Archive for 'ຊີວິດ'

ລົ້ນ

Posted on March 5, 2007, under ຊີວິດ, ຝອຍໃຫ້ຟັງ, ເທັກໂນໂລຢີ, ໄອເດຍ.

ຊ່ວງນີ້ບລັອກຫລາຍແຮງ ອັບເດທບໍ່ທັນ -_-)”

  • pasalao.wordpress.com ອັນນີ້ສອນພາສາລາວ
  • au8ust.wordpress.com ບລັອກແນະນຳກ່ຽວກັບ WordPress ແຕ່ຂຽນເປັນພາສາໄທ (ບາງທີ ອາດຈະຫາເວລາຂຽນສອງພາສາເລີຍ)
  • au8ust’s tech channel ສ່ວນບລັອກນີ້ ຂຽນເປັນບລັອກຫລັກ ໆ
  • au8ust’s spaces channel ອັນນີ້ຄ້ານຂຽນລະ ບາງເນື້ອຫາຈະຊ້ຳກັບໃນ *real me
  • au8ust’s thought channel ທຳອິດວ່າຊິຂຽນກ່ຽວກັບໄອເດັຍແປກ ໆ​ ແຕ່ຍັງບໍ່ມີເວລາເທື່ອ o_o
  • au8ust.exteen.com ເກັບໄວ້ຂຽນເລື່ອງບໍ່ເປນເລື່ອງ ( ຫລືເລື່ອງເປັນເລື່ອງ ແຕ່ມາເຮັດໃຫ້ບໍ່ເປັນເລື່ອງນັ້ນເອງ 555+ )
  • blogthetech ອັນນີ້ທົດລອງເຮັດ MFA ( Made of Adsense ) ແຕ່ບໍ່ຄ່ອຍໄດ້ຕິດຕາມ ກຳລັງຊອກວິທີຈັດການກັບມັນຢູ່ ຫລືອາດຈະຫາຄົນມາເຮັດແທນ

ຄວາມຈິງ ບລັອກສ່ຳນີ້ ຖືວ່າເທົ່າຂະຫຍິບມື ແຕ່ມັນຫນັກໃຈເພາະວ່າ

  1. ເນັດຊ້າ
  2. ຄອມຊ້າ
  3. ບໍ່ມີເວລາ
  4. ບໍ່ແມ່ນອາຊີບຫລັກ + ມີວຽກອື່ນຢູ່ແລ້ວ
  5. ແມ່ບໍ່ມັກ ( คุณแม่ไม่ปลื้ม )

Technorati Tags: ລົ້ນ, ບລັອກ. ຫລາຍເກີນ, ອັບເດທ, au8ust, pasalao, exteen, spaces, blogthetech, btt, realme

ຈັກແມ່ນໃຜແທ້ທີ່ບໍ່ຖືກ…

Posted on February 22, 2007, under ຂອງແປກ, ຊີວິດ, ບ້ານເມືອງ, ຝອຍໃຫ້ຟັງ.

ໄປອ່ານຂ່າວໃນ RFA Lao ມາ ອ່ານແລ້ວກໍ່ງົງ ໆ ພວກລາວເກົ່ານີ້ຕັ້ງເປັນແນວນີ້ແທ້ໆ…​ ຂໍຍົກມາໃຫ້ອ່ານ

ອິດທິພົລໄທຽ ເຮັດໃຫ້ພາສາລາວ ວິນາສຮຽກທວງພາຄຣັຖ ໃຫ້ຄວາມເບີ່ງແຍງ

2007.02.20

ໜັງສືພີມຜູ້ຈັດການຣາຍວັນໄທຽສະບັບວັນທີ່ 12 ກຸມພານີ້ແຈ້ງວ່າ: ສື່ມວນຊົນທາງການລາວໄດ້ຮຽກຮ້ອງໄປຍັງທາງ
ການລາວທີ່ຮັບຜິດຊອບເພື່ອໃຫ້ເອົາໃຈໃສ່ຄວບຄຸມເບີ່ງແຍງນຳການໃຊ້ພາສາລາວ ຍ້ອນປະຊາຊົນແມ້ກະທັ້ງສື່ມວນ
ຊົນບາງຄົນກໍຫັນປ່ຽນໄປໃຊ້ພາສາໄທຽຫລາຍຂື້ນ ທີ່ອາຈຈະເຮັດໃຫ້ “ພາສາລາວວິບັຕ” ຫລືວິນາສຈິບຫາຍໄປໃນ
ພາຍຂ້າງໜ້າກໍເປັນໄດ້!

ໜັງສືພີມດັ່ງກ່າວຢືນຢັນວ່າ: ມີຫລາຍປໂຍກໃນພາສາລາວຮວມທັງຄຳສັພສາ ມັນຕ່າງໆສູນເສັຽໄປຢ່າງຫລວງຫລາຍ
ຍ້ອນພາກັນນຳເອົາພາສາໄທຽເຂົ້າມາໃຊ້ແທນເຊັ່ນວ່າ: “ນ້ຳແຂງ” ແທນທີ່ຈະໃຊ້ພາສາລາວທີ່ວ່າ: “ນ້ຳກ້ອນ”, “ເຈິ
ກັນ” ແທນຄຳວ່າ “ພົບກັນ”, “ຫລໍ່ຫລາຍ” ແທນທີ່ຈະວ່າ “ເຈົ້າຊູ້ຫລາຍ”, “ແມ່ບ້ານ” ແທນທີ່ຈະວ່າ “ແມ່ເຮືອນ” ຫລື
“ປິດປະຕູ” ແທນທີ່ຈະວ່າ “ອັດປະຕູ” ດັ່ງນີ້ເປັນຕົ້ນ.

ທາງໜັງສືພີມລາວໄດ້ຮຽກຮ້ອງໃຫ້ທາງການກ່ຽວຂ້ອງໄດ້ເອົາໃຈໃສ່ຄວບຄຸມເຊັ່ນວ່າ: “ໃຫ້ມີການປັບປຸງໂຄສະນາແລະ
ອົບຮົມປະຊາຊົນຢ່າງກ້ວາງຂວາງ”ເພື່ອໃຫ້ຮູ້ແລະເຂົ້າໃຈເຖີງທີ່ມາເປັນການຮັກສາພາສາລາວໄວ້. ບັນຫາສ່ວນໃຫຍ່
ໃນປັຈຈຸບັນອາຈເປັນດ້ວຍສາເຫຕທີ່ວ່າມີການນິຍົມເບີ່ງໂທຣະທັດຫລືຟັງວິທຍຸໄທຽເປັນສ່ວນໃຫຍ່ນັ້ນກໍເປັນໄດ້ ແລະ
ນອກຈາກນັ້ນຍັງມີບັນຫາສິນຄ້າຕ່າງໆທີ່ນຳເຂົ້າປະເທດນັ້ນ ແມ້ກະທັ້ງເຄື່ອງຫລິ້ນເກ໊ມຕ່າງໆຫລືໂທຣະສັພມືຖືຈະມີຂໍ້
ມູນຫລືວິທີແນະນຳໃນການໃຊ້ກໍລ້ວນແຕ່ເປັນພາສາໄທຽ ຈື່ງເຮັດໃຫ້ມີການນິຍົມໃຊ້ເປັນພາສາໄທຽໄປເລີຽໂດຽບໍ່ໄດ້
ຄຳນຶງເຖີງຄວາມເສັຽຫາຍທີ່ຈະຕາມມາພາຍຫລັງນັ້ນແຕ່ຢ່າງໃດ!!

ຫວາດ ສີມູນ ຣາຍງານ

ອ່ານໄປກໍ່ຫົວໄປ… *sigh

ອາຫານໃຫມ່

Posted on February 19, 2007, under ຊີວິດ, ຝອຍໃຫ້ຟັງ.

ມື້ນີ້ໄດ້ຍິນພະນັກງານຮ້ານລົມກັນ ຄົນໃນຄົວບອກວ່າ

“ບໍ່ຈັກຊິຄົວຫຍັງ ແຕ່ລະມື້ກໍ່ຄົວແຕ່ແນວເກົ່າກິນ ເບື່ອ…”

ພະນັກງານທາງນອກຟັງ ລວມເຖິງຜູ້ຈັດການ ຜູ້ຈັດການຟັງແລ້ວກໍ່ເວົ້າຂຶ້ນວ່າ

“ຊິໄປຍາກຫຍັງ…  ມື້ນີ້ເຮັດແກງຜັກກາດໃສ່ກະຫລ່ຳປີ ມື້ອື່ນກໍ່ເຮັດແກງກະຫລ່ຳປີໃສ່ຜັກກາດ ມື້ຮືກໍ່ເຮັດແກງຜັກກາດໃສ່ກະຫລ່ຳປີ ມື້ຖັດໄປກໍ່ເຮັດແກງກະຫລ່ຳປີໃສ່ຜັກກາດ ເຮັດແບບນີ້ກໍ່ໄດ້ກິນແນວບໍ່ຊ້ຳກັນແລ້ວ…”

ເຮົາຟັງແລ້ວກໍ່ ເອ໊ະ! ແປກ… ວິທີເວົ້າແບບນີ້ໃຫ້ແງ່ມຸມຫນ້າສົນໃຈດີ ມັນເປັນຈິດຕະວິທະຍາຢ່າງຫນຶ່ງ  ຕໍ່ໄປອາດໄດ້ໃຊ້ວິທີການເວົ້າແບບນີ້ 555+

ໂຈນຂຶ້ນ!!

Posted on February 17, 2007, under ຊີວິດ.

ຕອນເຊົ້າມື້ນີ້ ຕື່ນມາເປີດຮ້ານ ພະນັກງານຄ່ອຍໆ ທະຍອຍພາກັນມາເຮັດວຽກ ພໍແມ່ຄົວມາຮອດໄດ້ຈັກຫນ່ອຍ ກໍ່ຍ່າງເຂົ້າໄປເບິ່ງເຮືອນຄົວ ແມ່ຄົວກໍ່ລາຍງານວ່າ “ກະປ໋ອງມີຄົນລັກໄປ” ອ່າວ… ເວນລະແບບນີ້ ມື້ນີ້ມັນມາ ມື້ຫນ້າມັນກໍ່ຕ້ອງມາອີກ…  🙁

ເທື່ອນີ້ມາເອົາແຕ່ກະປ໋ອງໄປ ເທື່ອຫນ້າຊິມາເອົາຫຍັງໄປອີກລະບາດນີ້ *sigh*