ຫາກທ່ານຕ້ອງການໃຫ້ສະຕີນາງໜຶ່ງ ຈົດຈຳແລະຄິດເຖິງທ່ານຕະຫລອດເວລາ ມີສອງວິທີ
ທາງທີ່ໜຶ່ງ ໄດ້ແກ່ການເຮັດໃຫ້ນາງຮັກທ່ານ ທາງທີ່ສອງຄືເຮັດໃຫ້ນາງແຄ້ນທ່ານ
ປະການທີ່ໜຶ່ງເຮັດໄດ້ຍາກ ແຕ່ປະການທີ່ສອງຮັບຮອງວ່ານາງຈະບໍ່ມີວັນລືມເລືອນທ່ານຕະຫລອດການ
*ເກັດຄວາມຮູ້: ສະຕີເມື່ອຕາຍແລ້ວ ອະໄວຍະວະທີ່ແຂັງຕົວຊ້າທີ່ສຸດຄືລີ້ນ ເພາະໃນຮ່າງກາຍຂອງສະຕີອະໄວຍະວະທີ່ໃຊ້ງານຫລາຍທີ່ສຸດຄືລີ້ນ
ທີ່ມາ – a@x
Technorati Tags: ປະໂຫຍກເດັດ, ສະຕີ, ຮັກ, ຄວາມຮັກ, ຊັງ, ຄວາມຊັງ, ອະໄວຍະວະ, realme, au8ust
ເອີ... ຫາກໍ່ສັງເກດວ່າ YouTube ໃນລາວ ຕອນນີ້ກໍ່ໃຊ້ບໍ່ໄດ້ຄືກັນ O_O!!
Technorati Tags: youtube, ໃນລາວ, ລາວ, blocked, ຖືກບລັອກ
ດາວຕົກມັນວູບດຽວກໍ່ຜ່ານໄປ ບໍ່ມີໃຜສາມາດອະຖິຖານທັນດອກ
ນອກຈາກຮູ້ຕົວກ່ອນວ່າຈະມີດາວຕົກປະກົດ ແຕ່ຈະມີຜູ້ໃດສາມາດລ່ວງຮູ້ດາວຈະຕົກເມື່ອໃດ?
ຂ້າພະເຈົ້າລ້ວນວ່າເປັນການຫລອກລວງທັງສິ້ນ
[໒໗໗] ດູກ່ອນພິກສຸທັງຫລາຍ ອີກຂໍ້ຫນຶ່ງ ພິກສຸຍ່ອມພິຈາລະນາເຫັນກາຍນີ້ແຫລະ ແຕ່ພື້ນຕີນຂຶ້ນໄປ ແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບ ເຕັມໄປດ້ວຍຂອງບໍ່ສະອາດມີປະການຕ່າງ ໆ ວ່າ ມີຢູ່ໃນກາຍນີ້ ຜົມ ຂົນ ເລັບ ແຂ້ວ ໜັງ ເນື້ອ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ຜັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ທົບ ອາຫານໃຫມ່ ອາຫານເກົ່າ ດີ ສະເຫຼດ ໜອງ ເລືອດ ເຫື່ອ ມົນຂົ້ນ ນ້ຳຕາ ມັນເຫຼວ ນ້ຳລາຍ ນ້ຳມູກ ໄຂຂໍ້ ມູດ ດູກ່ອນ ພິກສຸທັງຫລາຍ ປຽບເໝືອນໄຖ້ມີປາກສອງຂ້າງ ເຕັມດ້ວຍທັນຍະຊາດຕ່າງຊະນິດຄື ເຂົ້າສາລີ ເຂົ້າເປືອກ ຖົ່ວຂຽວ ຖົ່ວເຫຼືອງ ງາ ເຂົ້າສານ ບຸຣຸດຜູ້ມີໄນຕາດີແກ້ໄຖ້ນັ້ນແລ້ວ ພຶງເຫັນວ່າ ນີ້ເຂົ້າສາລີ ນີ້ເຂົ້າເປືອກ ນີ້ຖົ່ວຂຽວ ນີ້ຖົ່ວເຫຼືອງ ນີ້ງາ ນີ້ເຂົ້າສານ ສັນໃດ ພິກສຸກໍ່ສັນນັ້ນເໝືອນກັນ ຍ່ອມພິຈາລະນາເຫັນກາຍນີ້ແຫລະ ແຕ່ພື້ນຕີນຂຶ້ນໄປ ແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບ ເຕັມດ້ວຍຂອງບໍ່ສະອາດມີປະການຕ່າງ ໆ ວ່າ ມີຢູ່ໃນກາຍນີ້ ຜົມ ຂົນ ເລັບ ແຂ້ວ ໜັງ ເນື້ອ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ຜັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ທົບ ອາຫານໃຫມ່ ອາຫານເກົ່າ ດີ ສະເຫຼດ ໜອງ ເລືອດ ເຫື່ອ ມັນຂົ້ນ ນ້ຳຕາ ມັນເຫຼວ ນ້ຳລາຍ ນ້ຳມູກ ໄຂຂໍ້ ມູດ ດັງພັນລະນາມາສະນີ້ ພິກສຸຍ່ອມພິຈາລະນາເຫັນກາຍໃນກາຍພາຍໃນແດ່ ພິຈາລະນາເຫັນກາຍໃນກາຍພາຍນອກແດ່ ພິຈາລະນາເຫັນກາຍໃນກາຍທັງພາຍໃນທັງພາຍນອກແດ່ ພິຈາລະນາເຫັນທັມຄື ຄວາມເກີດຂຶ້ນໃນກາຍແດ່ ພິຈາລະນາເຫັນທັມຄື ຄວາມເສື່ອມໃນກາຍແດ່ ພິຈາລະນາເຫັນທັມຄື ທັງຄວາມເກີດຂຶ້ນທັງຄວາມເສື່ອມໄປໃນກາຍແດ່ ຍ່ອມຢູ່ອີກຢ່າງໜຶ່ງ ສະຕິຂອງເຈົ້າທີ່ຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍ່ພຽງສັກແຕ່ວ່າຄວາມຮູ້ ພຽງສັກວ່າອາໄສລະລຶກເທົ່ານັ້ນ ເຈົ້າເປັນຜູ້ອັນຕັນຫາແລະທິຖິບໍ່ອາໄສຢູ່ແລ້ວ ແລະບໍ່ຖືໝັ້ນສິ່ງໃດ ໆ ໃນໂລກ ດູກ່ອນພິກສຸທັງຫລາຍ ຢ່າງນີ້ແລ ພິກສຸຊື່ວ່າພິຈາລະນາເຫັນກາຍໃນກາຍຢູ່ ຯ
ຈົບປະຕິກູນມະນະສິການບັບພະ
Technorati Tags: ທັມມະ, ທັມ, ປະຕິກູນມະນະສິການບັບພະ, ພຸດທະສາດສະນາ, ປຕິກູລມນສິກາຣບຣຣພ, realme, au8ust
ສອງມື້ກ່ອນ (ວັນທີ່ 30) ມີຄົນໃຊ້ Live Contact Form ໃນບລັອກ au8ust.org ສົ່ງຄວາມຄິດເຫັນມາໃຫ້ ມື້ນີ້ຫາກໍ່ເປີດເມລເຫັນ ເພາະວ່າໃຊ້ເນັດບໍ່ໄດ້ສອງມື້ ເປັນອາການເກົ່າຫັ້ນລ່ະ (ອ່ານໄດ້ໃນໂພສຕ໌ເກົ່າ)
ພໍເປີດເມລອ່ານ ກໍ່ປະກົດວ່າ…

ອືມ… ແລ້ວຂ້າພະເຈົ້າຈະອ່ານເຂົ້າໃຈບໍ່ເນາະມາແບບນີ້ -_-)???
Continue reading ສານລັບ!!!? →
my life, thoughts, ideas, and random stuff… since 2007