ເອີ... ຫາກໍ່ສັງເກດວ່າ YouTube ໃນລາວ ຕອນນີ້ກໍ່ໃຊ້ບໍ່ໄດ້ຄືກັນ O_O!!
Category Archives: ເທັກໂນໂລຢີ
ສານລັບ!!!?
ສອງມື້ກ່ອນ (ວັນທີ່ 30) ມີຄົນໃຊ້ Live Contact Form ໃນບລັອກ au8ust.org ສົ່ງຄວາມຄິດເຫັນມາໃຫ້ ມື້ນີ້ຫາກໍ່ເປີດເມລເຫັນ ເພາະວ່າໃຊ້ເນັດບໍ່ໄດ້ສອງມື້ ເປັນອາການເກົ່າຫັ້ນລ່ະ (ອ່ານໄດ້ໃນໂພສຕ໌ເກົ່າ)
ພໍເປີດເມລອ່ານ ກໍ່ປະກົດວ່າ…
ອືມ… ແລ້ວຂ້າພະເຈົ້າຈະອ່ານເຂົ້າໃຈບໍ່ເນາະມາແບບນີ້ -_-)???
ມັນເອົາອີກແລ້ວ
ບ່າຍວານນີ້ກົງກັບວັນທີ່ ໑໙ ແຮມ ໑໕ ຄ່ຳ ເດືອນ ໔ ຈຸລສັກຣາຊ ໑໓໖໙
ໃນຂະນະທີ່ຂ້າພະເຈົ້າກຳລັງກວດເບິ່ງ Internet Connection Properties ນັ້ນ
ໄດ້ແລເຫັນວ່າ ມັນຂຶ້ນ 1 day 13 hours xx minutes xx seconds
ກໍ່ເກີດພິຈາລະນາຢ່າງແຍບຄາຍໃນໃຈວ່າ ສາຍນ້ຳຍັງມີເຮືອດແຫ້ງ ຫມົດລະດູແລ້ງ
ຍັງມີລະດູຝົນ ຄົນຮັກກັນຍັງມາຊັງກັນໄດ້ ສັນໃດກໍ່ສັນນັ້ນ
ດຽວສາຍໂທລະສັບມັນຄືຊິຫລຸດ ແລະໃນບັນດົນນັ້ນເອງ
ອະຖິຖານຈິດຂອງຂ້າພະເຈົ້າກໍ່ສຳຣິດຜົນເມື່ອພົບວ່າ ມັນຫລຸດໄປແລ້ວ ![]()
ຈາກນັ້ນກໍ່ເປັນແບບເກົ່າ
- ຕໍ່ບໍ່ຕິດ
- ຂຶ້ນ Busy line
- ຖັດມາ Not responding
- ຖັດມາ Username and/or password is invalid
- ຖ້າມື້ອື່ນ ເພາະມື້ນີ້ວັນອາທິດ
- ມື້ຕໍ່ມາວັນຈັນ ໂທຫາ 021 219425
- ມັນບອກໃຫ້ກວດລະຫັດ
- ມັນບອກໃຫ້ tell password
- ມັນບອກດຽວຊິໂທກັບ
- ມັນບອກ confirm ໃຫ້ແລ້ວ ຈາກນັ້ນ ອີກຄົນກໍ່ບອກວ່າ ຍັງເດ້ ກຳລັງ
- ໃນທີ່ສຸດກໍ່ຕໍ່ຕິດ
ເລົ່າແບບຫຍໍ້ ໆ ຄວາມຈິງມັນຍາວກວ່ານີ້ ![]()
ສັງເກດວ່າ ມັນຈະເປັນໄດ້ເປັນດີ ເປັນທຸກ ໆ ໑-໒ ອາທິດ ແລ້ວ pattern ມັນກໍ່ຊ້ຳ ໆ ກັນແບບເກົ່າຕະຫລອດ *sigh* (ແປວ່າຖອນຫາຍໃຈ –ພາສາອັງກິດມື້ລະຄຳ)
ວ່າຊິໃຊ້ ADSL2+ ມັນຊິເປັນແບບນີ້ຄືກັນບໍ່ (ວະ)
ປ.ລ. ມັນຍັງຖາມອີກວ່າເປັນຫຍັງບໍ່ໂທຫາສູນຢູ່ຫລວງພະບາງ (ແຕ່ລະເທື່ອ *ຕີ໊ດ* ກໍ່ໂທຫາແຕ່ເບີນີ້ແຫລະ)
ປ.ຮ. ມັນຟ້າວ *ຕີ໊ດ* ແຕ່ວ່າສາຍ
ປ.ອ. ມີໃຜເປັນແດ່? ໃຊ້ Dial-up 1 year package ຈາກ Lao Telecom
ປ.ສ.
ກະວ່າຊິປ່ຽນລະຫັດໃຫມ່ ເພາະວ່າເວລາ spell ລະຫັດຜ່ານໂທລະສັບມັນເສຍເວລາດົນ
ນັ່ງບອກເທື່ອລະໂຕ a – apple, d – dong, f – farang, g – go ໆລໆ
ລ.ຮ. ມື້ນີ້ຕອນເຊົ້າມີສຸຣິຢຸປຣາຄາ ຢູ່ວຽງກໍ່ເຫັນບໍ່?
ລ.ອ. ມີຂ່າວແວ໊ບ ໆ ອອກມາວ່າດາລາເກົາຫລີຄົນນີ້ມີ … ຫລຸດ ![]()

Technorati Tags: ເອົາອີກແລ້ວ, ຫລູດ, ແບບເກົາ, ຈູລສັກຣາຊ, ອິນເຕີເນັດ, ລາວໂທລະຄົມ, Laotel, Lao Telecom, realme, au8ust
ໄປເຫັນມາ
Dek-Lao.com
ຕື່ນເຊົ້າ ໆ ຕໍ່ເນັດ ແວະໄປເວັບມະຫາສານ ໄປເຫັນໂພສຕ໌ນີ້ ເວົ້າວ່າ ມີເວັບໃຫມ່ ຊື່ວ່າ ເດັກລາວ.ຄອມ ບອກວ່າເດັກອາຍຸ 13 ເຮັດ ເຮົາຟັງແລ້ວກໍ່…. ອືມ… ແບບນີ້ເດັກ 7 ປີ ກໍ່ເຮັດໄດ້ 5 5 5+
ເອົາລ່ະ ເອົາລ່ະ…ກໍ່ ຂໍໃຫ້ຢູ່ທົນ 😉
ປ.ລ. ຄວາມຈິງອີຕາໂອ້ດກໍ່ເປີດເວັບໃຫມ່ຄືກັນ ເວັບໃຫມ່ຂອງມັນຄື LaoZaa.com
Technorati Tags: ເວັບ, ເວັບໃຫມ່, ເວບ, ເວັບໄຊທ໌, ເວບໄຊທ໌, ເປີດໃຫມ່, laozaa, dek-lao, mahasan, ມະຫາສານ, au8ust, realme