂຶ້ນ

Apache is functioning normally

ກໍ່ສົງໄສຢູ່ວ່າ ເອ໊ະ ຄືວ່າແປງເທື່ອນັ້ນລະ ຍັງກັບມາເປັນໃໝ່ອີກ ສົງໄສເປັນນຳມີບັນຫາ Datacenter ມື້ກ່ອນແນ່ນອນແບບນີ້ ກໍ່ເລີຍຕ້ອງຫາທາງແກ້ ແກ້ໄປແກ້ມາ ດຽວເຂົ້າ subdomain ໄດ້ແຕ່ domain ບໍ່ໄດ້ ດຽວເຂົ້າ domain ໄດ້ແຕ່ subdomain ບໍ່ໄດ້ອີກ ງົມແກ້ຢູ່ປະມານເກືອບຊົ່ວໂມງກໍ່ແກ້ໄດ້ ເທື່ອນີ້ຈົດ config ໄວ້ດີກວ່າ ກັນບັນຫາໃນອະນາຄົດ 🙂

Continue reading ບັນຫາໃນ LaoBlogger.com

Workaround SSL ໃນ DirectAdmin

ຫຼັງຈາກທີ່ຍ້າຍ VPS ມາເປັນ Dedicated ແລ້ວກໍ່ພົບບັນຫາກັບ Control Panel ຕົວໃໝ່ ເຊິ່ງໃຊ້ DirectAdmin ແທນ cPanel ອັນເກົ່າ ບັນຫາກໍ່ຄື ມັນບໍ່ສາມາດໃສ່ Cerification ຜ່ານ DirectAdmin ໄດ້ໂດຍກົງ ເມື່ອໃສ່ແລ້ວຈະພົບບັນຫາບາງຢ່າງ ເຊິ່ງໃນ forum ຂອງ DA ບອກວ່າ Goddady Turbo SSL ມັນຕັ້ງມັກບັນຫາ (ແຕ່ຄວາມຈິງມີບັນຫາກັບ DA ແຕ່ປາສະຈາກບັນຫາກັບ cPanel)

ຖາມໂອ້ດ ໂອ້ດບອກວ່າ ໃຫ້ແກ້ເອົາໃນ httpd.conf ໂດຍກົງ ຕອນນັ້ນກໍ່ຄິດຢູ່ວ່າໜ້າຈະລອງເບິ່ງ ອັນທີ່ຈິງກ່ອນໜ້ານີ້ກໍ່ລອງແລ້ວ ແຕ່ບໍ່ໄດ້ຜົນ ພາຍຫຼັງມາຈຶ່ງໄປກວດສອບໃນ httpd.conf ຂອງ VPS ເກົ່າທີ່ເຄີຍໃຊ້ (ໃກ້ ໆ ຈະໝົດອາຍຸ) ແລ້ວສຳເນົາມາໃສ່ໃນ httpd.conf ຂອງ Dedicated box ໃໝ່ ຫຼັງຈາກແກ້ໄຂ path ແລະ copy ໄຟລ໌ທີ່ຈຳເປັນແລ້ວ ກໍ່ຈັດການ service httpd restart ແລ້ວລອງເບິ່ງ ປະກົດວ່າ ໄດ້ຜົນ!!

ເອີ… DA ນີ້ຫຼາຍເລື່ອງດີແທ້ 🙁

ຊີວິດມັນບໍ່ໄດ້ດັ່ງໃຈຄຶດ

ຊ່ວງນີ້ຮູ້ສຶກວ່າຊີວິດມັນຢຸດສະງັກ ບໍ່ໄປບໍ່ມາ ບໍ່ຄືບໜ້າ ມີແຕ່ຊິຖອຍຫຼັງ (ເພາະຄົນອື່ນໄປທາງໜ້າໝົດ) ໂອ… ເວນກຳ ບໍ່ໜ້າເລີຍຊີວິດ… ເຮົາຕ້ອງພະຍາຍາມໃຫ້ຫຼາຍກວ່ານີ້ ເພື່ອອະນາຄົດທີ່ດີກວ່າມື້ນີ້ 🙂

ບັນຫາ 8100030d ໃນ WLM

ຫຼັງຈາກທີ່ login ໃນ WLM ບໍ່ໄດ້ມາສອງອາທິດ ໃນທີ່ສຸດກໍ່ໄດ້ຄົ້ນພົບວິທີແກ້ໄຂ ອັນທີ່ຈິງດົນມາແລ້ວເຄີຍມີບັນຫານີ້ ຕອນນັ້ນຕ້ອງໄດ້ quick fix ໂດຍການ install ວິນໂດຄືນໃໝ່ແລ້ວກໍ່ໄດ້ຜົນ ແຕ່ວ່າກໍ່ເປັນການຂີ່ສ້າງຈັບຕັກກະແຕນເກີນເຫດ

ພໍດີມື້ນີ້ສອງຫາວິທີແກ້ ແລະໃນທີ່ສຸດກໍ່ແກ້ໄດ້ຜົນ ໃຊ້ເວລາທ່ອງໄປໃນເວັບຕ່າງ ໆ ຊອກຫາຫົນທາງຮັກສາ error ນີ້ ແລະໄດ້ໄປພົບກັບ http://messenger-support…13937.entry ເຊິ່ງກໍ່ແນະນຳວິທີໄວ້ຫຼາຍພໍສົມຄວນ ແຕ່ ແຕ່ ແຕ່! ແຕ່ບໍ່ໄດ້ຜົນສຳລັບເຮົາ 🙁

ສຸດທ້າຍ ຂະນະທີ່ກຳລັງຈະໝົດຄວາມອົດທົນ ເພາະເຈັບກະເພາະ ແຕ່ພັດໄປເຫັນໃນ asksomeone.net ກະທູ້ໜຶ່ງ ເຂົາແນະນຳໃຫ້ແກ້ໄຂໂດຍການ register dll ຄືນໃໝ່ອີກຫຼາຍໂຕ (ກ່ອນໜ້ານີ້ເຮັດແລ້ວ ແຕ່ມັນບໍ່ຫຼາຍປານນີ້) ກໍ່ຈັດການເບິ່ງ ປະກົດວ່າ ໄດ້ຜົນ!

ກໍ່ຍັງບໍ່ແນ່ໃຈວ່າມັນໄດ້ຍ້ອນຂັ້ນຕອນໃດ ຫຼືອາດຈະຍ້ອນຫຼາຍ ໆ ຂັ້ນຕອນໂຮມກັນກໍ່ເປັນໄດ້ 😉

ເກືອບລືມຂຽນ ຂັ້ນຕອນສຸດທ້າຍທີ່ຊ່ວຍແກ້ບັນຫາໄດ້ຄື ຈັດການ register dll ລຸ່ມນີ້ຜ່ານ cmd

regsvr32 Dssenh.dll /s
regsvr32 Gpkcsp.dll /s
regsvr32 Slbcsp.dll /s
regsvr32 Sccbase.dll /s
regsvr32 Softpub.dll /s
regsvr32 Wintrust.dll /s
regsvr32 Initpki.dll /s
regsvr32 Rsaenh.dll /s
regsvr32 Mssip32.dll /s
regsvr32 Cryptdlg.dll /s
regsvr32 Msxml3.dll /s

ກໍ່ເປັນອັນຈົບ ສາມາດ login ໄດ້ເລີຍ 😉

ອໍ້… WLM ເຂົາອອກເວີຊັນເບຕ້າໂຕໃໝ່ແລ້ວ ອ່ານໄດ້ໃນ au8ust.org

ການໃຊ້ຄົນ

  • ຄົນສະຫຼາດ ແລະດຸໝັ່ນ ພວກນີ້ຄວນເປັນເຈົ້າຄົນນາຍຄົນ
  • ຄົນສະຫຼາດ ແຕ່ຂີ້ຄ້ານ ພວກນີ້ຄວນໃຫ້ເປັນນັກຄິດ ນັກວາງແຜນ
  • ຄົນໂງ່ ແລະຂີ້ຄ້ານ ພວກນີ້ພໍເອົາໄປເປັນແຮງງານ
  • ຄົນໂງ່ ແຕ່ດຸໝັ່ນ ພວກນີ້ຄວນຖືກກັນອອກຈາກສັງຄົມ ເພາະມັກສ້າງຄວາມວຸ້ນວາຍໃຫ້ກັບສັງຄົມ

ເປັນການແບ່ງປະເພດຄົນໂດຍທະຫານຊັ້ນຜູ້ໃຫຍ່ໃນເຢຍລະມັນ

my life, thoughts, ideas, and random stuff… since 2007