ຢາກເຮັດລາຍການໃນ DMOZ ໃຫ້ແລ້ວ ແຕ່ບໍ່ຄ່ອຍມີເວລາ ກໍ່ເລີຍມາທະຍອຍຂຽນລົງໃນບລັອກແທນ ກ່ຽວກັບເວັບໄຊທີ່ຂ້າພະເຈົ້າເຫັນ…
ເອົາເທົ່ານີ້ກ່ອນ -_-a
ປະກົດວ່າ ບໍ່ໄຫວ Ubuntu ມີບັນຫາຫລາຍ ໂດຍສະເພາະແມ່ນ Pidgin ກັບ Firefox ມັກຄ້າງໂດຍບໍ່ມີສາເຫດ ແລະໃຊ້ shared printer ຂອງ Windows ບໍ່ໄດ້ເລີຍ -*-
ຈົດລາຍການ Addons Firefox ໄວ້ກ່ອນມີ
- AdBlock Plus
- ColorZilla
- Firebug
- Flashblock
- Foxmarks
- FoxyProxy
- Google Gears
- MeasureIt
- QuickRestart
- Screen Grab!
- SearchStatus
- TinEye
- TwitterFox
- Web Developer
ຕາມນັ້ນ -_-a
ແປ SMF ຍັງບໍ່ທັນແລ້ວ ເກີດຢາກມາລອງແປ Skype ເວີຊັນ Linux ລອງເບິ່ງ ປະກົດໄດ້ດັ່ງພາບ ..

ມີບັນຫາຢູ່ກໍ່ຄື Skype ບໍ່ຮອງຮັບພາສາລາວໂດຍກົງ ໜາຍຄວາມວ່າເຖິງຈະແປໄດ້ ແຕ່ກໍ່ຕ້ອງອາໄສອ້າງອິງຊື່ພາສາອື່ນ ເຊິ່ງໃນກໍລະນີນີ້ຄື Latvian ນັ້ນເອງ ອັນເປັນສາເຫດມາຈາກໂປຣແກຣມ Skype ເອງ ເຊິ່ງມີຄົນ (ເຂົ້າໃຈວ່າແມ່ນທີມງານ) ອະທິບາຍໄວ້ໃນນີ້
ການແປແມ່ນໃຊ້ Qt Linguist ໂດຍເອົາໄຟລ໌ພາສາຢູ່ໃນ /usr/share/skype/lang ມາແປ
update: ໃຜຢາກລອງໃຊ້ກໍ່ໂຫລດ skype_20017_lao.zip ໄປລອງໄດ້ເລີຍ ວິທີຕິດຕັ້ງແມ່ນໂຫລດໄປແລ້ວແຕກໄຟລ໌ ຈາກນັ້ນຈະໄດ້ສອງໄຟລ໌ ໃຫ້ເອົາໄປທັບໄຟລ໌ເກົ່າໃນ /usr/share/skype/lang/ (ອາດຈະຕ້ອງໃຊ້ root) ແລ້ວກໍ່ເລືອກພາສາໃນ skype ຈາກນັ້ນ restart skype ກໍ່ເປັນອັນສິ້ນສຸດ 😉
my life, thoughts, ideas, and random stuff… since 2007