ຝາກໃຫ້ອ້າຍຕັ້ມເພິ່ນຫາມາໃຫ້ ພໍ່ອ້າຍຕັ້ມລະໄປຊອກມາຫລາຍແທ້ຫລາຍວ່າ ຈັກຕອນໃດຊິອ່ານຫມົດບາດນີ້ 555
Category Archives: ຝອຍໃຫ້ຟັງ
ໝາຖືກລົດຕຳອີກແລ້ວ -*-
ໃຄແຕ່ບໍ່ຕາຍ ຖືກລົດຈັກຕຳຖືກແຖວ ໆ ປາກ ເລືອດໄຫລຍ້ອນ ໄອເປັນເລືອກ ອັກ ໆ ແລ້ວກໍ່ພາໄປໂຮງຫມໍ ໂຮງຫມໍໃຫ້ໄປແຖວນາຫລວງ ໄປຮອດນາຫລວງເຂົາບໍ່ເຂົ້າການ ແຕ່ພໍດີມີພໍ່ເຖົ້າຫນຶ່ງກຳລັງທຳຄວາມສະອາດຢູ່ ເລີຍຖາມເພິ່ນ ໄດ້ເບີແລ້ວກໍ່ໂທໄປ ແຕ່ເງິນຫມົດ ກໍ່ຟ້າວໄປຊື້ບັດເຕີມ ເຕີມແລ້ວລະກໍ່ໂທໄປຖາມ ເພິ່ນບອກຊິອອກໄປຫາຢູ່ເຮືອນ ແຕ່ວ່າຖ້າບໍ່ໄດ້ ເລີຍໄປບ້ານເພິ່ນໃກ້ ໆ ໂຮງຫມໍໃຫມ່ ສຸດທ້າຍຮຽບຮ້ອຍແລ້ວ ຕອນນີ້ດີຂຶ້ນ 😀
Update: ຕອນນີ້ເວລາ 5:18PM ມັນທຳທ່າຊິບໍ່ລອດແລ້ວ ໂທຫາເຈົ້າຂອງ ໆ ບອກວ່າ “ມັນບໍ່ຕາຍດອກ” ວ່າຊັ້ນ (ເທື່ອກ່ອນຫມາອີກໂຕຫນຶ່ງຕາຍເພິ່ນບອກວ່າ “ຄັນມັນຈ້າຫລາຍກໍ່ໃຫ້ມັນຕາຍຊະ”)
ກາເຟປັ່ນບໍ່ໃສ່ນ້ຳກ້ອນ!!!?
ແຂກວອນບາທາຫາເລື່ອງ ສັ່ງ Coffee Shake ບາດເອົາໄປໃຫ້ລະບໍ່ກິນ ບອກວ່າມັນເຢັນກິນບໍ່ໄດ້ ຊິເອົາ Coffee Shake ແບບບໍ່ໃສ່ນ້ຳກ້ອນວ່າຊັ້ນ ເວນກຳແທ້ ໆ ພີ່ນ້ອງເອີຍ LOL
Christmas Eve
ຈົດໄວ້ກັນລືມອີກຮອບ
ເວັບໄຊຕ໌ຂອງ ຄະນະວິສະວາກຳສາດ ກຸ່ມນັກສຶກສາໂອທີ ວ່າຊັ້ນ!? ບໍ່ຮູ້ມັນກ່ຽວກັບໂພສຕ໌ກ່ອນຫນ້ານີ້ບໍ່ 😛
ເອົາລະ ໄປຈັດກວນກັບ community ຕໍ່ກ່ອນ ມັນຍັງແກ້ບໍ່ແລ້ວເທື່ອ 🙁