AIDS ແລະ HIV

Posted on December 2, 2011, under ໄອເດຍ.

ຄຳວ່າ AIDS (ເອດ) ເປັນໂລກຕິດຕໍ່ຮ້າຍແຮງທີ່ຄົ້ນພົບຄັ້ງທຳອິດໃນໄລຍະຕົ້ນປີ 1980 ເຊິ່ງຄຳວ່າ AIDS ນີ້ ຫຍໍ້ມາຈາກ Acquired Immune Deficiency Syndrome ມີຄວາມໝາຍແບບຫຍໍ້ໆ ວ່າ “ກຸ່ມອາການພູມຄຸ້ມກັນເສື່ອມ”ທີ່ມັນເສື່ອມກໍຍ້ອນເຫດມາຈາກການຕິດເຊື້ອໄວຣັສ HIV (Human Immunodeficiency Virus) ເຮັດໃຫ້ຄົນທີເປັນນັ້ນ ເກີດມີຄວາມລົ້ມເຫລວໃນລະບົບພູມຄຸ້ມກັນຮ່າງກາຍ ເຊິ່ງກໍຈະກໍ່ໃຫ້ເກີດຄວາມສ່ຽງຕໍ່ການຕິດເຊື້ອພະຍາດຕ່າງໆ ໄດ້ງ່າຍ. ໃນປີ 2009 ນັ້ນ WHO ຫຼືອົງການອະນາໄມໂລກປະມານວ່າ ມີຜູ່ຕິດເຊື້ອ HIV ແລະຜູ່ປ່ວຍເປັນໂລກເອດຢູ່ປະມານ 33.3 ລ້ານຄົນທົ່ວໂລກ (5 ເທົ່າຂອງປະຊາກອນລາວໃນປັດຈຸບັນ) ທີ່ໜ້າຕົກໃຈຄື ແຕ່ລະປີຈະມີຜູ່ຕິດເຊື້ອ HIV ເພີ່ມຂຶ້ນປະມານ 2.6 ລ້ານຄົນ ຊ້ຳຮ້າຍ ມີຜູ່ເສຍຊີວິດຈາກໂລກເອດເຖິງປີລະ 1.8 ລ້ານຄົນ. ໃນວິທະຍາການແພດປັດຈຸບັນ ຍັງບໍ່ມີວິທີໃດສາມາດຮັກສາພະຍາດນີ້ໃຫ້ເຊົາເດັດຂາດໄດ້ ສິ່ງທີ່ເຮັດໄດ້ກໍມີພຽງການເຮັດໃຫ້ມັນເຮັດວຽກຊ້າລົງ. ສາເຫດການຕິດເຊື້ອກໍເນື່ອງມາຈາກການມີເພດສຳພັນ ທັງກັບເພດດຽວກັນ ແລະເພດກົງກັນຂ້າມ (ຢ່າຄິດໃດວ່າມີກັບເພດດຽວກັນຊິບໍ່ຕິດ -”-) ແຕ່ກໍບໍ່ສະເພາະວ່າຕ້ອງຕິດທາງເພດສຳພັນເທົ່ານັ້ນ ເພາະຍັງມີສາເຫດອື່ນໆ ອີກເຊັ່ນ ການຮັບເລືອດຈາກຜູ່ປ່ວຍໂລກເອດ, ການໃຊ້ເຂັມສີດຢາຮ່ວມກັນກັບຜູ່ມີເຊື້ອນີ້ ແລະຈາກການສົ່ງຕໍ່ຈາກແມ່ສູ່ລູກໃນທ້ອງໂດຍກົງ.

ອົງການອະນາໄມໂລກຫຼື WHO ໄດ້ຖືເອົາວັນທີ 1 ທັນວາ ເປັນວັນຕ້ານເອດໂລກ (World AIDS Day) ໂດຍເລີ່ມມາຕັ້ງແຕ່ປີ 1995 ເປັນຕົ້ນມາ.

ຕົ້ນເຫດຂອງເຊື້ອໄວຣັດ HIV

Posted on July 13, 2009, under ຝອຍໃຫ້ຟັງ.

ອ່ານເພີນ ໆ ໃນພັນທິບ ຈົດມາເກັບໄວ້ດີກວ່າ ອາດໄດ້ກັບມາອ່ານອີກ

crossed species infection ລະຫວ່າງມະນຸດກັບລິງຊິມແພນຊີ

ເດີມໄວຣັດທີ່ຕິດເຊື້ອໃນຊິມແພນຊີຄື Simian Immunodeficiency Virus (SIV) ເມື່ອມາຕິດມະນຸດກໍກາຍເປັນ Human Immunodeficiency Virus (HIV) ເຊິ່ງມີພັນທຸກຳທີ່ identical ກັນ ຈຶ່ງເປັນຫຼັກຖານທາງອະນູຊີວະວິທະຍາທີ່ຊັດເຈນວ່າມະນຸດຕິດເຊື້ອ ມາຈາກລິງ

ສ່ວນເສັ້ນທາງທີ່ໄວຣັດຕິດເຊື້ອຂ້າມສາຍພັນມາຫາມະນຸດນັ້ນ ຍັງມີຫຼາຍຕໍ່ຫຼາຍທິດສະດີທີ່ພະຍາຍາມອະທິບາຍ ຢ່າງຟ້າວຕັດສິນວ່າ ເກີດຈາກຄົນຮ່ວມເພດກັບລິງ ອ່ານຕໍ່ໄດ້ໃນ

http://www.avert.org/origin-aids-hiv.htm

ກັບ

໒ ທິດສະດີກ່າວເຖິງການຕິດຕໍ່ຈາກລິງສູ່ຄົນ

  • The ‘Hunter’ Theory ນາຍພານໄປລ່າລິງແລ້ວຖືກລິງກັດ ຮວມເຖິງການກິນເນື້ອລິງນຳ
  • The Oral Polio Vaccine (OPV) theory ການຜະຫລິດວັກຊີນໂປລິໂອໃຊ້ເຊວໄຕລິງໃນການເພາະເຊື້ອໄວຣັດໂປລິໂອ ມີຄວາມເປັນໄປໄດ້ທີ່ໄວຣັດ SIV ຈະປົນເປື້ອນໄປກັບວັກຊີນທີ່ຜະຫລິດໄປນຳ ຫາກເປັນຄວາມຈິງ ໝາຍຄວາມວ່າຜູ່ຕິດເຊື້ອ HIV ຈາກວັກຊີນ OPV ໃນຄອງໂກຕ້ອງມີນັບລ້ານ ໆ ຄົນ ຢ່າງໃດກໍຕາມ ວັກຊີນໂປລິໂອເປັນວັກຊີນທີ່ໃຫ້ໂດຍການກິນ ດັ່ງນັ້ນຈຶ່ງຍັງມີຂໍ້ສົງໄສວ່າ ໄວຣັດ HIV ສາມາດຕິດຕໍ່ທາງ oral ໄດ້ບໍ່?

ອີກ ໒ ທິດສະດີຕໍ່ໄປ ເປັນການຂະຫຍາຍຄວາມວ່າມັນຕິດຕໍ່ຈາກລິງສູ່ຄົນແລະຄົນສູ່ຄົນໄດ້ແນວໃດ ຂະຫຍາຍໄປວົງກ້າວດ້ວຍວິທີໃດ

  • The Contaminated Needle Theory ປົນເປື້ອນຈາກເຂັມສີດຢາ ສະໄໝກ່ອນ disposible needles (ເຂັມສີດຢາແບບໃຊ້ຄັ້ງດຽວແລ້ວຖິ້ມ) ຍັງບໍ່ແຜ່ຫຼາຍ
  • The Colonialism Theory ພວກລ່າອານານິຄົມຢູ່ແອຟຣິກາໄປຢູ່ກັບຊາວພື້ນເມືອງງ ແລະອາດມີເພດສຳພັນນຳ

ໂດຍ Cryptomnesia ຈາກກະທູ້ http://www.pantip.com/cafe/wahkor/topic/X8077050/X8077050.html

crossed species infection ระหว่างมนุษย์กับลิงชิมแพนซี

เดิม ไวรัสที่ติดเชื้อในชิมแพนซีคือ Simian Immunodeficiency Virus (SIV) เมื่อมาติดมนุษย์ก็กลายเป็น Human Immunodeficiency Virus (HIV) ซึ่งมีพันธุกรรมที่ identical กันจึงเป็นหลักฐานทางอณูชีววิทยาที่ชัดเจนว่ามนุษย์ติดเชื้อมาจากลิงจริงๆ

ส่วนเส้นทางที่ไวรัสติดเชื้อข้ามสายพันธุ์มายังมนุษย์นั้นก็มีหลายต่อหลายทฤษฎีที่พยายามจะอธิบาย อย่าเพิ่งฟันธงครับว่า เกิดจากคนร่วมเพศกับลิง ลองอ่านต่อใน

http://www.avert.org/origin-aids-hiv.htm