based on true story ຊັດໆ!
Monthly Archives: April 2010
ຮວມຂ່າວດີປະຈຳວັນທີ 21 ເມສາ 2010
ແບບວ່າ ມື້ນີ້ມີຫຼາຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍຍ ເລື່ອງທີ່ເປັນເລື່ອງດີໆ ເຂົ້າມາໃນຊີວິດ ເລີ່ມຕົ້ນຈາກ:
- ເຄື່ອງທີ່ສັ່ງຈາກ ebay ມາຮອດພ້ອມກັນ 8 ຢ່າງ
- ອ້າຍໂອໂທມາບອກວ່າ ເພງຂອງ L Zone ດີຫຼາຍ ຢາກໃຫ້ເຮັດ MV ອີກ 4 ເພງ
- ໄດ້ຮັບ check ຈາກ Amazon ຕັ້ງ $341 ໃຫ້ຊື່ນຫົວໃຈ
- ຊື້ Battery ກັບ Stylus ມາໃຊ້ກັບ iPAQ 1910 ສຳເລັດ
- ເປີດບັນຊີທະນາຄານຮ່ວມພັດທະນາ ເພື່ອກຽມເຮັດບັດ Debit VISA
ນັບວ່າເປັນອີກນຶ່ງມື້ທີ່ມີຄວາມສຸກ @_@
Marvel vs. Capcom 3
ເກມໃນຕະກູນ Marvel VS ຫຼື Capcom VS ມີອອກມາຫຼາຍຍຍຍຍ ພາກພໍສົມຄວນ ເຊິ່ງເປັນເກມຕໍ່ສູ້ທີ່ມີໂຕລະຄອນຈາກສອງຟາກຝັ່ງມາສູ້ກັນມັນສຸດໆ ແລະຄັ້ງນີ້ແມ່ນມາຮອດຄິວຂອງພາກ 3 ໂດຍມີການພັດທະນາ Graphic ໄປໄກສຸດຍອດ ເປັນ 3D ແບບ cell-shading ພາບງົດງາມຫຼາຍ
ບໍ່ຜ່ານອີກແລ້ວ!!!
ໄປເສັງໃບຂັບຂີ່ອີກຮອບ ຮອບນີ້ເປັນຮອບທີ 3 ເອ໊ະ ຫຼືໜ້າຈະ 4 ເພາະວ່າໄປເທື່ອນີ້ເທື່ອທີ 4 ແລ້ວ
ເລື່ອງກໍເລີ່ມຕົ້ນຈາກປີກາຍ ໄປຮຽນ basic ແບບໄວໆ ຈາກໂຮງຮຽນການຊ່າງ ແລ້ວກໍໄປເສັງ ປາກົດວ່າ ຜ່ານທິດສະດີ ແຕ່ບໍ່ຜ່ານຂັບຂີ່ໂຕ T ແລະໂຕ C ກິນແຫ້ວກັບບ້ານໄປ.
ຮອບທີສອງ ເສັງເດືອນຖັດມາ ໜ້າຈະເປັນເດືອນ 12 ເດືອນນັ້ນຄົນຫຼາຍພິລຶກ ເພາະວ່າເປັນເດືອນທີ່ພໍດີຄົບ 3 ເດືອນຂອງໂຮງຮຽນສອນຂັບລົດ ຄົນເລີຍຫຼາຍເປັນພິເສດ. ກໍໄປເສັງສະເພາະໂຕ T ກັບ C ເພາະທິດສະດີຜ່ານແລ້ວ ປາກົດວ່າ ຜ່ານແຕ່ໂຕ T ສ່ວນ C ບໍ່ຜ່ານ ກິນແຫ້ວອີກແລ້ວ.
ຍັງບໍ່ໝົດກຳລັງໃຈ ຊິເສັງໃຫ້ຜ່ານໃຫ້ໄດ້ນີ້ແຫລະ…
ເດືອນຖັດມາ ເດືອນ 1 ໄປຍື່ນຄຳຮ້ອງເສັງອີກຮອບ ປາກົດວ່າ ເພິ່ນບໍ່ໃຫ້ເສັງ ໃຫ້ຖ້າອີກ 3 ເດືອນ… -_-‘
3 ເດືອນຜ່ານໄປ ໄວປານຂີ້ໂມ້ ເດືອນ 3 ມາຮອດ ແຕ່ກໍບໍ່ໄດ້ໄປ ເພາະວ່າ ຄາວຽກ ກໍເລີຍກາຍເອົາຊື່ໆ ປົກກະຕິຈະໄປຍື່ນຊ່ວງວັນທີ 20 ~ 24 ຂອງເດືອນ ແຕ່ເດືອນນີ້ບໍ່ທັນ ບາດໄປກໍວ່າປິດແລ້ວ ອົດເລີຍ.
ມາຮອດເດືອນ 4 ເດືອນທີ່ກຳລັງຂຽນນີ້ເອງ ໄປຍື່ນອີກຮອບ ປາກົດວ່າ ບໍ່ຜ່ານ ເຂົາບອກວ່າ ເສັງເທື່ອທີ 1 ບໍ່ໄດ້ ເທື່ອທີ 2 ບໍ່ໄດ້ອີກ ຕ້ອງພັກຜ່ອນ 6 ເດືອນຄ່ອຍໄປຍື່ນເອກະສານໃໝ່ ແລ້ວໄປເສັງໃໝ່ຄືນ (ໝາຍຄວາມວ່າຕ້ອງກັບໄປເສັງທິດສະດີ ແລ້ວກໍໂຕ T ພ້ອມ C ໃໝ່ທັງໝົດ =”=)
ໄປເວົ້າໃຫ້ໝູ່ຟັງ ໝູ່ບອກວ່າ ຊື້ໂລດ ຊື້ໂລດ ຊື້ໂລດ ຈົນເຮົາເອງກໍຄ້ອຍຕາມ ໜ້າຈະຊື້ດີກວ່າ ບໍ່ຕ້ອງເສຍເວລາ ຊື້ເອົາບາດດຽວກໍໄດ້ ເສຍເງິນເທື່ອດຽວ ເສຍເວລາເທື່ອດຽວ ມັນກໍງ່າຍດີ ແຕ່ຄຶດໄປຄຶດມາ ຄົນອີ່ຫຍັງຫວະ ໂຄດໄດ້ເລື່ອງ ເຈິອຸປະສັກເທົ່ານີ້ກໍຖອດໃຈລະ ແມ່ມ ມັນຊິໄປຫາຢູ່ຫາກິນຫຍັງໄດ້ນຳເພິ່ນ ຖຸຍຍຍຍຍ ປາກບອກວ່າຊັງ ບໍ່ມັກພວກໃຊ້ເສັ້ນໃຊ້ສາຍ ແຕ່ໂຕເອງກຳລັງຄຶດຈະຊື້ໃບຂັບຂີ່ ນີ້ມຶງປາກຢ່າງໃຈຢ່າງແທ້ໆ
ວ່າຊັ້ນແລ້ວກໍຖ້າໄປເສັງຕໍ່ໄປ ຊ່ວງນີ້ຖ້າຖືກຕຳຫຼວດເປົ່າລົດຕອນກຳລັງຂັບກໍຈ່າຍຄ່າປັບໃໝໄປກ່ອນລະກັນ ຟິ້ວວວວວວ ~
IP MAN 2
http://www.youtube.com/watch?v=CrhNQXX2XTg&feature=player_embedded
ໃກ້ເຂົ້າມາແລ້ວກັບໜັງ IP MAN ພາກ 2 ເຊິ່ງເຫດການຕໍ່ເນື່ອງມາຈາກ IP MAN ພາກທຳອິດ ເຫດການແມ່ນຫຼັງຈາກທີ່ທ່ານອາຈານຕ້ອງເດີນທາງເຂົ້າສູ່ເມືອງໃຫຍ່ ເປີດສຳນັກ ແລະເຈິກັບອຸປະສັກນານັບປະການ ຫວັງວ່າຈະໄດ້ເບິ່ງໄວໆ -.-‘