Category Archives: ສັງຄົມ

ຕາຕາລາງລົດເມໄປ ໜອງຄາຍ, ອຸດອນ, ຂອນແກ່ນ & ກຸງເທບ

ເຮັດປະໄວ້ ເພື່ອຈະມີປະໂຫຍດສຳລັບຄົນຈະນັ່ງລົດເມໄປໄທ 🙂

ຂໍ້ມູນນີ້ອັບເດດຫຼ້າສຸດ 16 ທັນວາ 2013
(Last updated 16 December 2013)

ວຽງຈັນ – ໜອງຄາຍ (15,000 ກີບ/ຄົນ) (Vientiane – Nong Khai)

ຖ້ຽວລົດ            ໂມງອອກລົດ

(Bus Leave)     (Departure time)

1 ——————— 07 : 30′

2 ——————— 09 : 30′

3 ——————— 12 : 40′

4 ——————— 14 : 30′

5 ——————— 15 : 30′

6 ——————— 18 : 00′

 

ວຽງຈັນ – ອຸດອນທານີ (22,000 ກີບ/ຄົນ) (Vientiane – Udonthani)

ຖ້ຽວລົດ            ໂມງອອກລົດ

(Bus Leave)     (Departure time)

1 ——————— 08 : 00′

2 ——————— 09 : 00′

3 ——————— 10 : 00′

4 ——————— 11 : 00′

5 ——————— 14 : 00′

6 ——————— 15 : 00′

7 ——————— 16 : 00′

8 ——————— 18 : 00′

 

ວຽງຈັນ – ຂອນແກ່ນ (50,000 ກີບ/ຄົນ) (Vientiane – Khon Kane)

ຖ້ຽວລົດ            ໂມງອອກລົດ

(Bus Leave)     (Departure time)

1 ——————— 08 : 15′

2 ——————— 14 : 45′

 

ວຽງຈັນ – ກຸງເທບ (248,000 ກີບ/ຄົນ) (Vientiane – Bangkok)

ຖ້ຽວລົດ            ໂມງອອກລົດ

(Bus Leave)     (Departure time)

1 ——————— 18 : 00′

ລະຫັດໄປສະນີລາວ

ເຄີຍສົງໄສມາດົນແລ້ວວ່າລະຫັດໄປສະນີແຕ່ລະເຂດ ແຕ່ລະແຂວງມັນແມ່ນຫຍັງ ແຕ່ກໍຊອກຫາຂໍ້ມູນບໍ່ໄດ້ ຈົນໃນທີ່ສຸດໝູ່ສະນິດທີ່ຢູ່ຫຼວງພະບາງກໍຊອກມາໃຫ້ ຕ້ອງຂອບໃຈຫຼາຍໆ

ໃນໂອກາດນີ້ກໍໂພສໄວ້ນີ້ເລີຍເພື່ອຈະໄດ້ນຳໃຊ້ນຳກັນ

Continue reading ລະຫັດໄປສະນີລາວ

Nominated by UN as the best Poem of 2006 – written by an African Kid

When I born, I black ເມື່ອຂ້າພະເຈົ້າເກີດມາ ຂ້າພະເຈົ້າມີຜິວສີດຳ
When I grow up, I black ເມື່ອຂ້າພະເຈົ້າໃຫຍ່ຂຶ້ນ ຂ້າພະເຈົ້າກໍ່ຍັງຄົງຜິວດຳ

When I go in Sun, I black ເມື່ອຂ້າພະເຈົ້າຖືກແດດ ຂ້າພະເຈົ້າກໍ່ຍັງຄົງຜິວດຳ

When I scared, I black ເມື່ອຂ້າພະເຈົ້າຢ້ານ ຂ້າພະເຈົ້າກໍ່ຍັງຄົງຜິວດຳ

When I sick, I black ເມື່ອຂ້າພະເຈົ້າປ່ວຍ ຂ້າພະເຈົ້າກໍ່ຍັງຄົງຜິວດຳ

And when I die, I still black ແລະເມື່ອຂ້າພະເຈົ້າຕາຍ ຂ້າພະເຈົ້າກໍ່ຍັງຄົງມີຜິວສີດຳ

And you white fellow ແລະຕົວທ່ານ… ເພື່ອນມະນຸດຜິວຂາວ

When you born, you pink ເມື່ອທ່ານເກີດມາ ທ່ານມີຜິວສີບົວ

When you grow up, you white ເມື່ອທ່ານໃຫຍ່ຂຶ້ນ ທ່ານມີຜິວສີຂາວ

When you go in sun, you red ເມື່ອທ່ານຖືກແດດ ທ່ານມີຜິວສີແດງ
When you cold, you blue ເມື່ອທາງໜາວ ທ່ານມີຜິວສີຟ້າ

When you scared, you yellow ເມື່ອທ່ານມີຄວາມຢ້ານ ທ່ານມີຜິວສີເຫລືອງ
When you sick, you green ເມື່ອທ່ານປ່ວຍ ທ່ານມີຜິວສີຂຽວ

And when you die, you gray ແລະເມື່ອທ່ານຕາຍ ທ່ານມີຜິວສີເທົາ

And you calling me colored?? ເຊັ່ນນີ້ແລ້ວທ່ານກັບເອີ້ນຂ້າພະເຈົ້າວ່າຄົນຜິວສີ??

ຄວາມຊວຍອັນປະເສີດ

ມື້ວານນີ້ໄຟດັບ ດັບມັນກໍ່ດັບຫມົດມື້ ດັບແຕ່ເຊົ້າຈົນຄ່ຳ ພໍໄຟມັນດັບແລ້ວກໍ່ຍາກ ເພາະວ່າໃດ ໆ ກໍ່ລ້ວນແຕ່ຕ້ອງອາໄສໄຟຟ້າ ພໍມັນບໍ່ມີໄຟຟ້າໃຊ້ກໍ່ຍາກໄປຫມົດ ຄອມກໍ່ເປີດບໍ່ໄດ້ ໂທລະສັບທີ່ມັນໃຊ້ໄຟຟ້າກໍ່ໃຊ້ບໍ່ໄດ້ ມືຖືແບັດຫມົດກໍ່ສາກບໍ່ໄດ້ ຮ້ອນກໍ່ຕ້ອງວີເອົາ ຯລຯ

ວ່າຊິຕິດຕັ້ງກ້ອງວົງຈອນປິດ ແຕ່ວ່າຍັງບໍ່ມີສາຍ ກ້ອງມັນມີ 8 ຕົວ ຕ້ອງຕິດຕັ້ງອ້ອມ ໆ ສະຖານທີ່ ລາກສາຍໄປມາ ຫນ້າຈະໃຊ້ຄວາມຍາວປະມານ 50 ແມັດ ແຕ່ວ່າໂທຖາມຢູ່ວຽງແລ້ວເພິ່ນບໍ່ວ່າ ສາຍ AV ຂະຫນາດ 2 ແມັດລາຄາ 15,000 ກີບ!! ຄິດມາແລ້ວຫນັກໃຈ ດ້ານສາຍສອງແມັດຍັງ 15 ພັນແລ້ວ ເອົາເປັນ 50 ແມັດຊິປານໃດ

ອືມ ບາງທີຕ້ອງປ່ຽນໃຊ້ສາຍ Cable ເອົາ ແຕ່ວ່າຖ້າໃຊ້ Cable ມັນຕ້ອງປ່ຽນຫົວແຈັກພ້ອມ ຕ້ອງລອງໂທໄປຖາມຢູ່ທ່າສະເດັດກ່ອນວ່າເຂົາມີຫົວແຈັກແບບ Cable ບໍ່