Archive for 'ຊີວິດ'

ບັນຫາ ບັນຫາ ບັນຫາ

Posted on November 15, 2013, under ຊີວິດ.

ຊີວິດກັບບັນຫາ ມັນຊ່າງເປັນຂອງທີ່ຄູ່ກັນຈົນແຍກບໍ່ອອກວ່າອັນໃດແມ່ນອັນໃດ

ດົນມາແລ້ວມີຄົນທີ່ສຳຄັນຫຼາຍຄົນນຶ່ງບອກວ່າ ທຸກຄົນກໍມີບັນຫາກັນຫັ້ນລະ ເຈົ້າກໍມີບັນຫາ ຂ້ອຍກໍມີບັນຫາ ທຸກຄົນລ້ວນແຕ່ມີບັນຫາຂອງໃຜຂອງລາວ ເຊິ່ງກໍຈິງແທ້ແນວນັ້ນ…

ບັນຫາ ບາງທີມັນກໍດີກວ່າ ຖ້າເຮົາເກັບໄວ້ຄົນດຽວແລ້ວຈັດການມັນເອງຊະ ຢ່າໄປແບ່ງໃຫ້ຄົນອື່ນ ເຊິ່ງເຂົາກໍມີບັນຫາຂອງເຂົາຢູ່ແລ້ວ ເວັ້ນເສຍແຕ່ເຂົາຈະມາຂໍບັນຫານຳເຮົາໄປຕື່ມ.

 

ປະສົບການໄປສຳພາດ VISA USA

Posted on May 24, 2012, under ຊີວິດ.

ເນື່ອງຈາກມີໂອກາດໄດ້ເຂົ້າຮ່ວມງານ Google I/O ເຊິ່ງທາງ Google ຈັດຂຶ້ນ ແລະກໍເຊີນໃຫ້ບັນດາ GTUG Manager ໄປກັນ ໂດຍມີ subsidy ໃຫ້ສຳລັບບາງກໍລະນີ ແລະເຮົາກໍໄດ້ເປັນນຶ່ງໃນນັ້ນ ກໍເລີຍວ່າໄດ້ໄປນຳເພິ່ນ.

ການຍື່ນ VISA ບາດນີ້ ກໍບໍ່ມີຫຍັງຍາກ ສາມາດຂຽນແບບຟອມໄດ້ໃນເວັບໄຊສະຖານທູດອາເມລິກາເລີຍ ແລ້ວເຂົາກໍຈະໃຫ້ຂຽນເອກະສານໂຄດຍາວ ຍາວແລ້ວຍາວອີກ ຂຽນ (ພິມ) ຈົນເມື່ອຍຂຽນ ແລ້ວກໍສົ່ງໄປ ພ້ອມແນບຮູບໄປນຳ ຈາກນັ້ນກໍເລືອກມື້ສຳພາດ ແລ້ວກໍພິມລາຍລະອຽດອອກມາເປັນເຈ້ຍ 2-3 ໃບ ມີເຈ້ຍ Online Nonimmigrant Visa Application (DS-160) ແລ້ວກໍ Appointment Confirmation ນອກນັ້ນກໍໃຫ້ແນບຮູບ 2x2cm ໄປນຳ ກໍເລີຍຖ່າຍແລ້ວໄປພິມກຽມໄວ້

ຮອດມື້ມາ ກໍໄປສຳພາດ ເຊິ່ງຢູ່ວຽງແມ່ນຕ້ອງໄປສະຖານທູດເມກາຢູ່ແຖວທາດດຳ ເຂົານັດ 10 ໂມງເຊົ້າ ກໍໄປຕອນ 9:30 AM ໄປຮອດແລ້ວກໍໄປຝາກມືຖື ແລ້ວກໍເອົາບັດຄິວມາ ຈາກນັ້ນໄປນັ່ງຖ້າ ຖ້າໄດ້ປະມານ 10 ນາທີເຂົາບອກວ່າ ໃຜທີ່ຍັງບໍ່ທັນຍື່ນຟອມ ໃຫ້ໄປຍື່ນປ່ອງ 1 ກໍເລີຍໄປຍື່ນ ໂດຍສົ່ງແບບຟອມ DS-160 ພ້ອມກັບ Passport ແລ້ວກໍຈ່າຍເງິນ $160 (ແຕ່ກ່ອນແມ່ນ $140 ແຕ່ດຽວນີ້ຂຶ້ນລາຄາແລ້ວ)

ຈາກນັ້ນກໍນັ່ງຖ້າອີກປະມານ 20 ນາທີ ມີຄົນແຈ້ງບອກໃຫ້ໄປປ່ອງ 3 ເພື່ອສະແກນລາຍນິ້ວມື ຈາກນັ້ນກໍໃຫ້ກັບໄປນັ່ງຖ້າ ກໍນັ່ງຖ້າໄປອີກປະມານ 20 ນາທີ ຖ້າຈົນເຫງົານອນ ບັງເອີນພໍດີມີຄົນຮູ້ຈັກຢູ່ສະຖານທູດຍ່າງມາລົມນຳ ແກ້ເຫງົານອນໄດ້ເຕີບນຶ່ງ ແລ້ວກໍນັ່ງເຫງົານອນຕໍ່ ຈົນຮອດຕອນເຂົາເອີ້ນໄປສຳພາດຢູ່ປ່ອງເບີ 5

ເຂົາກໍຖາມວ່າ ເຈົ້າຊິໄປເຮັດຫຍັງ ເມກາຫັ້ນ? ແລ້ວທີ່ຜ່ານມາ ໄປປະເທດອື່ນຫັ້ນ ໄປເຮັດຫຍັງ? ແລ້ວດຽວນີ້ເຮັດຫຍັງຢູ່? ເຮັດນຳໃຜ? ເຮັດໃຫ້ໃຜ? ມີເມຍມີລູກຫຼືຍັງ? ມີນາມບັດບໍ່? (ຫະ!?) ເຄີຍຮຽນຢູ່ໃສ? ແລ້ວອັນໄປເມການິ ໃຜຈ່າຍໃຫ້? ແລ້ວເປັນຫຍັງເຂົາຈ່າຍໃຫ້? ມີຄວາມສຳພັນກັນແນວໃດ? ຖາມຈົນແລ້ວໆ ເຂົາກໍໄປນັ່ງພິມໆ ຢູ່ໜ້າຄອມ ແລ້ວກໍບອກວ່າ ມື້ອື່ນ 3:30 PM ມາເອົາ Passport ເດີ

ຈົບ ໃຊ້ເວລານັ່ງຖ້າ 1 ຊົ່ວໂມງໂດຍປະມານ ແລ້ວກໍສຳພາດ 6 ນາທີ ແລ້ວກໍກັບ

ສະຫຼຸບແລ້ວຂັ້ນຕອນການຍື່ນເອກະສານຫຍັງຕ່າງໆ ແມ່ນບໍ່ຍາກ ສ່ວນວ່າຜ່ານບໍ່ຜ່ານ ຂຶ້ນກັບວ່າເຮົາມີ back ດີບໍ່ ຖ້າເອກະສານພ້ອມ ເຫດຜົນ (ວ່າຈະບໍ່ໄປຢູ່ພຸ້ນເລີຍ) ພ້ອມ ກໍຜ່ານງ່າຍໆ

ເລື່ອງຄວາຍໆ

Posted on July 30, 2011, under ຊີວິດ.

ໃນທີ່ສຸດມັນກໍຈົບລົງ…

ບໍ່ໄດ້ຂຽນດົນຈົນລືມ

Posted on January 5, 2011, under ຊີວິດ.

ວ່າມີບລັອກນີ້ຢູ່ ເພາະວ່າໄລຍະຫຼັງມານີ້ເມົາໄປຫຍຸ້ງກັບວຽກບໍລິສັດຫຼາຍ ຈົນຮູ້ສຶກວ່າຫ່າງເຫີນໄປກັບການເຮັດເວັບໄຊພໍສົມຄວນ ທັງວຽກຂອງ UMC ແລ້ວກໍຂອງ Lao IT Dev ທີ່ເຮັດວາລະສານ e-Corner ໃນຊ່ວງບຸກເບີກ ຄາດວ່າຕ້ອງໃຊ້ເວລາພໍສົມຄວນຈຶ່ງຈະສາມາດບັນລຸເປົ້າໝາຍທີ່ຕັ້ງໄວ້ໄດ້.

ຢ່າງໃດກໍຕາມ ໃກ້ຊິຮອດມື້ອັບເດດພັນລາວແລ້ວ =)

DAN the MAN

Posted on April 24, 2010, under ຊີວິດ.

based on true story ຊັດໆ!

ຊີວິດມັນບໍ່ໄດ້ດັ່ງໃຈຄຶດ

Posted on September 19, 2008, under ຊີວິດ.

ຊ່ວງນີ້ຮູ້ສຶກວ່າຊີວິດມັນຢຸດສະງັກ ບໍ່ໄປບໍ່ມາ ບໍ່ຄືບໜ້າ ມີແຕ່ຊິຖອຍຫຼັງ (ເພາະຄົນອື່ນໄປທາງໜ້າໝົດ) ໂອ… ເວນກຳ ບໍ່ໜ້າເລີຍຊີວິດ… ເຮົາຕ້ອງພະຍາຍາມໃຫ້ຫຼາຍກວ່ານີ້ ເພື່ອອະນາຄົດທີ່ດີກວ່າມື້ນີ້ 🙂

ເພາະນີ້ຄືຊີວິດ…

Posted on February 28, 2008, under ຊີວິດ.

“Experience is a harsh teacher. First comes the test. Second comes the lesson.”

“ປະສົບການຄືຄູທີ່ໃຈຮ້າຍ ການສອບມາກ່ອນ ບົດຮຽນຈະຕາມມາພາຍຫລັງ”

– ປະໂຫຍກຕອນຫນຶ່ງໃນຫລັງເລື່ອງ SAW IV

ປີໃຫມ່ແລ້ວວຸ້ນວາຍ

Posted on January 5, 2008, under ຊີວິດ.

ຕັ້ງແຕ່ກ່ອນປີໃຫມ່ ຈົນຫລັງປີໃຫມ່ມານີ້ວຽກຂຸ້ນຕະຫລອດ ຈົນບໍ່ມີເວລາເຮັດຫຍັງເລີຍ ມິແຕ່ຫາໂອກາດບັງຄັ້ງມາອັບເດດບລັອກ ແລະເວັບໄຊຕ໌ໃນເຄືອເລັກນ້ອຍເທົ່ານັ້ນ ວ່າຈະເຮັດ AAA ກໍ່ຍັງບໍ່ມີໂອກາດປານນີ້ ຄົງຈະຫລັງຈາກແລ້ວວຽງເລື່ອງລະບົບ POS ຂອງຮ້ານພຸ້ນລະຈຶ່ງຈະໄດ້ມາ active ໃຫມ່

ມ້າກັບນ້ຳ

Posted on December 6, 2007, under ຊີວິດ.

ມ້າ ປົກກະຕິແລ້ວຈະເປັນສັດທີ່ບໍ່ຍອມກິນນ້ຳ ບໍ່ວ່າເຮົາຈະບັງຄັບ ຂູ່ເຂັນ ຫຼືຈັບມັນກົດຫົວລງໄປໃນສະນ້ຳ ມັກໍ່ຈະບໍ່ຍອມກິນ
ວິທີງ່າຍ ໆ ທີ່ຈະໃຫ້ມັນກິນນ້ຳ… ຮູ້ບໍ່ວ່າເຮັດແນວໃດ?

…ໃຫ້ມັນແລ່ນ… ໃຫ້ມັນແລ່ນຈົນເມື່ອຍແລ້ວມັນກໍ່ຈະມາກິນນ້ຳເອງ ໂດຍທີ່ເຮົາບໍ່ຕ້ອງໄປບັງຄັບມັນໃຫ້ເມື່ອຍ…

ນິທານເລື່ອງນີ້ສອນໃຫ້ຮູ້ວ່າ…

ຄົນປົກກະຕິຈະບໍ່ມັກອ່ານຫນັງສື ຕໍ່ໃຫ້ບັງຄັບ ຂູ່ເຂັນ ຖ້າບໍ່ມັກອ່ານກໍ່ຈະບໍ່ອ່ານ ບໍ່ຄົ້ນຄວ້າຫາຄວາມຮູ້ໃຫມ່ ໆ
ສະນັ້ນ ເຮົາຈະຕ້ອງເຮັດວຽກ ແລະຫາສິ່ງໃດທີ່ໃຊ້ສະຫມອງຫລາຍ ໆ ແລ້ວເຮົາກໍຈະເປັນຄົນກະຫາຍຄວາມຮູ້ ຢາກທີ່ຈະຮຽນຮູ້ສິ່ງໃດໃຫມ່ ໆ

ເຊັ່ນ ການໄດ້ເຮັດວຽກງານໃດໃຫມ່ ໆ ທີ່ເຮົາບໍ່ເຄີຍຮູ້ມາກ່ອນ ເຮົາກໍ່ຈະກະຕືລືລົ້ນທີ່ຈະຄົ້ນຄວ້າາຄວາມຮູ້ກ່ຽວກັບວຽກງານນັ້ນ ໆ ຫາຫນັງສືມາອ່ານ ຖາມຄົນນັ້ນຄົນນີ້ທີ່ເປັນຜູ້ຮູ້
ແຕ່ຖ້າບໍລິສັດ ສົ່ງເຮົາໄປຝຶກງານ ໃນເລື່ອງທີ່ເຮົາບໍ່ໄດ້ໃຊ້ ການຝຶກງານນັ້ນ ກໍ່ສະເຫມືອນກັບການໄດ້ລາງານຫນຶ່ງມື້ ນັ້ນເອງ

ແປຈາກສະບັບພາສາໄທຈາກບລັອກ Knowledge Revolution

ຢູ່ທີ່ວິທີການ

Posted on June 19, 2007, under ຊີວິດ.

ຊາຍຄົນຫນຶ່ງ ໃຫ້ຫມາຂອງລາວກິນນ້ຳມັນຕັບປາທຸກມື້ ເພາະເຊື່ອວ່າຈະສົ່ງຜົນດີຕໍ່ມັນ ແຕ່ວ່າການຈະໃຫ້ມັນກິນນັ້ນ ເປັນເລື່ອງຍາກຫລາຍ ເພາະລາວຕ້ອງໃຊ້ສອງຂານັ້ນ ຫນີບຫົວມັນໄວ້ບໍ່ໃຫ້ມັນດິ້ນ ແລ້ວງ້າງປາກຖອກນ້ຳມັນຕັບປາລົງໄປ

ມື້ຫນຶ່ງ ຫມາຂອງລາວດິ້ນຫລຸດຈາກລາວ ເຮັດໃຫ້ນ້ຳຕັບປາຄວ່ຳເຕັມພື້ນ ແລ້ວລາວກໍ່ປະຫລາດໃຈທີ່ເຫັນຫມາຂອງລາວ ເລຍນ້ຳມັນຕັບປາເທິງພື້ນຈົນຫມົດ ນີ້ເຮັດໃຫ້ລາວຮູ້ວ່າ ບໍ່ແມ່ນນ້ຳມັນຕັບປາດອກທີ່ສ້າງບັນຫາ ແຕ່ເປັນວິທີການຂອງລາວທີ່ໃຫ້ມັນກິນຕ່າງຫາກ

ໂດຍ ເດີ ເມວໂລ

ຈາກ:
ອີ້ຈິງ ສາດແຫ່ງການປ່ຽນແປງເພື່ອຄວາມສຳເລັດ
ຫນ້າ ໕໐, ບົດທີ່ ໕ ຖອຍອອກມາເບິ່ງ

[via iFew]