Tag archive for ‘Wireless’
ບັນຫາ Acquiring Network Address ແບບບໍ່ຮູ້ຈົບ
ເນື່ອງຈາກວ່າຢູ່ຮ້ານຈະເປີດສັນຍານອິນເຕີເນັດ Wireless ໃຫ້ລູກຄ້າຫຼິ້ນ ແຕ່ວ່າ ຈະພົບບັນຫາລູກຄ້າບາງຄົນບໍ່ສາມາດເຊື່ອມຄໍ່ກັບ Access Point ໄດ້ ເຊິ່ງກໍ່ໜ້າແປກ ທຳອິດຄິດວ່າເປັນນຳຮອງຮັບ Encrytion ທີ່ໃຊ້ຢູ່ (ໃຊ້ WPA-PSK) ແຕ່ວ່າລອງໃຊ້ No encryption ແລ້ວກໍ່ຍັງບໍ່ໄດ້ອີກ ວິນິໄສຕໍ່ໄປວ່າອາດຈະເປັນນຳຄອມຯ ຂອງຜູ້ກ່ຽວກເອງ ເພາະເຄື່ອງອື່ນກໍ່ຄືວ່າໃຊ້ໄດ້ຢູ່ (ຢ່າງນ້ອຍກໍ່ມີຄອມຯ ເຮົາກັບຂອງ POS ທີ່ໃຊ້ຢູ່)
ຫຼັງຈາກທີ່ໄປກູກິ້ງສອງຮອບ ກໍ່ພົບວ່າ ຕ້ອງປ່ຽນ SSID ເປັນຊື່ອື່ນ (ຊື່ເກົ່າມັນຍາວ) ພໍລອງປ່ຽນແລ້ວ ປະກົດວ່າ Surprise! ແກ້ໄຂບັນຫາໄດ້ຢ່າງທັນຄວັນ
ແຕ່ສະຫຼຸບແລ້ວກໍ່ຍັງງົງວ່າຕົກລົງແລ້ວມັນມີບັນຫາຍ້ອນ SSID ແລ້ວເປັນຫຍັງບາງເຄື່ອງຄືເຂົ້າໄດ້ລະ?
9 days
Notebook ຍີ່ຫໍ້ Acer 5052ANWXMi ເປີດແບບບໍ່ເຄີຍປິດ ໄປນອນກໍ່ເປີດໄວ້ ຕື່ນມາກໍ່ເປີດໄວ້ ຖ້າໄຟບໍ່ດັບຫຼື Battery ຫມົດແມ່ນບໍ່ເຄີຍປິດໄວ້ ໃຊ້ຫນັກຫລາຍເຄື່ອງນີ້ ບໍ່ຮູ້ມັນຈະຍືນຍາວພຽງໃດ ຫວັງວ່າຈະໄດ້ເງິນຈາກ GG ມາຊື້ເຄື່ອງໃຫມ່ກ່ອນເຄື່ອງນີ້ຈະເພ 555
ທີ່ຈິງເປີດຕິດຕໍ່ກັນເກີນ 9 ມື້ແລ້ວ ແຕ່ວ່າມີບາງຊ່ວງທີ່ Connection ມັນຫລຸດ ເລີຍເລີ່ມນັບໃຫມ່
