ລົງໂປຣແກຣມ ໃນ iPhone/iPod ຜ່ານ/ບໍ່ຜ່ານ iTunes

Posted on May 29, 2009, under ເທັກໂນໂລຢີ.

ທັງສອງວິທີນີ້ຍັງບໍ່ເຄີຍລອງ ຈົດໄວ້ອາດໄດ້ລອງ

ວິທີທີ່ນຶ່ງ ລົງໂປຣແກຣມໂດຍໃຊ້ໄຟລ໌ .IPA ຜ່ານ iTunes

ວິທີນີ້ຕ້ອງ Jailbreak ເຄື່ອງກ່ອນ ຈາກນັ້ນ add source http://cydia.hackulo.us ເຂົ້າໄປໃນ Cydia ແລ້ວຕິດຕັ້ງ miPatch Firmware 2.2.1 ເຂົ້າໄປ. ຂັ້ນຕໍ່ມາໃຫ້ໂຫຼດໄຟລ໌ .IPA ມາຕາມໃຈມັກ ແລ້ວລາກໄຟລ໌ດັ່ງກ່າວເຂົ້າໄປໃນໜ້າໂປຣແກຣມ iTunes ຂັ້ນຕອນສຸດທ້າຍໃຫ້ Sync ເປັນອັນຈົບພິທີ.

ວິທີທີ່ສອງ ລົງໂປຣແກຣມໂດຍໃຊ້ໄຟລ໌ .IPA ໂດຍບໍ່ຕ້ອງຜ່ານ iTunes

ໃຫ້ add source http://xsellize.com/cydia/user-pass ກ່ອນ ຊື່ກັບລະຫັດໃຫ້ໄປຊອກກັນເອົາເອງ ຫຼັງຈາກນັ້ນໃຫ້ຕິດຕັ້ງ X-IPA ແລ້ວເອົາໄຟລ໌ .IPA ໄປໄວ້ໃນ private/var/mobile/Library/Downloads. ຕໍ່ມາໃຫ້ເຂົ້າໄປເມນູ Settings -> Air plane mode ຕັ້ງຄ່າເປັນ On ແລ້ວກໍຕັ້ງຄ່າ Auto lock ໃຫ້ເປັນ Never. ຂັ້ນຕອນຕໍ່ມາໃຫ້ເຂົ້າໂປຣແກຣມ X-IPA ແລ້ວເລືອກ  Install ຖ້າຈັກໜ່ອຍໃຫ້ລະບົບຕິດຕັ້ງແລ້ວ ໆ ກໍ Restart ເປັນອັນຈົບພິທີເຊັ່ນກັນ.