ການໃຊ້ clamscan ເພື່ອຈັດການໄວຣັສໃນເຊີບເວີ

ຂຽນເມື່ອ October 2, 2015, ໃນຫມວດ ເທັກໂນໂລຢີ.

ໄລຍະນີ້ເຊີບເວີມີບັນຫາຖືກໃຊ້ໂຈມຕີເວັບໄຊອື່ນ ທາງ datacenter ກໍສົ່ງມາບອກເລື້ອຍໆ ວ່າມີການຄອມເພລນໄປ ກໍເລີຍຫາທາງຈັດການ ໂດຍໄດ້ລອງດາວໂຫລດ clamscan ມາໃຊ້ເບິ່ງ

ວິທີໃຊ້ກໍບໍ່ຍາກ ພິມ clamscan -ir ລະບົບຈະກວດສອບໃຫ້ເອງອັດຕະໂນມັດ ແຕ່ມັນຈະບໍ່ຈັດການຫຍັງ ເຮົາຕ້ອງລຶບເອງ ໂປຣແກຣມຈະບອກຢ່າງດຽວວ່າບ່ອນໃດໄຟລ໌ໃດມີໄວຣັສ ຫຼືເປັນໄວຣັສ. ຫາກເຮົາຕ້ອງການໃຫ້ລຶບພ້ອມ ຕ້ອງພິມ clamscan -ir –remove=yes ລະບົບຈະລຶບໄຟລ໌ທີ່ເປັນໄວຣັສອອກໃຫ້ເອງອັດຕະໂນມັດ

ຫາກເຮົາຕ້ອງການເຈາະຈົງໃຫ້ສະແກນໄວຣັສສະເພາະໂຟນເດີໃດນຶ່ງ ສາມາດເຮັດໄດ້ໂດຍການພິມ clamscan -ir /home/user/public_html ກໍຈະເປັນການໃຫ້ສະແກນໂຟນເດີ /home/user/public_html

ສຳລັບວິທີການອັບເດດແມ່ນພິມຄຳສັ່ງ freshclam ແລ້ວມັນກໍຈະດາວໂຫລດອັບເດດຖານຂໍ້ມູນໄວຣັສຫຼ້າສຸດມາໃຫ້ເອງ

ນອກຈາກໃຊ້ clamscan ແລ້ວຄວນໃຊ້ maldet ນຳເພື່ອການປ້ອງກັນທີ່ດີຂຶ້ນ

Tags: , , ,

ມີຄົນຂຽນຄຳເຫັນ ໑ ຄົນ to "ການໃຊ້ clamscan ເພື່ອຈັດການໄວຣັສໃນເຊີບເວີ"

gravatar

*real me » ແກ້ບັນຫາເບື້ອງຕົ້ນກໍລະນີເຊີບເວີຖືກໃຊ້ເພື່ອໂຈມຕີເວັບໄຊອື່ນ  on October 2, 2015

[…] ຕາມທີ່ຂຽນໄປໂພສກ່ອນໜ້ານີ້ວ່າເຊີບເວີມີບັນຫາຖືກໃຊ້ໂຈມຕີເວັບໄຊອື່ນ ກໍໄດ້ພະຍາຍາມຫາທາງແກ້ໄຂ ໂດຍໃນລິນຸກຈະມີຫຼາຍໆ ຄຳສັ່ງທີ່ໃຫ້ເຮົາສາມາດຊອກຫາຕົ້ນຕໍໄດ້ […]

ຂຽນຄຳເຫັນ

*

code