ປິດໂຄສະນາໃນ YouTube

Posted on November 24, 2013, under ຝອຍໃຫ້ຟັງ.

ເວລາເບິ່ງ YouTube ມັນມັກຈະມີໂຄສະນາຂຶ້ນມາທາງລຸ່ມຕອນຕົ້ນໆຂອງວິດີໂອ ຕ້ອງໄດ້ໄປກົດປິດມັນຈຶ່ງຫາຍ ບາງທີກໍລຳຄານກໍເລີຍປ່ອຍມັນໂຊໄປຊະ ຈົນມື້ນີ້ໄປຊອກເບິ່ງ ປາກົດວ່າມີວິທີປິດ ຫຼືບລັອກໂຄສະນາໂດຍບໍ່ຕ້ອງລົງໂປຣແກຣມເພີ່ມນຳ.

ວິທີການກໍຄື (ສະເພາະ Google Chrome) ໃຫ້ເຂົ້າໄປໃນໜ້າ YouTube ແລ້ວກົດ F12 ເພື່ອເປີດ Developer console ແລ້ວເລືອກແຖບ Console ຢູ່ທາງຂວາສຸດ ຈາກນັ້ນພິມ:

document.cookie=”VISITOR_INFO1_LIVE=oKckVSqvaGw; path=/; domain=.youtube.com”;window.location.reload();

ແລ້ວກົດ Enter ໂຄສະນາກໍຈະບໍ່ປາກົດຂຶ້ນມາອີກຕໍ່ໄປ

ສ່ວນວິທີການດຶງໂຄສະນາກັບມາ ໃຫ້ເຮັດຄືເກົ່າ ແຕ່ພິມວ່າ

document.cookie=”VISITOR_INFO1_LIVE=; path=/; domain=.youtube.com”;window.location.reload();

ແລ້ວກໍກົດ Enter ກໍເປັນອັນສິ້ນສຸດ

ແຕ່ວ່າຄຳສັ່ງພວກນີ້ອາດໃຊ້ບໍ່ໄດ້ຖາວອນ ເພາະໃນອະນາຄົດ YouTube ອາດມີການປ່ຽນແປງຄຳສັ່ງຕ່າງໆພາຍໃນ ເຮັດໃຫ້ໃຊ້ບໍ່ໄດ້.

via SoftPedia