ໄດ້ໂອກາດປ່ຽນ Theme ພ້ອມເລີຍ ຍັງຄົງຄວາມມືດມົນເຊັ່ນເດີມ 😀 ຊ່ວງນີ້ຫຍຸ້ງວຽກຫລາຍເລື່ອງ ຮູ້ສຶກວ່າເຄີຍຂຽນໄປກ່ອນຫນ້ານີ້ແລ້ວໃນ ອີກບລັອກຫນຶ່ງ ແຕ່ບໍ່ເປັນຫຍັງ ຂຽນຕື່ມກໍ່ໄດ້ ເຮົາບໍ່ຖື ໕໕໕
ໄລຍະນີ້ກຳລັງງົມຢູ່ກັບການແກ້ໄຂຫລາຍ ໆ ຢ່າງໃຫ້ຮຽບຮ້ອຍ ບາງອັນເກົ່າໂພດກໍ່ຢາກເອົາມາປັດຝຸ່ນ ບາງອັນເກົ່າເກີນໃຊ້ໄດ້ກໍ່ຢາກເອົາໄປແຂວນປະໄວ້ ເຜື່ອມື້ຫນ້າມີເວລາຄ່ອຍເບິ່ງໃຫມ່ ແຕ່ວ່າ ເວລາກໍ່ຍັງຄົງເປັນບັນຫາ ອັນທີ່ຈິງບັນຫາບໍ່ໄດ້ມາຈາກເວລາ ແຕ່ບັນຫາມັນມາຈາກຄົນບໍລິຫານເວລາ ເພິ່ນວ່າ ຄົນເຮົາມີເວລາ ໒໔ ຊົ່ວໂມງເທົ່າກັນຫມົດ ແຕ່ວ່າ ໃຜກັນທີ່ຈະສາມາດໃຊ້ ໒໔ ຊົ່ວໂມງນັ້ນໃຫ້ເປັນປະໂຫຍດທີ່ສຸດ
Continue reading Busy life ຕອນທີ່ ໑ →
ຝາກໃຫ້ອ້າຍຕັ້ມເພິ່ນຫາມາໃຫ້ ພໍ່ອ້າຍຕັ້ມລະໄປຊອກມາຫລາຍແທ້ຫລາຍວ່າ ຈັກຕອນໃດຊິອ່ານຫມົດບາດນີ້ 555
- ຜູ້ທີ່ຕົບຕີຜູ້ອື່ນດ້ວຍມືດ້ວຍຕີນ ຕົບປາກຜູ້ອື່ນ ຜູ້ນັ້ນຍິ່ງເປັນທີ່ຮັກຂອງຜູ້ຖືກຕີ ຜູ້ນັ້ນແມ່ນໃຜ?
- ຜູ້ທີ່ດ່າວ່າຜູ້ອື່ນ ແຕ່ບໍ່ຢາກໃຫ້ເຂົາເປັນໄປຕາມນັ້ນ ແລະຄົນທີ່ຖືກດ່າ ເປັນຄົນທີ່ຮັກຂອງຄົນດ່າ ຜູ້ນັ້ນແມ່ນໃຜ?
- ຜູ້ທີ່ຂີ້ຕົວະຕໍ່ກັນ ເວົ້າຈາບໍ່ເປັນຄວາມຈິງ ແຕ່ຄົນທີ່ຕົວະນັ້ນແຫລະ ພັດເປັນທີ່ຮັກຂອງກັນແລະກັນ ຜູ້ນັ້ນແມ່ນໃຜ?
- ຜູ້ທີ່ມາເອົາເຂົ້າປາອາຫານ ສິ່ງຂອງແລະຜ້າຜ່ອນເງິນທອງ ແຕ່ຜູ້ນັ້ນພັດເປັນທີ່ຊອບໃຈຂອງເຈົ້າຂອງຊັບສິນເຫລົ່ານັ້ນ ຜູ້ນັ້ນແມ່ນໃຜ?
my life, thoughts, ideas, and random stuff… since 2007