Category Archives: ໄອເດຍ

ທ້າວຄຳຢາກຖືກເລກ

ມີເລື່ອງຕະລົກແຝງຂໍ້ຄິດດີໆມາເລົ່າໃຫ້ຟັງ ດຽວຈະສະເຫຼີຍບົດຄວາມເຕັມໃຫ້ອ່ານກັນບາດນຶ່ງໃນໂພສໜ້າ

ເລື່ອງມັນມີຢູ່ວ່າ ກາລະຄັ້ງນຶ່ງດົນນານມາແລ້ວ ມີຊາຍຄົນນຶ່ງຊື່ວ່າ ທ້າວຄຳ ຊາຍຜູ່ເຊິ່ງບໍ່ປາຖະໜາສິ່ງໃດຫຼາຍໄປກວ່າຄວາມລ່ຳລວຍ ດັ່ງນັ້ນ ທຸກມື້ລາວຈຶ່ງເຂົ້າໄປທີ່ໂບດ ແລະອະຖິຖານຂໍພອນຕໍ່ພະເຈົ້າໃຫ້ລາວຖືກເລກຮາງວັນທີ 1 ຈັກເທື່ອແດ່ທ້ອນ ເຫດການກໍດຳເນີນໄປແບບນັ້ນເລື້ອຍໆ ຈາກມື້ ເປັນອາທິດ ຈາກອາທິດ ເປັນເດືອນ ຈາກເດືອນ ເປັນປີ

ແຕ່ທ້າວຄຳກໍບໍ່ເຄີຍຖືກເລກຮາງວັນທີ 1 ສົມໃຈໝາຍປອງຈັກເທື່ອ! ໃນທີ່ສຸດ ທ້າວຄຳກໍສິ້ນສຸດຄວາມອົດທົນ ລາວຈຶ່ງເຂົ້າໄປໃນໂບດ ແລ້ວເວົ້າກັບພະເຈົ້າດ້ວຍຄວາມນ້ອຍໃຈວ່າ “ພະອົງເຮັດໃຫ້ຂ້ານ້ອຍຜິດຫວັງຢ່າງທີ່ສຸດ” ທັນໃດນັ້ນ ຄວາມງຽບໃນໂບດກໍຫາຍໄປທັນທີ ເພາະພະເຈົ້າຕອບກັບມາດ້ວຍສຽງອັນດັງສະໜັ່ນຫວັ່ນໄຫວວ່າ…

“ທ້າວຄຳ!!! ເຈົ້າຕ້ອງຊ່ວຍເຮົາອີກແຮງ!!! ຢ່າງໜ້ອຍກໍຊື້ເລກຈັກໃບກ່ອນສາ!!!”

ລອງຄິດກັນເບິ່ງວ່າ ຂໍ້ຄິດໃນເລື່ອງນີ້ແມ່ນຫຍັງ

AIDS ແລະ HIV

ຄຳວ່າ AIDS (ເອດ) ເປັນໂລກຕິດຕໍ່ຮ້າຍແຮງທີ່ຄົ້ນພົບຄັ້ງທຳອິດໃນໄລຍະຕົ້ນປີ 1980 ເຊິ່ງຄຳວ່າ AIDS ນີ້ ຫຍໍ້ມາຈາກ Acquired Immune Deficiency Syndrome ມີຄວາມໝາຍແບບຫຍໍ້ໆ ວ່າ “ກຸ່ມອາການພູມຄຸ້ມກັນເສື່ອມ”ທີ່ມັນເສື່ອມກໍຍ້ອນເຫດມາຈາກການຕິດເຊື້ອໄວຣັສ HIV (Human Immunodeficiency Virus) ເຮັດໃຫ້ຄົນທີເປັນນັ້ນ ເກີດມີຄວາມລົ້ມເຫລວໃນລະບົບພູມຄຸ້ມກັນຮ່າງກາຍ ເຊິ່ງກໍຈະກໍ່ໃຫ້ເກີດຄວາມສ່ຽງຕໍ່ການຕິດເຊື້ອພະຍາດຕ່າງໆ ໄດ້ງ່າຍ. ໃນປີ 2009 ນັ້ນ WHO ຫຼືອົງການອະນາໄມໂລກປະມານວ່າ ມີຜູ່ຕິດເຊື້ອ HIV ແລະຜູ່ປ່ວຍເປັນໂລກເອດຢູ່ປະມານ 33.3 ລ້ານຄົນທົ່ວໂລກ (5 ເທົ່າຂອງປະຊາກອນລາວໃນປັດຈຸບັນ) ທີ່ໜ້າຕົກໃຈຄື ແຕ່ລະປີຈະມີຜູ່ຕິດເຊື້ອ HIV ເພີ່ມຂຶ້ນປະມານ 2.6 ລ້ານຄົນ ຊ້ຳຮ້າຍ ມີຜູ່ເສຍຊີວິດຈາກໂລກເອດເຖິງປີລະ 1.8 ລ້ານຄົນ. ໃນວິທະຍາການແພດປັດຈຸບັນ ຍັງບໍ່ມີວິທີໃດສາມາດຮັກສາພະຍາດນີ້ໃຫ້ເຊົາເດັດຂາດໄດ້ ສິ່ງທີ່ເຮັດໄດ້ກໍມີພຽງການເຮັດໃຫ້ມັນເຮັດວຽກຊ້າລົງ. ສາເຫດການຕິດເຊື້ອກໍເນື່ອງມາຈາກການມີເພດສຳພັນ ທັງກັບເພດດຽວກັນ ແລະເພດກົງກັນຂ້າມ (ຢ່າຄິດໃດວ່າມີກັບເພດດຽວກັນຊິບໍ່ຕິດ -”-) ແຕ່ກໍບໍ່ສະເພາະວ່າຕ້ອງຕິດທາງເພດສຳພັນເທົ່ານັ້ນ ເພາະຍັງມີສາເຫດອື່ນໆ ອີກເຊັ່ນ ການຮັບເລືອດຈາກຜູ່ປ່ວຍໂລກເອດ, ການໃຊ້ເຂັມສີດຢາຮ່ວມກັນກັບຜູ່ມີເຊື້ອນີ້ ແລະຈາກການສົ່ງຕໍ່ຈາກແມ່ສູ່ລູກໃນທ້ອງໂດຍກົງ.

ອົງການອະນາໄມໂລກຫຼື WHO ໄດ້ຖືເອົາວັນທີ 1 ທັນວາ ເປັນວັນຕ້ານເອດໂລກ (World AIDS Day) ໂດຍເລີ່ມມາຕັ້ງແຕ່ປີ 1995 ເປັນຕົ້ນມາ.