ເຫັນໃນ TPAGON
Monthly Archives: February 2007
ຊີວິດ ແລະເມືອງມໍລະດົກ
ມື້ນີ້ພວກມໍລະດົກມາເກັບປ້າຍຕາງໆ ຕາມທາງ ພວກປ້າຍທີ່ຍື່ນອອກມາເກີນຂອບເຂດທີ່ ທາງມໍລະດົກເຂົາກຳຫນົດໄວ້ ກໍ່ຈະຖືກຫາມຂຶ້ນລົດໄປ ໂດຍທາງເຈົ້າຫນ້າທີ່ ໆ ກ່ຽວຂ້ອງ ຈະເອົາລົດມາພ້ອມ ແລ້ວກໍ່ມີຄົນມາຖ່າຍຮູບແຊ່ະໆ ໄວ້ເປັນຫລັກຖານ
ເຂົ້າໃຈວ່າ ຊ່ວງຫລັງນີ້ຄົງຈະເລີ່ມມາຈັດສັນບ້ານເມືອງອີກຄັ້ງຫນຶ່ງ ແລະອາດຈະໄປກ່ຽວຂ້ອງກັບງານກິລາທີ່ຈະຈັດຂຶ້ນ ໃນຊ່ວງເດືອນຫນ້ານີ້ນຳ ແຕ່ວ່າ ໃນຄວາມເປັນຈິງແລ້ວ ເຂົາເຮັດແບບນີ້ມັນແປກໆ ການທີ່ເຈົ້າຫນ້າທີ່ຈາກ ມໍລະດົກ ມາບອກໃຫ້ຍ້າຍປ້າຍ ຫລືປ່ຽນປ້າຍ (ລືມເລົ່າໄປວ່າ ຢູ່ຫລວງພະບາງ ປ້າຍຮ້ານຕ້ອງມີຊື່ພາສາລາວຂຶ້ນກ່ອນ ແລ້ວຈຶ່ງຕາມດ້ວຍພາສາອື່ນ) ແຕ່ລະຄັ້ງນັ້ນ ຈັ່ງແມ່ນວ່າ ບໍ່ເປັນທາງການຈັກຫນ້ອຍເລີຍ ມີແຕ່ໃຫ້ຄົນມາເວົ້າໆໆໆໆບາງກໍ່ມີທຳທ່າລັກສະນະຂູ່ເຂັນຊ້ຳ ແທນທີ່ຊິເຮັດຫນັງສືມາດິບດີ ຫລືອາດມີການປະຊຸມຊີ້ແຈງ ແລະວາງລະບຽບທີ່ຊັດເຈນໃຫ້ທຸກຝ່າຍເຂົ້າໃຈ ແຕ່ກໍ່ບໍ່ເຮັດ
ຫລວງພະບາງກໍ່ເປັນແຕ່ແບບນີ້ແຫລ່ະ ຈຶ່ງບອກວ່າ ໂດຍສ່ວນຕົວແລ້ວ ບໍ່ຢາກເປີດຮ້ານພວກນີ້ ເຖິງລາຍໄດ້ຈະດີ ລາຍຮັບຈະດີ ແລະບາງຄັ້ງ ລາຍເຫລືອຈະດີ ແຕ່ວ່າ… ເງິນບໍ່ແມ່ນທຸກຢ່າງຂອງຊີວິດ!! ຫາກຊິໃຫ້ໃຊ້ຊີວິດແບບນີ້ ສູ້ໄປເປີດຮ້ານນ້ອຍໆ ເຮັດໃນສິ່ງທີ່ເຮົາຖະນັດ ແລະຮັກດີກວ່າ ຈະໄດ້ມີເວລານັ່ງຟັງທັມມະ ມີເວລານັ່ງສະມາທິ ແລະໄດ້ຊ່ວຍເຫລືອຜູ້ຄົນອື່ນ ຂໍພຽງແຕ່ມີຊີວິດແບບຮຽບງ່າຍ ພໍຢູ່ພໍກິນ ດີກວ່າຈະມີເງີນຫລາຍໆ ແຕ່ວ່າຕ້ອງຄອຍຫ່ວງວ່າເງິນທີ່ເຮົາຫາມາໄດ້ນີ້ຈະເສັຍໄປ ຫ່ວງວ່າເງິນນີ້ຈະມີອັນຕ້ອງຈິບຫາຍ ມີໂຈນມາເອົາໄປ ມີຍາດມິດທີ່ຊັງເຮົາມາເອົາໄປ ແບບຫລັງນີ້ ບໍ່ມີດີກວ່າ 🙂
ຈັກແມ່ນໃຜແທ້ທີ່ບໍ່ຖືກ…
ໄປອ່ານຂ່າວໃນ RFA Lao ມາ ອ່ານແລ້ວກໍ່ງົງ ໆ ພວກລາວເກົ່ານີ້ຕັ້ງເປັນແນວນີ້ແທ້ໆ… ຂໍຍົກມາໃຫ້ອ່ານ
ອິດທິພົລໄທຽ ເຮັດໃຫ້ພາສາລາວ ວິນາສຮຽກທວງພາຄຣັຖ ໃຫ້ຄວາມເບີ່ງແຍງ
2007.02.20
ໜັງສືພີມຜູ້ຈັດການຣາຍວັນໄທຽສະບັບວັນທີ່ 12 ກຸມພານີ້ແຈ້ງວ່າ: ສື່ມວນຊົນທາງການລາວໄດ້ຮຽກຮ້ອງໄປຍັງທາງ
ການລາວທີ່ຮັບຜິດຊອບເພື່ອໃຫ້ເອົາໃຈໃສ່ຄວບຄຸມເບີ່ງແຍງນຳການໃຊ້ພາສາລາວ ຍ້ອນປະຊາຊົນແມ້ກະທັ້ງສື່ມວນ
ຊົນບາງຄົນກໍຫັນປ່ຽນໄປໃຊ້ພາສາໄທຽຫລາຍຂື້ນ ທີ່ອາຈຈະເຮັດໃຫ້ “ພາສາລາວວິບັຕ” ຫລືວິນາສຈິບຫາຍໄປໃນ
ພາຍຂ້າງໜ້າກໍເປັນໄດ້!ໜັງສືພີມດັ່ງກ່າວຢືນຢັນວ່າ: ມີຫລາຍປໂຍກໃນພາສາລາວຮວມທັງຄຳສັພສາ ມັນຕ່າງໆສູນເສັຽໄປຢ່າງຫລວງຫລາຍ
ຍ້ອນພາກັນນຳເອົາພາສາໄທຽເຂົ້າມາໃຊ້ແທນເຊັ່ນວ່າ: “ນ້ຳແຂງ” ແທນທີ່ຈະໃຊ້ພາສາລາວທີ່ວ່າ: “ນ້ຳກ້ອນ”, “ເຈິ
ກັນ” ແທນຄຳວ່າ “ພົບກັນ”, “ຫລໍ່ຫລາຍ” ແທນທີ່ຈະວ່າ “ເຈົ້າຊູ້ຫລາຍ”, “ແມ່ບ້ານ” ແທນທີ່ຈະວ່າ “ແມ່ເຮືອນ” ຫລື
“ປິດປະຕູ” ແທນທີ່ຈະວ່າ “ອັດປະຕູ” ດັ່ງນີ້ເປັນຕົ້ນ.ທາງໜັງສືພີມລາວໄດ້ຮຽກຮ້ອງໃຫ້ທາງການກ່ຽວຂ້ອງໄດ້ເອົາໃຈໃສ່ຄວບຄຸມເຊັ່ນວ່າ: “ໃຫ້ມີການປັບປຸງໂຄສະນາແລະ
ອົບຮົມປະຊາຊົນຢ່າງກ້ວາງຂວາງ”ເພື່ອໃຫ້ຮູ້ແລະເຂົ້າໃຈເຖີງທີ່ມາເປັນການຮັກສາພາສາລາວໄວ້. ບັນຫາສ່ວນໃຫຍ່
ໃນປັຈຈຸບັນອາຈເປັນດ້ວຍສາເຫຕທີ່ວ່າມີການນິຍົມເບີ່ງໂທຣະທັດຫລືຟັງວິທຍຸໄທຽເປັນສ່ວນໃຫຍ່ນັ້ນກໍເປັນໄດ້ ແລະ
ນອກຈາກນັ້ນຍັງມີບັນຫາສິນຄ້າຕ່າງໆທີ່ນຳເຂົ້າປະເທດນັ້ນ ແມ້ກະທັ້ງເຄື່ອງຫລິ້ນເກ໊ມຕ່າງໆຫລືໂທຣະສັພມືຖືຈະມີຂໍ້
ມູນຫລືວິທີແນະນຳໃນການໃຊ້ກໍລ້ວນແຕ່ເປັນພາສາໄທຽ ຈື່ງເຮັດໃຫ້ມີການນິຍົມໃຊ້ເປັນພາສາໄທຽໄປເລີຽໂດຽບໍ່ໄດ້
ຄຳນຶງເຖີງຄວາມເສັຽຫາຍທີ່ຈະຕາມມາພາຍຫລັງນັ້ນແຕ່ຢ່າງໃດ!!ຫວາດ ສີມູນ ຣາຍງານ
ອ່ານໄປກໍ່ຫົວໄປ… *sigh
Song Hye Kyo in 3D
56K ລົ່ມ!!!
ໃຊ້ເນັດມາບໍ່ໄດ້ສອງສາມມື້ ເພາະວ່າ ອືດເປັນເຕົ່າຄານ ເລີຍອັບເດທຫຍັງບໍ່ໄດ້ ຕິດຕາມຂ່າວກໍ່ທັງຍາກ (ຫາຮູ້ມື້ເຊົ້າວ່າ WordPress 2.11+2.0.9 ອອກແລ້ວ Oo!) ມັນຜິດປົກກະຕິຕັ້ງແຕ່ສອງມື້ກ່ອນ ເຂົ້າເວັບຫຍັງກໍ່ຍາກ ເຂົ້າເວັບຕ່າງປະເທດ ໂຄດອືດເລີຍ ເຂົ້າໄດ້ແຕ່ laotel.com ກັບ etllao.com ເຊິ່ງມີ server ໃນລາວ ເລີຍເຂົ້າໄດ້
ສອງມື້ຕໍ່ມາ ກໍ່ຍັງເຂົ້າບໍ່ໄດ້ອີກ ນຶກສົງໄສມັນເປັນຫຍັງຂອງມັນ ໄປໃຊ້ຢູ່ຮ້ານເນັດ (ADSL 1024K) ກໍ່ຄືວ່າປົກກະຕິດີ ມື້ນີ້ເລີຍໂທໄປ 101 ຖາມເບິ່ງ ເຂົາບອກ ໃຫ້ໂທຫາເບີ… ຖືສາຍຖ້າກ່ອນ… ກໍ່ຖືສາຍຟັງເພງຖ້າ ຈັກເພງໃຜບໍ່ຈັກ ບໍ່ໄດ້ຕິດຕາມ ຮູ້ແຕ່ວ່າບໍ່ມ່ວນ – -*
ພໍສາຍຕັດກັບມາ ສາວ 101 ກໍ່ຖາມວ່າ ຢູ່ຫລວງພະບາງບໍ? ເລີຍຕອບວ່າ ແມ່ນລ່ະ ສາວເພິ່ນກໍ່ບອກວ່າ ມັນເປັນແຕ່ມື້ວານແລ້ວ (ເກືອບບອກສາວເພິ່ນວ່າ ເປັນແຕ່ມື້ກ່ອນໆ ຕ່າງຫາກ) ເຂົາກຳລັງແກ້ຢູ່ ວ່າຊັ້ນ… (- – )??
ເປັນອັນວ່າ ຕ້ອງຖ້າຕໍ່ໄປ ກະວ່າອີກມື້ສອງມື້ຫນ້າຈະໃຊ້ໄດ້ ເລີຍມາຄິດໆ ວ່າ ເອ໊ະ!! ມື້ຫນ້າເຮົາຕິດ ADSL 256K ມັນຊິບໍ່ເປັນແບບນີ້ອີກບໍ້… ເອີ.. ແຕ່ບາງທີຖ້າເອົາ au8ust.org ມາໄວ້ໃນ server ໃນລາວກໍ່ຫນ້າຈະດີ ຄົນເຂົ້າເວັບອື່ນບໍ່ໄດ້ ຕ້ອງມາເວັບເຮົາ 😛 ~
