Life is simple, its just not easy.

Posted on August 15, 2010, under ຝອຍໃຫ້ຟັງ.

ຊ່ວງນີ້ເມົາໆ ນຳເລື່ອງບໍ່ເປັນເລື່ອງ ຮ້ານເຂົ້າມັນໄກ່ກໍຊິປິດລະ ຕ້ອງກັບໄປຫຼວງພະບາງໄປສົ່ງເມຍ ແລ້ວກັບມາເຮັດວຽກຕໍ່ ວຽກກໍຄ້າງຢູ່ຫຼາຍອັນ ເວັບກໍແຮງຫຼາຍອັນບໍ່ໄດ້ອັບເດດ ແຕ່ມື້ນີ້ກໍໄປອັບເດດ blog.au8ust.com ຈັກໜ່ອຍໃນໂພສກ່ຽວກັບ mv ທີ່ເຮັດອາທິດກ່ອນໆ.

ຖ້າທຸກຢ່າງມັນງ່າຍ ມັນກໍຄືຊິດີ ແຕ່ຖ້າຊີວິດນີ້ມີແຕ່ເລື່ອງງ່າຍໆ ແລ້ວມັນຊິຍາກບ່ອນໃດລະ ;)

Busy life ຕອນທີ່ ໑

Posted on April 21, 2008, under ທັມມະ.

ໄດ້ໂອກາດປ່ຽນ Theme ພ້ອມເລີຍ ຍັງຄົງຄວາມມືດມົນເຊັ່ນເດີມ :D ຊ່ວງນີ້ຫຍຸ້ງວຽກຫລາຍເລື່ອງ ຮູ້ສຶກວ່າເຄີຍຂຽນໄປກ່ອນຫນ້ານີ້ແລ້ວໃນ ອີກບລັອກຫນຶ່ງ ແຕ່ບໍ່ເປັນຫຍັງ ຂຽນຕື່ມກໍ່ໄດ້ ເຮົາບໍ່ຖື ໕໕໕

ໄລຍະນີ້ກຳລັງງົມຢູ່ກັບການແກ້ໄຂຫລາຍ ໆ ຢ່າງໃຫ້ຮຽບຮ້ອຍ ບາງອັນເກົ່າໂພດກໍ່ຢາກເອົາມາປັດຝຸ່ນ ບາງອັນເກົ່າເກີນໃຊ້ໄດ້ກໍ່ຢາກເອົາໄປແຂວນປະໄວ້ ເຜື່ອມື້ຫນ້າມີເວລາຄ່ອຍເບິ່ງໃຫມ່ ແຕ່ວ່າ ເວລາກໍ່ຍັງຄົງເປັນບັນຫາ ອັນທີ່ຈິງບັນຫາບໍ່ໄດ້ມາຈາກເວລາ ແຕ່ບັນຫາມັນມາຈາກຄົນບໍລິຫານເວລາ ເພິ່ນວ່າ ຄົນເຮົາມີເວລາ ໒໔ ຊົ່ວໂມງເທົ່າກັນຫມົດ ແຕ່ວ່າ ໃຜກັນທີ່ຈະສາມາດໃຊ້ ໒໔ ຊົ່ວໂມງນັ້ນໃຫ້ເປັນປະໂຫຍດທີ່ສຸດ

(more…)