ບັນຫາ ໔ ຂໍ້ຂອງພະອິນ

  1. ຜູ້ທີ່ຕົບຕີຜູ້ອື່ນດ້ວຍມືດ້ວຍຕີນ ຕົບປາກຜູ້ອື່ນ ຜູ້ນັ້ນຍິ່ງເປັນທີ່ຮັກຂອງຜູ້ຖືກຕີ ຜູ້ນັ້ນແມ່ນໃຜ?
  2. ຜູ້ທີ່ດ່າວ່າຜູ້ອື່ນ ແຕ່ບໍ່ຢາກໃຫ້ເຂົາເປັນໄປຕາມນັ້ນ ແລະຄົນທີ່ຖືກດ່າ ເປັນຄົນທີ່ຮັກຂອງຄົນດ່າ ຜູ້ນັ້ນແມ່ນໃຜ?
  3. ຜູ້ທີ່ຂີ້ຕົວະຕໍ່ກັນ ເວົ້າຈາບໍ່ເປັນຄວາມຈິງ ແຕ່ຄົນທີ່ຕົວະນັ້ນແຫລະ ພັດເປັນທີ່ຮັກຂອງກັນແລະກັນ ຜູ້ນັ້ນແມ່ນໃຜ?
  4. ຜູ້ທີ່ມາເອົາເຂົ້າປາອາຫານ ສິ່ງຂອງແລະຜ້າຜ່ອນເງິນທອງ ແຕ່ຜູ້ນັ້ນພັດເປັນທີ່ຊອບໃຈຂອງເຈົ້າຂອງຊັບສິນເຫລົ່ານັ້ນ ຜູ້ນັ້ນແມ່ນໃຜ?

7 thoughts on “ບັນຫາ ໔ ຂໍ້ຂອງພະອິນ”

  1. ສັງເກດວ່າໂພສຕ໌ນີ້ຄິດ Index ໃນ Google ພາຍໃນເວລາ 20 ນາທີ ^o^

  2. ຖ້າຕ້ອງການໃຫ້ຕອບຂໍຕອບເລີຍ
    1 ແມ່ນແອນ້ອຍກັບແມ່
    ແອນ້ອຍເຕະຕີແມ່ທີ່ກຳລັງອຸ້ມຕາມປະສາແອນ້ອຍ ຕີນຢັນຫນ້າແມ່ ມືຟາດແມ່ ແມ່ກໍ່ຍິ່ງຮັກຍິ່ງແພງລູກນ້ອຍ
    2 ແມ່ນພໍ່ແມ່ ຮ້າຍດ່າລູກ, ດ່າໄປໃຈກໍ່ບໍ່ໄດ້ຫວັງຮ້າຍຫຍັງກັບລູກ
    3 ອັນນີ້ແມ່ນຜົວເມຍຢອກກັນ,ເມຍຖາມຜົວ ເຈົ້າສິໄປໃສແຕ່ງຕົວຫລໍ່ແທ້, ຜົວຕອບວ່າສິໄປຫາເມຍນ້ອຍກ່ອນ ບໍ່ເຫັນກັນດົນ..ທັງໆທີ່ບໍ່ຈິງເລີຍ
    4 ແມ່ນພະສົງ, ເພິ່ນຮັບເອົາຂອງທານຈາກເຮົາໄປ ແຕ່ເຮົາກໍ່ເຕັມໃຈທານໃຫ້
    ເອົາມາຈາກເລື້ອງ ມະໂຫສົດ ແມ່ນບໍ່

  3. ແມ່ນແລ້ວທ່ານພະນົມສິນ ຄິດວ່າຄົນອາຍຸຫລັກ 3 ຂຶ້ນໄປຕ້ອງເຄີຍຟັງແລະຈື່ໄດ້ແນ່ນອນ 😀

  4. ເວົ້າແນວນີ້ທ່ານພະນົມສິນສິນ້ອຍໃຈໃດ໋

Leave a Reply

Your email address will not be published. Required fields are marked *