Category Archives: ເທັກໂນໂລຢີ

021 219425

ມື້ຄືນນີ້ ຂະນະທີ່ກຳລັງຫລິ້ນເນັດມັນ ໆ​… ປະກົດວ່າ ເນັດຫລຸດ…!! ເລີຍຄິດວ່າ ສົງໄສເປັນນຳຄອນເນັດມາດົນໂພດ ເລີຍຫລຸດໄປຊື່ ໆ (ປະມານ 17 ຊົ່ວໂມງຕໍ່ເນື່ອງ –ແຕ່ເຄີຍຕໍ່ເກີນ 30 ຊົ່ວໂມງຕໍ່ເນື່ອງ) ເລີຍຣີຄອນເນັດໃຫມ່ ມັນຂຶ້ນ Busy… -_-)//

ຕໍ່ອີກສອງສາມຄັ້ງບໍ່ຕິດ ກໍ່ໄປນອນເສັຍ

ຕື່ນມາຫົກໂມງເຊົ້າ ມາຕໍ່ອີກ ກໍ່ບໍ່ຕິດອີກ ເລີຍຖ້າຈົນຮອດປະມານໃກ້ ໆ​ 9 ໂມງ ໂທໄປ 021 219425 ເປັນເບີສອບຖາມກ່ຽວກັບອິນເຕີເນັດຂອງລາວໂທລະຄົມ ໂທໄປຕອນທຳອິດບໍ່ມີໃຜຮັບ ໂທໄປເທື່ອທີ່ສອງຜູ້ຍິງຮັບ ເວົ້າບໍ່ສຸພາບເທົ່າ 101 (ສົງໄສເງິນເດືອນຫນ້ອຍກວ່າ 😛 )

ຫລັງຈາກຖາມ username ຮຽບຮ້ອຍ ເພິ່ນກໍ່ບອກວ່າ ບໍ່ມີບັນຫາ… ອ້າວ!! ບໍ່ມີບັນຫາແລ້ວມັນມີຕັນຫາຫວາຊັ້ນນ່າ ຫ້າ ຫ້າ ຫ້າ+ ເອີ້… ເວົ້າແປກ ຈາກນັ້ນກໍ່ບອກໄປວ່າ ມັນໃຊ້ບໍ່ໄດ້ ມັນຕໍ່ບໍ່ຕິດ ຕໍ່ແລ້ວຟ້ອງວ່າລະຫັດ ຫລືຊື່ບໍ່ຖືກຕ້ອງ ເອື້ອຍເພິ່ນເລີຍບອກ ໃຫ້ລອງໃຊ່ຊື່ໃສ່ລະຫັດໃຫມ່ຄືນເບິ່ງ ກໍ່ບອກໄປວ່າລອງແລ້ວບໍ່ໄດ້ ເພິ່ນເລີຍບອກ ອີກຈັກຫນ່ອຍໃຫ້ລອງໃຫມ່…

ຈັກຫນ່ອຍຜ່ານໄປ ກໍ່ມາລອງຕໍ່ອີກ ກໍ່ບໍ່ໄດ້ອີກ ກໍ່ໂທໄປອີກ ເທື່ອນີ້ຜູ້ຊາຍຮັບ ເວົ້າ (ເກືອບ) ດີ ລາວຖາມຫາລະຫັດພ້ອມ ກໍ່ນັ່ງ spell password ກັນຜ່ານໂທລະສັບ ກວ່າຊິເຂົ້າໃຈກໍ່ກິນເວລາໄປຫລາຍນາທີ -.-

ຈາກນັ້ນກໍ່ໃຫ້ຖືສາຍຖ້າ ແລ້ວກໍ່ໄປເຄາະ keyboard ສອງສາມນາທີກັບມາ ບອກອີກ 5 ນາທີລອງໃຫມ່ ແລ້ວກໍ່ວາງສາຍ

ອີກປະມານ 5 ນາທີ ລອງໃຫມ່ ປະກົດວ່າ ໄດ້ຜົນ -_-” ເປັນເທື່ອທີ່ 3 ລະ ເວນກຳ ຈັກມັນເປັນຫຍັງ ແຕ່ລະເທື່ອກ່ອນຈະເປັນ ກໍ່ຈະມີອາການຄ້າຍ ໆ ກັນຫມົດ ຄື ເນັດຈະຫລຸດ ຈາກນັ້ນຕໍຄືນແລ້ວຈະຂຶ້ນ Busy ແລ້ວຖັດໄປ ກໍ່ຂຶ້ນ Error 691 ລະຫັດຜ່ານ ຫລືຊື່ບໍ່ຖືກ

ບໍ່ຮູ້ມັນເປັນຫຍັງຂອງມັນ ລາວໂທລະຄົມ

Technorati Tags: ລະຫັດ, ຊື່, ລາວໂທລະຄົມ, 101, 219425, Error 691, ອິນເຕີເນັດ, au8ust

56K ລົ່ມ!!!

ໃຊ້ເນັດມາບໍ່ໄດ້ສອງສາມມື້ ເພາະວ່າ ອືດເປັນເຕົ່າຄານ ເລີຍອັບເດທຫຍັງບໍ່ໄດ້ ຕິດຕາມຂ່າວກໍ່ທັງຍາກ (ຫາຮູ້ມື້ເຊົ້າວ່າ WordPress 2.11+2.0.9 ອອກແລ້ວ Oo!) ມັນຜິດປົກກະຕິຕັ້ງແຕ່ສອງມື້ກ່ອນ ເຂົ້າເວັບຫຍັງກໍ່ຍາກ ເຂົ້າເວັບຕ່າງປະເທດ ໂຄດອືດເລີຍ ເຂົ້າໄດ້ແຕ່ laotel.com ກັບ etllao.com ເຊິ່ງມີ server ໃນລາວ ເລີຍເຂົ້າໄດ້

ສອງມື້ຕໍ່ມາ ກໍ່ຍັງເຂົ້າບໍ່ໄດ້ອີກ ນຶກສົງໄສມັນເປັນຫຍັງຂອງມັນ ໄປໃຊ້ຢູ່ຮ້ານເນັດ (ADSL 1024K) ກໍ່ຄືວ່າປົກກະຕິດີ ມື້ນີ້ເລີຍໂທໄປ 101 ຖາມເບິ່ງ ເຂົາບອກ ໃຫ້ໂທຫາເບີ… ຖືສາຍຖ້າກ່ອນ… ກໍ່ຖືສາຍຟັງເພງຖ້າ ຈັກເພງໃຜບໍ່ຈັກ ບໍ່ໄດ້ຕິດຕາມ ຮູ້ແຕ່ວ່າບໍ່ມ່ວນ – -*

ພໍສາຍຕັດກັບມາ ສາວ 101 ກໍ່ຖາມວ່າ ຢູ່ຫລວງພະບາງບໍ? ເລີຍຕອບວ່າ ແມ່ນລ່ະ ສາວເພິ່ນກໍ່ບອກວ່າ ມັນເປັນແຕ່ມື້ວານແລ້ວ (ເກືອບບອກສາວເພິ່ນວ່າ ເປັນແຕ່ມື້ກ່ອນໆ ຕ່າງຫາກ) ເຂົາກຳລັງແກ້ຢູ່ ວ່າຊັ້ນ… (- – )??

ເປັນອັນວ່າ ຕ້ອງຖ້າຕໍ່ໄປ ກະວ່າອີກມື້ສອງມື້ຫນ້າຈະໃຊ້ໄດ້ ເລີຍມາຄິດໆ ວ່າ ເອ໊ະ!! ມື້ຫນ້າເຮົາຕິດ ADSL 256K ມັນຊິບໍ່ເປັນແບບນີ້ອີກບໍ້… ເອີ.. ແຕ່ບາງທີຖ້າເອົາ au8ust.org ມາໄວ້ໃນ server ໃນລາວກໍ່ຫນ້າຈະດີ ຄົນເຂົ້າເວັບອື່ນບໍ່ໄດ້ ຕ້ອງມາເວັບເຮົາ 😛 ~

ລະບົບຮັກສາຄວາມປອດໄພລ້ຳສະໄຫມ!

ນ່ານ… ເຫັນພາບແລ້ວງົງ 555+ ເຂົາບອກວ່າ ມັນມີ Tesla Coil ໄວ້ສູງຈາກຫລັງຄາລົດ ເຂົ້າໃຈວ່າ ເມື່ອມີ Trigger ຂຶ້ນ ກໍ່ຈະປ່ອຍສະຫນາມໄຟຟ້າລົງມາຮອບໆ ຕົວຄັນລົດ ເປັນລັກສະນະວົງກົມ ຫນ້າຈະຄ້າຍໆ ລູກແກ້ວທີ່ເຫັນເຂົາຂາຍຢູ່ຕະຫລາດຈີນ ທີ່ເວລາເອົາມືໄປແຕະແລ້ວມັນມີຄ້າຍໆ ກະແສໄຟຟ້າໄລ່ຕາມມືເຮົາ

ໂຈນເຫັນມັນຄືຊິຕົກໃຈ!!​ ແລ່ນຫນີໄປໄກ…​(ບໍ່ເກີນ 5 ແມັດແນ່ນອນ -_-“)

ທີ່ມາ – TechEBlog

Technorati Tags: ຂອງແປກ, ເທັກໂນໂລຢີ, Tesla Coil, Cool, Security Alarm, au8ust, real me

LaoSymbian is gone…

ກະວ່າຊິແວະໄປເບິ່ງເວັບເພື່ອນບ້ານ ປະກົດວ່າ…

This Account Has Been Suspended
Dear Fine Spot Network Users,

We are suspending accounts to remind you that we are scheduled to leave the present server we are using and to transfer to a new one until March 15, 2007. Please reply to this thread if you want your account to be unsuspended.

1. Reply with your account’s domain name.
2. State whether you want to be transfered to the new server on March 15, 2007.
3. Send to me(Efil) through private message your account’s user name.

Please read Fine Spot Networks Announcements for more information.
http://finespot.net/english/index.php?board=12.0

Best Regards,
Efil Leiv
Fine Spot Network
Fine Traders Group

ໂລກນີ້ບໍ່ມີຫຍັງທ່ຽງແທ້ໆ… ລາກ່ອນ LaoSymbian

ປລ. ແຕ່ກໍ່ດີແລ້ວແຫລ່ະ ໄປໆ ເສັຍ ຈະໄດ້ຫມົດເລື່ອງ 555+ (ອ້າວ!!?)