ສຸກສັນວັນເກີດໃຫ້ຕົວເອງ ເຢ້ ~ !
ປີນີ້ກໍ່ເປັນໄປຕາມຄາດ ບໍ່ມີຫຍັງຫລາຍ ບໍ່ໄດ້ຈັດຫຍັງເປັນພິເສດ ແລະກໍ່ບໍ່ມີໃຜຮູ້ (ນອກຈາກແຟນ ^0^)
ແຕ່ວ່າ ເຈັບຫົວ ໄປນອນກ່ອນ ~
Technorati Tags: ສຸກສັນວັນເກີດ, au8ust, me, real me, happy birthday
ສຸກສັນວັນເກີດໃຫ້ຕົວເອງ ເຢ້ ~ !
ປີນີ້ກໍ່ເປັນໄປຕາມຄາດ ບໍ່ມີຫຍັງຫລາຍ ບໍ່ໄດ້ຈັດຫຍັງເປັນພິເສດ ແລະກໍ່ບໍ່ມີໃຜຮູ້ (ນອກຈາກແຟນ ^0^)
ແຕ່ວ່າ ເຈັບຫົວ ໄປນອນກ່ອນ ~
Technorati Tags: ສຸກສັນວັນເກີດ, au8ust, me, real me, happy birthday
ໂອ... ອນິຈຈາ ວະຕະ ສັງຂາຣາ ສັງຂານບໍທ່ຽງໜໍ…
ກຳລັງຈະຜ່ານພົ້ນໄປອີກຫນຶ່ງປີແລ້ວ ສຳຫລັບປີນີ້ກົງກັບວັນສຸກທີ່ 24 ເຊິ່ງຄາດວ່າຄົງຈະບໍ່ມີຫຍັງເປັນພິເສດຄືຫລາຍ ໆ ປີທີ່ຜ່ານມາ -_-a
ແຕ່ບໍ່ເປັນຫຍັງ ບໍ່ສຳຄັນເທົ່າກັບວ່າ ເຮົາຍັງມີລົມຫາຍໃຈຢູ່ ^o^
Technorati Tags: ວັນເກີດ, ນິນ, ວັນເກີດນິນ, hbd, birthday, ວັນຄ້າຍວັນເກີດ, realme, au8ust

ມີເລື່ອງແປກປະຫລາດຈະເລົ່າໃຫ້ຟັງ ບໍ່ມີຄົນຟັງກໍ່ຢ່າ ຢາກເລົ່າ ເລື່ອງມັນມີຢູ່ວ່າ ມື້ຄືນນີ້ນອນຫລັບ ປົກກະຕິກໍ່ນອນຕຽງພັບ ເຊິ່ງຕຽງພັບມັນຈະພໍດີຄົນນອນໄດ້ຄົນຫນຶ່ງ ບໍ່ສາມາດພິກໄປມາຫລາຍໄດ້ ນອນ ໆ ໄປໃກ້ແຈ້ງກໍ່ຝັນວ່າໄປມີເລື່ອງກັບໃຜບໍ່ຈັກ ແຕ່ວ່າມີຄວາມຄຽດແຄ້ນຊິງຊັງເກີດຂຶ້ນພາຍໃນຈິດຫລາຍ ພະຍາຍາມໄປເຮັດບໍ່ດີໃຫ້ເຂົາເຈົ້າ
ດີແຕ່ວ່າໃນຝັນນັ້ນຄົນຮັກຂ້າພະເຈົ້າໄດ້ຫ້າມໄວ້ ບອກວ່າຢ່າໄປເຮັດໃຫ້ເຂົາເຈົ້າເລີຍ ຂ້າພະເຈົ້າໄດ້ສະຕິຄືນມາຈຶ່ງຢຸດ…
ຫາກແຕ່ວ່າ!!! ພໍເມື່ອລຸກຂຶ້ນມາແລ້ວ ຂ້າພະເຈົ້າຫລຽວເບິ່ງໂມງທີ່ຕິດຢູ່ຝາເຮືອນ ປະກົດວ່າ ຂະນະນັ້ນເປັນເວລາ 5:20 ແລະທີ່ຍິ່ງໄປກວ່ານັ້ນຄື ຂ້າພະເຈົ້ານອນກັບຫົວ!!! ຕອນນອນທຳອິດຂ້າພະເຈົ້ານອນເອົາຫົວປິ່ນໄປທາງໂມງ ແຕ່ພໍຕື່ນຂຶ້ນມາກັບກາຍເປັນວ່າ ຕີນຂ້າພະເຈົ້າປິ່ນໄປທາງໂມງແທນ…!!!
ໂອ…ສະຫຍອງ…