ຄຳສັ່ງລຶບທຸກໄຟລ໌ທີ່ມີນາມສະກຸນຕາມຕ້ອງການໃນ Linux
ຂຽນເມື່ອ April 24, 2011, ໃນຫມວດ Linux. (ອ່ານ 130 ຄັ້ງ)
ໄລຍະນີ້ກຳລັງປັບປຸງພັນລາວ໓ ກໍເລີຍພົບບັນຫາ harddisk ໃກ້ເຕັມ ເພາະວ່າພັນລາວ໒ ບໍ່ໄດ້ລຶບອອກ ພາລະກິດທີ່ຕ້ອງເຮັດກໍຄື ລຶບໄຟລ໌ mp3 ເກົ່າໃນພັນລາວ໒ ອອກ ເພາະບໍ່ໄດ້ໃຊ້ແລ້ວ ແຕ່ບັນຫາກໍຄື ມັນມີຫຼາຍໄຟລ໌ປົນໆ ກັນ ໄຟລ໌ mp3 ກັບໄຟລ໌ jpg ຢູ່ໃນໂຟນເດີດຽວກັນ ຈຶ່ງຕ້ອງຫາວິທີລຶບສະເພາະ mp3 ຜ່ານ command line ໂດຍມີວິທີດັ່ງນີ້
ພິມ find /path/to/folder/ -name ‘*.mp3′ -exec rm ‘{}’ +
ພຽງເທົ່ານີ້ກໍຮຽບຮ້ອຍ ບ່ອນ /path/to/folder/ ແມ່ນແກ້ເປັນ path ທີ່ຕ້ອງການຊອກຫາແລະລຶບ ສ່ວນ .mp3 ກໍສາມາດເລືອກເປັນ extension ທີ່ຕ້ອງການໄດ້ ງ່າຍໆ ເນາະ.
Tags: delete, file, Linux, mp3, punlao
ຢ່າຍອມແພ້!
ຟັງໂຄສະນາ M150 ຢູ່ວິທະຍຸ ມີນັກກິລາຍິງເວົ້າໆໆ ມາຮອດປະໂຫຍກນຶ່ງ ບອກວ່າ “ຢ່າຍອມແພ້” ອ້າວ… ເປັນນັກກິລາ ແຕ່ບອກວ່າຢ່າຍອມແພ້ ສົງໄສເພິ່ນບໍ່ຢາກຊະນະບໍ້ຊັ້ນ lol
TMB Panyee FC Shortfilm
So inspired!
Tags: FC, Football, Island, Sea, shortfilm, Thailand
ເຂົ້າກ່ອງຈາກ ຮ້ານອາຫານໄທແຊບ
ຫຼັງຈາກທີ່ໂພສກ່ອນໜ້ານີ້ຂຽນຮອດຮ້ານ ເຂົ້າກ່ອງ delivery ໄປແລ້ວ ມື້ນີ້ກໍສັ່ງເຂົ້າກ່ອງມາຈາກຮ້ານໃໝ່ທີ່ຫາກໍຮູ້ຈັກຈາກໂອ້ດ ເພາະໂອ້ດໄປກິນມື້ວານ ຊື່ຮ້ານອາຫານໄທແຊບ ມີ 8 ລາຍການໃຫ້ເລືອກ ເຂົ້າຂາໝູ, ເຂົ້າໝູແດງ, ໝີ່ກ້ຽວໝູແດງ, ເຂົ້າຜັດປູ, ໝີ່ກອບລາດໜ້າ, ເຝີໃຫຍ່ລາດໜ້າ, ສຸກີ້ທະເລ ແລະໝີ່ກອບ-ເຝີໃຫຍ່ລາດໜ້າທະເລ ລາຄາຕັ້ງແຕ່ 13,000-18,000 ຖືວ່າຖືກກວ່າຮ້ານເຂົ້າກ່ອງ delivery ເພາະອັນນັ້ນເລີ່ມທີ່ 16,000 ແຕ່ວ່າ ຂອງຮ້ານນີ້ກ່ອງບັນຈຸບໍ່ສວຍງາມປານໃດ ແຕ່ລົດຊາດ ແຊບບບບບບບບບ ຫຼາຍ! ຂໍ້ເສຍອີກຢ່າງແມ່ນ ຕ້ອງສັ່ງສອງກ່ອງຂຶ້ນໄປເຂົາຈຶ່ງມາສົ່ງ

ເບີໂທເຂົາແມ່ນ 5455 5444 ເພື່ອໃຜສົນໃຈຢາກສັ່ງໄປກິນຢູ່ຫ້ອງການ ຫະຫະ ຊື້ 10 ກ່ອງແຖມ 1 ກ່ອງຟຣີວ່າຊັ້ນເດີ້ ເປີດບໍລິການຕັ້ງແຕ່ 7:00 AM ຫາ 3:30 PM (ຮ້ານເຂົ້າກ່ອງ delivery ເປີດ 9AM – 5PM)
Tags: ຮ້ານອາຫານ, ເຂົ້າກ່ອງ, ໄທແຊບ
ເຂົ້າກ່ອງ delivery
ມື້ວານສັ່ງເຂົ້າກ່ອງ delivery ມາລອງກິນເບິ່ງ ຫຼັງຈາກທີ່ເຫັນໂຄສະນາໃນໜັງສືພິມວຽງຈັນໃໝ່ ມີຫຼາຍລາຍການພໍສົມຄວນ ໝູ່ເຫັນ ໝູ່ທ້ວງວ່າ ບໍ່ແມ່ນເຂົາເອົາເຂົ້າກ່ອງ CP ມາອົບຊື່ຕີ້ -_-’ ແຕ່ສຸດທ້າຍກໍສັ່ງມາສອງກ່ອງ ກໍຄື ເຂົ້າລາບໝູ ກັບເຂົ້າຂາໝູ+ໄຂ່ ສັ່ງມາກິນກັບອ້າຍທີ່ມາວຽກຢູ່ຫ້ອງການ ໃຊ້ເວລາປະມານ 40 ນາທີມາຮອດ

ລົດຊາດບໍ່ປານໃດ ແຕ່ບໍລິການໜ້າປະທັບໃຈ ປະທັບໃຈບ່ອນວ່າ ດີກວ່າບໍ່ມີຫຍັງກິນ ຫະຫະ
ກ່ອງລະ 16,000 ຫາ 18,000 ກີບ ແລ້ວແຕ່ລາຍການ.
ສົນໃຈໂທໄປໄດ້ທີ່ 021 314 074
ກ່ຽວກັບ e-Corner Weekly News
ຫຼັງຈາກທີ່ e-Corner Weekly News ເຊິ່ງເປັນລາຍການກ່ຽວກັບຄອມພິວເຕີ ແລະເທັກໂນໂລຢີໄດ້ເຮັດອອກມາ 4 ຕອນແລ້ວ (001, 002, 003 ແລະ 004) ກໍມີສຽງຕອບຮັບເຂົ້າມາຫຼາຍສຽງຫຼາຍສາຍ ກໍຖືວ່າປະສົບຄວາມສຳເລັດໃນລະດັບນຶ່ງ ມີສຽງຕອບຮັບດີພໍສົມຄວນ.
ແຕ່ວ່າ ຢ່າງໃດກໍດີ ມັນມີເລື່ອງນຶ່ງທີ່ສົງໄສ ແລະຢາກເລົ່າກໍຄື ເລື່ອງການປັບປຸງລາຍການ ເຊັ່ນວ່າ ບາງຄົນຢາກໃຫ້ມີກ້ອງຫຼາຍໆ ມຸມ ຫຼືມີສຽງປະກອບ ຫຼືແມ່ນແຕ່ໃຫ້ພິທີກອນເບິ່ງກ້ອງ ຫຼືວ່າເວົ້າໃຫ້ດີຂຶ້ນ. ອັນເລື່ອງດີມັນກໍດີຢູ່ ທີ່ແນະນຳກັນເຂົ້າມາທັງໝົດທັງປວງ ຂ້າພະເຈົ້າໃນນາມຂອງທີມງານຫຼັກ ກໍເຫັນດີນຳທຸກສຽງຫັ້ນລະ ພຽງແຕ່ ຢາກໃຫ້ທຸກຄົນເຂົ້າໃຈກົງກັນວ່າ ສຳລັບ “ຕອນນີ້” ທີ່ພວກເຮົາ ເຮັດ e-Corner Weekly News ນັ້ນ ແມ່ນເຮັດດ້ວຍໃຈລ້ວນໆ ເຖິງແມ່ນວ່າທຸກຄົນຈະມີວຽກມີງານທີ່ຕ້ອງເຮັດທຸກມື້ ບາງຄົນໃນທີມກໍຕ້ອງຮຽນໃຫ້ຈົບປະລິນຍາ ບາງຄົນກໍເຮັດບໍລິສັດສ່ວນໂຕ ບາງຄົນກໍເປັນ freelance ບາງຄົນກໍເປັນ marketing ຫາເວລາຫວ່າງບໍ່ຄ່ອຍໄດ້ ບາງຄົນເປັນອາຈານສອນ ມີໜ້າທີ່ຂອງໃຜລາວ ແຕ່ທຸກຄົນກໍເສຍສະລະເວລາມາເຮັດ ເຮັດເພື່ອຫຍັງ? ເພື່ອໃຫ້ມັນມີ! ພວກເຮົາເບື່ອ ເບື່ອທີ່ຈະຕ້ອງເບິ່ງລາຍການ IT ທີ່ມີແຕ່ໂຄສະນາ ມີແຕ່ slide show ມີແຕ່ປະຊາສຳພັນສິນຄ້າຂອງຮ້ານໂຕເອງ ຈຶ່ງ “ລົງມື” ເຮັດໃນສິ່ງທີ່ພວກເຮົາຕ້ອງການຢາກໃຫ້ມັນເປັນ.
ທຸກຄົນທີ່ຢູ່ໃນໂຄງການນີ້ ລ້ວນແຕ່ອາສາມາເຮັດ ໂດຍບໍ່ໄດ້ຫຍັງຕອບແທນ ບໍ່ມີຫຍັງທັງໝົດ ບໍ່ມີຄ່າລົດ ບໍ່ມີຄ່າແຮງ ບໍ່ມີຄ່າໂຕ ບໍ່ມີຄ່າເຂົ້າໜົມນົມເນີຍຫຍັງທັງສິ້ນ ທຸກຄົນຕ່າງກໍມາໂດຍບໍ່ໄດ້ຫຍັງ ມີແຕ່ເສຍເວລາມາເຮັດເພື່ອໃຫ້ມີລາຍການດີໆ ນຳສະເໜີໃນສິ່ງທີ່ແຕກຕ່າງ. ດັ່ງນັ້ນຈຶ່ງຢາກໃຫ້ທຸກຄົນເຂົ້າໃຈກົງກັນວ່າ ການທີ່ພິທີກອນບໍ່ເບິ່ງກ້ອງກໍດີ, ການທີ່ມຸມກ້ອງມັນມີໜ້ອຍກໍດີ, ການທີ່ກຽມໂຕມາບໍ່ພ້ອມກໍດີ ເວົ້າຮວມແລ້ວກໍແມ່ນຄວາມຂາດຕົກບົກພ່ອງໃນລາຍການ ກໍລ້ວນແຕ່ເປັນເຫດສຸດວິໄສ ບໍ່ສາມາດຫຼີກເວັ້ນໄດ້ ຖ້າຫາກວ່າທ່ານຕ້ອງການແກ້ໄຂ ຈົ່ງຢ່າຊ້າ! ຢ່າໄດ້ລໍຖ້າຜູ່ອື່ນ! ຂໍເຊີນ! ຂໍເຊີນເຂົ້າມາຮ່ວມກັບທີມງານພວກເຮົາໄດ້ ຂໍເຊີນສະລະເວລາຂອງທ່ານ ເພື່ອປະໂຫຍດໃຫຍ່ຂອງນັກຮຽນນັກສຶກສາ ແລະຜູ່ສົນໃຈໃນ IT ຂອງປະເທດຊາດລາວເຮົາ! ທ່ານບໍ່ມັກພິທີກອນ? ມາເປັນແທນໄດ້! ທ່ານບໍ່ມັກມຸມກ້ອງ? ທ່ານມາຖ່າຍເອງໄດ້! ຖ່າຍບໍ່ມັກສຽງບາງຕອນຂາດຫາຍ? ທ່ານມາຈັບໄມໃຫ້ໄດ້! ທ່ານບໍ່ມັກຂ່າວທີ່ນຳສະເໜີ? ທ່ານມານຳສະເໜີເອງໄດ້!
ພວກເຮົາເປີດໂອກາດສະເໝີ ໃຫ້ກັບຄົນທີ່ຢາກ “ລົງມືເຮັດ” ເພື່ອ “ປ່ຽນແປງ” ໄປສູ່ “ສິ່ງທີ່ດີກວ່າ” ຖ້າຫາກວ່າທ່ານພ້ອມແລ້ວ ຢ່າໄດ້ລໍຊ້າ! ຕິດຕໍ່ມາໄດ້ເລີຍທີ່ເບີສ່ວນໂຕຂອງຂ້າພະເຈົ້າ ເຈັດ ເຈັດ ເຈັດ ເຈັດ ນຶ່ງ ເກົ້າ ສູນ ສູນ (ໃນເວລາ 9 ໂມງເຊົ້າ ເຖິງ 5 ໂມງແລງ ວັນຈັນ-ສຸກ)
Tags: e-Corner, Weekly News
You go to war with the army you have, not the army you might want or wish to have
“You go to war with the army you have, not the army you might want or wish to have.” – Rumsfeld
ca=45 driver
ໄປຊື້ສາຍ Data cable ຂອງ Nokia ລຸ້ນເກົ່າມາໃຊ້ກັບ Nokia 6030 ທຳອິດເຂົາສົ່ງແຜ່ນ Driver ມາໃຫ້ຜິດ ບາດນັ້ນໄດ້ໂຫລດເອົາ ກໍເລີຍລົງໄວ້ຊະ ເພື່ອອາດຈະໄດ້ໃຊ້ອີກ.
USB-to-Serial Device http://www.duckload.com/download/2176389/ca_45.rar
ໄຟລ໌ສຳຄັນແມ່ນ ser2pl.sys
ໃຊ້ໄດ້ກັບ Windows 98/ME, 2000, ແລ້ວກໍ XP
ສ່ວນ Vista ບໍ່ໄດ້ລອງ ລອງແຕ່ກັບ 7 64-bit ມັນບໍ່ໄດ້ =(
ບໍ່ໄດ້ຂຽນດົນຈົນລືມ
ວ່າມີບລັອກນີ້ຢູ່ ເພາະວ່າໄລຍະຫຼັງມານີ້ເມົາໄປຫຍຸ້ງກັບວຽກບໍລິສັດຫຼາຍ ຈົນຮູ້ສຶກວ່າຫ່າງເຫີນໄປກັບການເຮັດເວັບໄຊພໍສົມຄວນ ທັງວຽກຂອງ UMC ແລ້ວກໍຂອງ Lao IT Dev ທີ່ເຮັດວາລະສານ e-Corner ໃນຊ່ວງບຸກເບີກ ຄາດວ່າຕ້ອງໃຊ້ເວລາພໍສົມຄວນຈຶ່ງຈະສາມາດບັນລຸເປົ້າໝາຍທີ່ຕັ້ງໄວ້ໄດ້.
ຢ່າງໃດກໍຕາມ ໃກ້ຊິຮອດມື້ອັບເດດພັນລາວແລ້ວ =)
ຮວງເຂົ້າ
ຮວງເຂົ້າທີ່ແກ່ແລ້ວ ມີນ້ຳໜັກຫຼາຍ ຍ່ອມນ້ອມລົງ
ຜູ່ມີຄຸນງາມຄວາມດີ ຍ່ອມນ້ອມລົງຕໍ່ຜູ່ອື່ນ
ກົງກັນຂ້າມ ຕົ້ນເຂົ້າທີ່ບໍ່ມີເມັດເຂົ້າ
ຍ່ອມຕັ້ງຊີ້ ຊູຂຶ້ນ ແຕ່ຫາຄ່າໃດບໍ່ໄດ້




