ມື້ນີ້ໄດ້ມີໂອກາດໄປເຮັດ VISA ທ່ອງທ່ຽວສຳລັບຄົນລາວເພື່ອໄປປະເທດຍີ່ປຸ່ນ ກໍເລີຍເກັບລາຍລະອຽດມາບັນທຶກໄວ້ ເພື່ອຈະເປັນປະໂຫຍດກັບຜູ່ຜ່ານມາອ່ານໃນໂອກາດຕໍ່ໄປ
ຂໍ້ມູນສ່ວນໃຫຍ່ສຳລັບການຂໍວິຊ່າຍີ່ປຸ່ນນັ້ນ ສາມາດເບິ່ງໄດ້ທີ່ເວັບໄຊສະຖານທີ່ຍີ່ປຸ່ນປະຈຳປະເທດລາວທີ່ http://www.la.emb-japan.go.jp/
ໂດຍຫຼັກແລ້ວຈະມີວິຊ່າຢູ່ 3 ປະເພດຄື:
- ຢ້ຽມຢາມພີ່ນ້ອງ
- ຢ້ຽມຢາມຄົນຮູ້ຈັກ-ທ່ອງທ່ຽວ
- ວຽກທຸລະກິດໄລຍະສັ້ນ ແລະອື່ນໆ
ສຳລັບວິຊ່າທີ່ໄປຍື່ນໃນຄັ້ງນີ້ແມ່ນປະເພດທີສອງ ກໍຄືວິຊ່າສຳລັບທ່ອງທ່ຽວ