Category Archives: ຂອງແປກ

ຍັງອີກ ໒,໐໐໐ ກີບ

ເລື່ອງນີ້ເປັນເຫດການຈິງທີ່ ຂພຈ ຈະເລົ່າ ມັນເກີດຂຶ້ນເມື່ອມື້ຄືນວານນີ້ເອງ ມີຄົນມາປ່ຽນເງິນ ຖືເງິນໂດລາໃບ ໒໐ ກັບໃບ ໑ ມາ ລວມເປັນ ໒໑ ໂດລາ ຄຶດອັດຕາແລກປ່ຽນເປັນ ໘,໔໐໐ ກີບຕໍ່ ໑ ໂດລາເທົ່າກັບ ໑໗໖,໔໐໐ ກີບ ປັດເສດເຫຼືອ ໑໗໖,໐໐໐ ກີບ ກໍ່ເອົາເງິນໃຫ້ໄປ ພ້ອມຄຶດໄລ່ໃນຈັກຄຶດໄລ່ໃຫ້ເພິ່ນເບິ່ງ.

ປະກົດວ່າ ເພິ່ນ (ຄົນທີ່ມາປ່ຽນເງິນ) ບອກວ່າ “ບໍ່ຮູ້” ຂພຈ ຟັງແລ້ວກໍ່ງົງ ເພາະວ່າ ຫາກບໍ່ຮູ້ແລ້ວຊິຮູ້ບໍ່ຫັ້ນວ່າເງິນໃຫ້ຖືກຫຼືໃຫ້ຜິດ ກໍ່ບໍ່ໄດ້ວ່າຫຍັງ ກໍ່ໃຫ້ໄປ ເພິ່ນກໍ່ໄປເພິ່ນ .. ໄປແບບງົງ ໆ

ຫຼັງຈາກນັ້ນອີກປະມານ ໑໕ ນາທີກໍ່ກັບມາໃໝ່ ບອກວ່າ “ບໍ່ພໍ ໒,໐໐໐ ກີບ” ຂພຈ ຟັງແລ້ວກໍ່ງົງ ກໍ່ເລີຍໄລ່ໃຫ້ລາວເບິ່ງ ລາວກໍ່ບອກວ່າ “ບໍ່ຮູ້” .. “ອີກ ໒,໐໐໐ ກີບແລ້ວພໍ” …

ສະຫຼຸບແລ້ວມື້ນັ້ນກໍ່ເລີຍບໍ່ເວົ້າຫຍັງຫຼາຍ ມີແຕ່ຄືນເງິນໄປກໍ່ຈົບ = =a

ຄືນທີ່ບໍ່ມີອີເມລ

ທັມດາເມື່ອຜ່ານພົ້ນແຕ່ລະຄ່ຳຄືນໄປແລ້ວ ໃນຍາມເຊົ້າຂ້າພະເຈົ້າລຸກຂຶ້ນມາກວດອີເມລ ຈະຕ້ອງພົບກັບອີເມລບໍ່ຕ່ຳກວ່າ ໖ ສະບັບຢູ່ສະເໝີ ເຊິ່ງກາຍເປັນເລື່ອງປົກກະຕິໄປເສຍແລ້ວ ຈະມີອີເມລຕ່າງ ໆ ທີ່ສົ່ງເຂົ້າເປັນປະຈຳ ກາຍເປັນກິດຈະວັດປະຈຳວັນຢ່າງໜຶ່ງໃນຕອນເຊົ້າຂອງຂ້າພະເຈົ້າ

ຈົນໃນມື້ໜຶ່ງ ຄືມື້ນີ້ເອງ ຂ້າພະເຈົ້າຕື່ນມາແລ້ວພົບວ່າ ບໍ່ມີອີເມລເຂົ້າມາໃໝ່ເລີຍ! ນັບເປັນເລື່ອງທີ່ແປກ ໃນໄລຍະເບື້ອງຕົ້ນສັນນິຖານວ່າ

  1. Gmail ຄ້າງ
  2. ເນັດຫຼຸດ
  3. ຄອມມີບັນຫາ

ແຕ່ຫຼັງຈາກກວດສອບຈົນຖີ່ຖ້ວນແລ້ວ ກໍ່ບໍ່ປະກົດບັນຫາໃດ ໆ ເລີຍ! ນັບວ່າແປກຫຼາຍທີ່ບໍ່ມີອີເມລເຂົ້າມາ

ຄືນນັ້ນຄື ຄືນວັນທີ່ ໒໕ ທັນວາ ປີ ໒໕໕໒

ລາວໂທລະຄົມ semi-auto

ບ໊ະ… ລາວໂທລະຄົມໂທມາ ຖາມວ່າ ນີ້ແມ່ນເບີ 5x8x57x ບໍ່?

ຕອບວ່າແມ່ນແລ້ວ

ແລ້ວເຂົາກໍ່ບອກວ່າ ເບີຂອງທ່ານຈະໝົດອາຍຸການນຳໃຊ້ພາຍໃນມື້ນີ້ ກະລຸນາຕໍ່ອາຍຸ ບໍ່ດັ່ງນັ້ນຈະຖືກງົດການໃຊ້ບໍລິການ
ຂໍລົບກວນພຽງເທົ່ານີ້ ຂໍຂອບໃຈ (ເວົ້າສຽງແບບລະບົບອັດຕະໂນມັດ)

ແລ້ວກໍ່ວາງສາຍ -*-

ປະຫຼາດ ທຳມະດາບໍ່ປານນີ້ນາ…