ຫຼັງຈາກທີ່ຍ້າຍ VPS ມາເປັນ Dedicated ແລ້ວກໍ່ພົບບັນຫາກັບ Control Panel ຕົວໃໝ່ ເຊິ່ງໃຊ້ DirectAdmin ແທນ cPanel ອັນເກົ່າ ບັນຫາກໍ່ຄື ມັນບໍ່ສາມາດໃສ່ Cerification ຜ່ານ DirectAdmin ໄດ້ໂດຍກົງ ເມື່ອໃສ່ແລ້ວຈະພົບບັນຫາບາງຢ່າງ ເຊິ່ງໃນ forum ຂອງ DA ບອກວ່າ Goddady Turbo SSL ມັນຕັ້ງມັກບັນຫາ (ແຕ່ຄວາມຈິງມີບັນຫາກັບ DA ແຕ່ປາສະຈາກບັນຫາກັບ cPanel)
ຖາມໂອ້ດ ໂອ້ດບອກວ່າ ໃຫ້ແກ້ເອົາໃນ httpd.conf ໂດຍກົງ ຕອນນັ້ນກໍ່ຄິດຢູ່ວ່າໜ້າຈະລອງເບິ່ງ ອັນທີ່ຈິງກ່ອນໜ້ານີ້ກໍ່ລອງແລ້ວ ແຕ່ບໍ່ໄດ້ຜົນ ພາຍຫຼັງມາຈຶ່ງໄປກວດສອບໃນ httpd.conf ຂອງ VPS ເກົ່າທີ່ເຄີຍໃຊ້ (ໃກ້ ໆ ຈະໝົດອາຍຸ) ແລ້ວສຳເນົາມາໃສ່ໃນ httpd.conf ຂອງ Dedicated box ໃໝ່ ຫຼັງຈາກແກ້ໄຂ path ແລະ copy ໄຟລ໌ທີ່ຈຳເປັນແລ້ວ ກໍ່ຈັດການ service httpd restart ແລ້ວລອງເບິ່ງ ປະກົດວ່າ ໄດ້ຜົນ!!
ເອີ… DA ນີ້ຫຼາຍເລື່ອງດີແທ້ 🙁
ໄລຍະນີ້ເຖິງຈະບໍ່ຄ່ອຍວ່າງ ດ້ວຍເຫດຈາກຄວາມຂີ້ຄ້ານເປັນໃຫຍ່ ແລະຫຍຸ້ງຍາກກັບກິດຈະກຳໃຫມ່ ໆ ໃນພັນລາວ ກໍ່ເລີຍວ່າບໍ່ຄ່ອຍມີເວລາເຮັດອັນອື່ນ ແລະກ່ອນຫນ້ານີ້ ທາງ phpBB3 ກໍ່ອະນຸມັດໃຫ້ເປັນ The Official Language Maintainer for Lao Language ແລ້ວ (ເບິ່ງຫນ້າ Language) ລວມທັງຕ້ອງເລັ່ງເຮັດ Project ໃຫມ່ ໆ ອີກ ກໍ່ເປັນອັນວ່າ Busy ຕະຫລອດເວລາ -*-
ແຕ່ແນວໃດກໍ່ຍັງຫາໂອກາດອ່ານ Feed ແລະຂຽນຂ່າວໃນ au8ust.org ຢູ່ເນືອງ ໆ ເພື່ອບໍ່ໃຫ້ໃຍແມງມຸມມັນເຕັມບລັອກກ່ອນ ຮະຮະ
ຮູ້ສຶກວ່າ ຈະຂໍແຜ່ນ Ubuntu ໄປດົນ ດົນ ດົນ ດົນ ຕັ້ງແຕ່ຕອນມັນຍັງບໍ່ທັນອອກເທື່ອ (Pre-order) ຫນ້າຈະເປັນເກືອບສອງເດືອນແລ້ວ ໃນທີ່ສຸດ ມື້ນີ້ມັນກໍ່ມາຮອດມື 🙂 ເປັນແຜ່ນຊີດີຟຣີທີ່ຂໍໄດ້ຈາກ https://shipit.ubuntu.com/ ໃຊ້ເວລາສົ່ງປະມານ 2 – 8 ອາທິດ ຫຼືປະມານສອງເດືອນເປັນຢ່າງຊ້າ ເຂົາຈະສົ່ງມາໃຫ້ຟຣີ ມີແຕ່ຖ້າຮັບເອົາຢູ່ບ້ານ 😀

ຫນ້າຫໍ່
Continue reading Ubuntu ShipIt (ໃນທີ່ສຸດກໍ່) ມາຮອດແລ້ວ →
my life, thoughts, ideas, and random stuff… since 2007