ຫຼຸດຄວາມໄວ = ຫຼຸດຄວາມສ່ຽງ

ມື້ກີ້ເບິ່ງຂ່າວມາ ເຂົາເຈົ້າເວົ້າເລື່ອງອຸປະຕິເຫດທາງລົດ ເພິ່ນບອກວ່າ:

ຄວາມໄວ 60km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 14 ແມັດຫຼືຕຶກສູງ 5 ຊັ້ນ
ຄວາມໄວ 80km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 25 ແມັດຫຼືຕຶກສູງ 8 ຊັ້ນ
ຄວາມໄວ 100km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 39 ແມັດຫຼືຕຶກສູງ 13 ຊັ້ນ
ຄວາມໄວ 120km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 56 ແມັດຫຼືຕຶກສູງ 19 ຊັ້ນ

ມະນຸດໃຊ້ເວລາ 0.75 ວິນາທີໃນການຢຽບເບຣກໄດ້ຢ່າງມີປະສິດທິພາບ ໄລຍະເວລາທີ່ເສຍໄປນີ້ເອີ້ນວ່າ “ໄລຍະເວລາຂອງປະຕິກິລິຍາຕອບສະໜອງ” ເຊິ່ງຈະປ່ຽນໄປຕາມບຸກຄົນ ຄວາມໄວລົດ ແລະຮ່າງກາຍ ຫຼືສະໝອງໃນຂະນະນັ້ນໆ (ເຊັ່ນ: ອ່ອນເພຍ, ເມື່ອຍ ຫຼືມຶນເມົາຈາກລິດຢາ ຫຼືເຫຼົ້າ) ເຮັດໃຫ້ປະສິດທິພາບການຕອບສະໜອງເສຍໄປ

ສູດຄຳນວນແມ່ນ ຄວາມໄວ + ປະຕິກິລິຍາຕອບສະໜອງຕ່ຳ (ເຫຼົ້າ, ເຫງົານອນ, ໂທລະສັບ) = ຊີວິດສັ້ນ 🙁

ສະນັ້ນ ຫຼຸດຄວາມໄວ = ຫຼຸດຄວາມສ່ຽງ

MYANMAR by Thanavorakit K.

ປະມວນພາບຈາກການເດີນທາງໄປ Nay Pwi Daw ແລະ Yangon ປະເທດມຽນມ່າ.

ພາບທຸກພາບ ຖ່າຍດ້ວຍກ້ອງ Sony NEX-3 ຊື້ມາມືສອງ $189 ກັບເລນ 18-55mm ໂຕດຽວ 😀

ເບິ່ງຮູບທັງໝົດໄດ້ໃນ Facebook ຫຼື Flickr

ຕຳນານພະອຸປະຄຸດ (ພະບົວເຂັມ)

ຢາກໂພສເລື່ອງນີ້ມາຫຼາຍມື້ລະ ແຕ່ຄາອັນອື່ນກໍເລີຍຫາກໍໄດ້ມາໂພສ

ຕຳນານພະອຸປະຄຸດ (ພະບົວເຂັມ)

ພະອຸປະຄຸດ ເປັນພະພິຂຸອົງສຳຄັນອົງນຶ່ງໃນສະໄໝພະເຈົ້າອະໂສກມະຫາລາດ ຄຳວ່າ “ອຸປະຄຸດ” ມີຄວາມໝາຍວ່າ ຄຸ້ມຄອງຮັກສາ ເປັນພະທີ່ເປັນທີ່ນິຍົມນັບຖືຂອງຊາວອິນເດຍ, ຊາວມອນ, ຊາວໄທຍວນ ແລະຊາວອີ່ສານ.

ວ່າກັນວ່າ ພະອຸປະຄຸດນັ້ນ ເປັນຜູ່ໃດມີພູມລຳເນົາເດີມມາແຕ່ໃສບໍ່ມີໃຜຮູ້ແນ່ຊັດ ຮູ້ພຽງວ່າ ທ່ານເກີດຫຼັງພະພຸດທະເຈົ້າສະເດັດດັບຂັນປຣິນິບພານໄດ້ປະມານ 200 ປີ ເມື່ອທ່ານໄດ້ບວດແລ້ວ ກໍບຳເພັງພຽນຈົນສຳເລັດເປັນພຣະອະຣະຫັນຂີນາສົບ (ຄຳວ່າ ຂີນາສົບ ມີຄວາມໝາຍວ່າ ຜູ່ສິ້ນອາສາວະແລ້ວ ໝາຍເຖິງພະຜູ່ທີ່ກຳຈັດອາສາວະຄືກິເລດໄດ້ໝົດແລ້ວທັງ 3 ຢ່າງຄື: ກາມ, ພົບ ແລະອະວິຊາ ແລະຈະບໍ່ກັບມາເກີດອີກແລ້ວຫຼັງຈາກນິບພານ) ສຳເລັດອະພິນຍາສະມາບັດຕ່າງໆ ສາມາດສະແດງອະພິນິຫານຈົນເປັນທີ່ເລົ່າລືມາຮອດທຸກມື້ນີ້

Continue reading ຕຳນານພະອຸປະຄຸດ (ພະບົວເຂັມ)

ພະເທວະທັດ

ພະເທວະທັດ ໃນສະໄໝພະພຸດທະການເປັນອ້າຍຂອງພະນາງຍະໂສທະຣາ (ພິມພາ) ພະຊາຍາຂອງເຈົ້າຊາຍສິດທັດຖະລາຊະກຸມານ ທີ່ມາເປັນພະພຸດທະເຈົ້າ ແລະເປັນລູກຂອງລູງພະພຸດທະເຈົ້າເອງ ພະເທວະທັດນັ້ນຕອມຈອງລ້າງພະພຸດທະເຈົ້າມາຫຼາຍຊາດ ອະດີດຊາດດົນນານມາແລ້ວນັ້ນ ພະເທວະທັດເປັນພໍ່ຄ້າວານິດ ມີຈິດລະໂມບທຸຈະລິດ ແລະໃນຊາດນັ້ນເອງ ພະພຸດທະອົງໄດ້ສະເຫວີຍພະຊາດເປັນພໍ່ຄ້າວານິດນຳເຊັ່ນກັນ ແຕ່ເປັນຝ່າຍສຸຈະລິດ Continue reading ພະເທວະທັດ

my life, thoughts, ideas, and random stuff… since 2007