Category Archives: ຝອຍໃຫ້ຟັງ

ເຫດທີ່ຊ່ວງນີ້ບໍ່ຄ່ອຍອັບເດທ au8ust.org

ມັນສືບເນື່ອງມາຈາກວ່າ ຫ້ອງທີ່ມີຄອມຢູ່ຫັ້ນ ນັ່ງ ໆ ໄປແລ້ວເຈັບຫົວ ຮູ້ສຶກຮ້ອນ ໆ​ ໜາວ ໆ ອາລົມຫງຸດຫງິດງ່າຍເວລາໄປນັ່ງ ເລີຍເຮັດໃຫ້ Overall Performance ຫລຸດລົງເຖິງຂີດສຸດ

ກໍ່ເລີຍຜ່ອນ ໆ ໄປຈັກຫນ່ອຍກ່ອນ ເພາະຕອນນີ້ນັ່ງໄດ້ສິບຫ້ານາທີແລ້ວເລີ່ມຫາຍໃຈຕິດຂັດ ບໍ່ເຂົ້າໃຈວ່າມັນເປັນຫຍັງ ແຕ່ກ່ອນກໍ່ນັ່ງໄດ້ເປັນຫລາຍຊົ່ວໂມງບໍ່ມີບັນຫາ

Technorati Tags: ເຈັບຫົວ, ບໍ່, ອັບເດທ, ບໍ່ອັບເດທ, au8ust, realme

。◕‿◕。 yardnam (✿ ຢາດນ້ຳ ✿) 。◕‿◕。

ຊ່ວງນີ້ວ່າງ ໆ ກໍ່ເລີຍໄປຄົ້ນຫາໃນ Google ຫລິ້ນ ໂດຍໃຊ້ຄຳຄົ້ນຫາເປັນພາສາລາວ ພໍດີໄປໃຊ້ຄຳຄົ້ນຫາວ່າ… “ ຄວາມຮັກ ” ກໍ່ເລີຍໄປພໍ້ space ແຫ່ງຫນຶ່ງ…​ ໂອ… ຢາດນ້ຳ

ໂດຍສ່ວນຕົວແລ້ວ ຄິດວ່າ ເປັນ space ຂອງຄົນລາວທີ່ເບິ່ງແລ້ວ Inter ທີ່ສຸດເທົ່າທີ່ເຄີຍເຫັນມາເລີຍ 555+

ໃນບລັອກເພິ່ນ ກໍ່ມີນິຍາຍ (ຫນ້າຈະແຕ່ງເອງ) ໃຫ້ອ່ານພ້ອມ ແຖມຍັງມີສອນວິທີໃຊ້ງານແມ່ນຫຍັງແປກ ໆ ອີກແນ່ະ !!

ທີ່ສຳຄັນ ເລີ່ມຂຽນມາໄດ້ເປັນປີແລ້ວ o_O!!?

ອືມ… ໂລກ Cyber ຍັງມີຫຍັງໃຫ້ຄົ້ນຫາຫລາຍ -_-)”

。◕‿◕。 yardnam (✿ ຢາດນ້ຳ ✿) 。◕‿◕。

ປ.ລ. ໄປເຮັດຂາຍຫນ້າໂພສຕ໌ຕິດ ໆ​ ກັນໃນບລັອກເພິ່ນອີກ T_T”

Technorati Tags: ຢາດນ້ຳ, yardnam, blog, lao, ຄົນລາວ, ບລັອກ, space, live, spaces, au8ust, realme

Dek-Lao.com

ຕື່ນເຊົ້າ ໆ ຕໍ່ເນັດ ແວະໄປເວັບມະຫາສານ ໄປເຫັນໂພສຕ໌ນີ້ ເວົ້າວ່າ ມີເວັບໃຫມ່ ຊື່ວ່າ ເດັກລາວ.ຄອມ ບອກວ່າເດັກອາຍຸ 13 ເຮັດ ເຮົາຟັງແລ້ວກໍ່…. ອືມ… ແບບນີ້ເດັກ 7 ປີ ກໍ່ເຮັດໄດ້ 5 5  5+

ເອົາລ່ະ ເອົາລ່ະ…​ກໍ່ ຂໍໃຫ້ຢູ່ທົນ 😉

Dek-Lao.com

ປ.ລ. ຄວາມຈິງອີຕາໂອ້ດກໍ່ເປີດເວັບໃຫມ່ຄືກັນ ເວັບໃຫມ່ຂອງມັນຄື LaoZaa.com

Technorati Tags: ເວັບ, ເວັບໃຫມ່, ເວບ, ເວັບໄຊທ໌, ເວບໄຊທ໌, ເປີດໃຫມ່, laozaa, dek-lao, mahasan, ມະຫາສານ, au8ust, realme

ສະຖິຕິ au8ust.org

ອັນນີ້ຂອງສະຖິຕິຂອງ Feed ໃຊ້ FeedBurner

ຮູ້ສຶກວ່າການໃຊ້ງານຈະສູງຂຶ້ນເລື້ອຍ ໆ ແຕ່ບໍ່ຫນ້າປະທັບໃຈ ( ມີລັບລົມຄົມໄນ 555+ )

ສ່ວນສະຖິຕິເວັບໄຊທ໌ຈາກ Google Analytics ອອກມາເປັນແບບນີ້… (ຄລິກເພື່ອເບິ່ງພາບໃຫຍ່)

ເປັນກຣາຟສະແດງລາຍລະອຽດໃນຊ່ວງສອງສາມເດືອນທີ່ຜ່ານມາ (ຕອນເປີດບລັອກໃຫມ່ ໆ ລືມຕິດໂຄ້ດ 555+)

ຈາກໃນຮູບ ຈະສັງເກດເຫັນວ່າ ຊ່ວງເດືອນມັງກອນ ຄົນຈະຫລາຍເປັນພິເສດ ແລະຄ່ອຍ ໆ ຫລຸດລົງມາຕາມອັດຕາການໂພສຕ໌ ທີ່ຫລຸດລົງ (ຫລັງ ໆ ຄ້ານອ່ະ + ແປຂ່າວບໍ່ອອກ ງົງ 555+)
ຜູ້ອ່ານສ່ວນໃຫຍ່ ຈະມາຈາກ blognone, technorati (ມາຈາກການຄົ້ນຫາ tag), pradt.net, google ແລະທີ່ເຫລືອ ກໍ່ເຂົ້າມາໂດຍກົງ

ໃນເດືອນມັງກອນ ມີຜູ້ຊົມ 1,539 ຄົນ ແລະ Pageviews ອີກປະມານ 3,350 ແຕ່ໃນເດືອນກຸມພາ ຕົວເລກກໍ່ຫລຸດລົງໄປເຫລືອພຽງ 1,070 ສຳຫລັບຜູ້ຊົມ (UIP) ແລະ 1,980 ສຳຫລັບ Pageviews ສ່ວນເດືອນນີ້ (ເດືອນມີນາ) ກໍ່ຮູ້ສຶກວ່າ ຈະຫລຸດລົງຢ່າງຕໍ່ເນື່ອງ

ຫວັງວ່າ au8ust.org ຈະສາມາດພິກຜັນສະຖານະການໄດ້!!

ສຸດທ້າຍນີ້ ກໍ່ຕ້ອງຂໍຂອບໃຈທຸກ ໆ ທ່ານ ທີ່ເຮັດໃຫ້ au8ust.org ມີຂຶ້ນມາ ( ແລະມີຕໍ່ໄປ ) ໄດ້ Y_Y ໂດຍສະເພາະອ້າຍ mk ທີ່ໃຫ້ໂອກາດໄດ້ສຳພາດລົງ blognone ເຮັດໃຫ້ rating ພຸ່ງສູງຂຶ້ນເປັນປະຫວັດຕິການ ແລະເຮັດໃຫ້ຄົນຮູ້ຈັກ au8ust’s tech channel ຫລາຍຂຶ້ນ… ຊາບຊຶ້ງ T_T

ອ້າຍ keng.ws ທີ່ຊ່ວຍແນະນຳ au8ust.org ໃຫ້ເປັນທີ່ຮູ້ຈັກ ( ແລະຕິດ badge ໄວ້ໃນບລັອກອີກ ^_^ )

ແລະແນ່ນອນ pradt.net ກໍ່ເຊັ່ນດຽວກັນ ຕ້ອງຂໍຂອບໃຈເຈົ້າຂອງບລັອກ ທີ່ອົດສາໂພສຕ໌ລິງຄ໌ມາບລັອກນ້ອຍ ໆ ແຫ່ງນີ້ T_T

ອ່າ… ແລະທີ່ຂາດບໍ່ໄດ້ເລີຍກໍ່ຄື ພໍ່ແມ່ພີ່ນ້ອງຊາວລາວທີ່ໃຫ້ໂອກາດແວະເຂົ້າມາອ່ານ au8ust.org ^_^)//

ສຳຫລັບລາຍຊື່ທີ່ຂາດຕົກບົກພ່ອງໄປ ຕ້ອງຂໍອະໄພເປັນຢ່າງຍິ່ງເດີ້ ~

ເອົາລ່ະ… ອີກປະມານ 2-3 ເດືອນຫນ້າຊິມາກວດກາສະຖິຕິອີກຄັ້ງຫນຶ່ງ ^_^

Technorati Tags: ສະຖິຕິ, au8ust.org, au8ust, ເວັບ, ບລັອກ, blognone, pradt.net, mk, stats, realme

ລົ້ນ

ຊ່ວງນີ້ບລັອກຫລາຍແຮງ ອັບເດທບໍ່ທັນ -_-)”

  • pasalao.wordpress.com ອັນນີ້ສອນພາສາລາວ
  • au8ust.wordpress.com ບລັອກແນະນຳກ່ຽວກັບ WordPress ແຕ່ຂຽນເປັນພາສາໄທ (ບາງທີ ອາດຈະຫາເວລາຂຽນສອງພາສາເລີຍ)
  • au8ust’s tech channel ສ່ວນບລັອກນີ້ ຂຽນເປັນບລັອກຫລັກ ໆ
  • au8ust’s spaces channel ອັນນີ້ຄ້ານຂຽນລະ ບາງເນື້ອຫາຈະຊ້ຳກັບໃນ *real me
  • au8ust’s thought channel ທຳອິດວ່າຊິຂຽນກ່ຽວກັບໄອເດັຍແປກ ໆ​ ແຕ່ຍັງບໍ່ມີເວລາເທື່ອ o_o
  • au8ust.exteen.com ເກັບໄວ້ຂຽນເລື່ອງບໍ່ເປນເລື່ອງ ( ຫລືເລື່ອງເປັນເລື່ອງ ແຕ່ມາເຮັດໃຫ້ບໍ່ເປັນເລື່ອງນັ້ນເອງ 555+ )
  • blogthetech ອັນນີ້ທົດລອງເຮັດ MFA ( Made of Adsense ) ແຕ່ບໍ່ຄ່ອຍໄດ້ຕິດຕາມ ກຳລັງຊອກວິທີຈັດການກັບມັນຢູ່ ຫລືອາດຈະຫາຄົນມາເຮັດແທນ

ຄວາມຈິງ ບລັອກສ່ຳນີ້ ຖືວ່າເທົ່າຂະຫຍິບມື ແຕ່ມັນຫນັກໃຈເພາະວ່າ

  1. ເນັດຊ້າ
  2. ຄອມຊ້າ
  3. ບໍ່ມີເວລາ
  4. ບໍ່ແມ່ນອາຊີບຫລັກ + ມີວຽກອື່ນຢູ່ແລ້ວ
  5. ແມ່ບໍ່ມັກ ( คุณแม่ไม่ปลื้ม )

Technorati Tags: ລົ້ນ, ບລັອກ. ຫລາຍເກີນ, ອັບເດທ, au8ust, pasalao, exteen, spaces, blogthetech, btt, realme