ເບື່ອນັກຊາວຕ່າງຊາດບາງຄົນ
Posted on December 2, 2008, under ຝອຍໃຫ້ຟັງ.
ລະວັງ! ເລື່ອງນີ້ມີເນື້ອຫາທີ່ທ່ານອາດຈະບໍ່ພຶງປະສົງ ກະລຸນາຄຶດໃຫ້ດີກ່ອນອ່ານຫຍໍ້ໜ້າຕໍ່ໄປ…
ຫຼັງຈາກທີ່ໄດ້ຈົ່ມໄປໃນຕອນກ່ອນໜ້ານີ້ ມື້ນີ້ກໍ່ພົບເຫດການໜ້າເບື່ອໜ່າຍອີກປະການໜຶ່ງ ນັ້ນກໍ່ຄືເລື່ອງປ່ຽນເງິນ
ເລື່ອງມັນມີຢູ່ວ່າ ຝຣັ່ງມາປ່ຽນເງິນ ມີເງິນໃບ $໑໐໐ ເຂົາເຈົ້າຂໍປ່ຽນແຕ່ $໕໐ ກໍ່ຕົກລົງ ຈັດແຈງປ່ຽນໃຫ້ ແລ້ວກໍ່ທອນໃບ $໕໐ ອີກໃບໃຫ້ ປະກົດວ່າ ໃບນັ້ນມັນມີຮອຍບິກຂີດສອງຈຸດ ເຊິ່ງຊາວຕ່າງຊາດທີ່ມາປ່ຽນນຳນັ້ນບໍ່ພໍໃຈ ເພາະວ່າມີຮອຍຂີດ ຈຶ່ງຂໍປ່ຽນເອົາໃບໃໝ່ ກໍ່ເລີຍປ່ຽນໃຫ້ ເພາະຄ້ານໄປຕໍ່ຄວາມຍາວສາວຄວາມຍືດນຳເພິ່ນ
ທີ່ເອົາມາຈົ່ມກໍ່ເພາະວ່ານັກທ່ອງທ່ຽວພວກນີ້ (ບາງຄົນ) ມັນເຫັນແກ່ຕົວ ເວລາຕອນມາປ່ຽນເງິນ ເອົາໃບຂາດ ໆ ຫວິ້ນ ໆ ຫຼືມີຮອຍຂີດຂ້າ ໃບເກົ່າ ໆ ເອົາໃຫ້ເຮົາ ເຮົາຖາມປ່ຽນ ບອກວ່າມັນມີຮອຍຂີດ ຮອຍຂ້າ ມີບ່ອນຂາດ ມັນບໍ່ຍອມ ບອກວ່າ ອັນນີ້ກໍ່ເງິນຄືກັນ ຊິເປັນຫຍັງ ມັນບໍ່ມີບັນຫາດອກ ບາງຄັ້ງກໍ່ເວົ້າປະມານວ່າ ອັນນີ້ຂ້ອຍເອົາມາຈາກທະນາຄານ ກໍ່ວ່າກັນໄປ ແຕ່ຕອນທີ່ເຮົາເອົາໃບບໍ່ດີໃຫ້ຫັ້ນນາາາາາາາ ມັນຄືມາຈົ່ມທຸກຈົ່ມຍາກແທ້
ຄົນເຮົາ ບໍ່ວ່າເຊື້ອຊາດໃດ ມາຈາກປະເທດຮັ່ງມີ ຫຼືທຸກຍາກ ກໍ່ລ້ວນແລ້ວແຕ່ມີຄົນທີ່ເຫັນແກ່ຕົວສະເໝີ ເພາະກິເລດມັນນອນເນື່ອງໃນສັນດານມາດົນ
ເລື່ອງຂອງຝຣັ່ງບາງຄົນ
ລະວັງ! ເລື່ອງນີ້ມີເນື້ອຫາທີ່ທ່ານອາດຈະບໍ່ພຶງປະສົງ ກະລຸນາຄຶດໃຫ້ດີກ່ອນອ່ານຫຍໍ້ໜ້າຕໍ່ໄປ…
ເຮັດວຽກໃນຮ້ານອາຫານ ໄດ້ພົບປະກັບບັນດານັກທ່ອງທ່ຽວຕ່າງຊາດຫຼາກຫຼາຍ ບາງຄົນກໍ່ດີແສນດີ ບາງຄົນມັນກໍ່ຊົ່ວແສນຊົ່ວ ແຕ່ເວົ້າຮອດບ່ອນຊົ່ວແລ້ວ ຄົນຕ່າງປະເທດຕອນມັນຊິຊົ່ວມັນກໍ່ຊົ່ວໄດ້ໃຈຫຼາຍ ຕົວຢ່າງເຊັ່ນມັນບອກຈ່າຍແລ້ວ ແຕ່ຄວາມຈິງມັນບໍ່ໄດ້ຈ່າຍ ແລະມັນກໍ່ຮູ້ວ່າມັນບໍ່ໄດ້ຈ່າຍ ແຕ່ມັນຕ້ອງການໃຫ້ເຮົາສັບສົນນັ້ນເອງ ບໍ່ມີຫຍັງຫຼາຍເລີຍ -_-)a
ຄວາມຂີ້ຕົວະຂອງຝຣັ່ງນີ້ຍັງມີຕໍ່ ເຊັ່ນວ່າ ເຫດການຂຶ້ນມື້ນີ້ ມີນັກທ່ອງທ່ຽວຊາວຕ່າງຊາດຍ່າງເຂົ້າມາຕອນຍັງບໍ່ທັນເປີດຮ້ານ ແລ້ວບອກວ່າ ຂໍໃຫ້ໄຂຝາເບຍໃຫ້ແດ່ ກໍ່ເລີຍຖາມໄປວ່າ ເຈົ້າຊື້ຈາກຮ້ານນີ້ບໍ? ເຂົາຕອບວ່າ Yes, I bought it from here ກໍ່ບໍ່ໄດ້ວ່າຫຍັງກໍ່ໄຂໃຫ້ຕາມປົກກະຕິ ແລ້ວກໍ່ໄປຖາມພະນັກງານ ປະກົດວ່າມື້ນີ້ຍັງບໍ່ໄດ້ຂາຍຈັກແກ້ວ ສະແດງວ່າຖືກບັກຝຣັ່ງນີ້ຕົວະເສຍແລ້ວ ຮະຮາ…
ນິໄສແບບນີ້ບໍ່ຄ່ອຍພົບໃນກຸ່ມນັກທ່ອງທ່ຽວຄົນລາວປານໃດ ສ່ວນຫຼາຍຄົນລາວຈະກົງໄປກົງມາ ຊື້ກໍ່ວ່າຊື້ ຈ່າຍກໍ່ວ່າຈ່າຍ ແຕ່ພວກນັກທ່ອງທ່ຽວບາງຄົນນີ້ ນິໄສສູ້ຄົນລາວບໍ່ໄດ້ເລີຍ
ຈົ່ມໝົດແລ້ວ ໄປກ່ອນ ໕໕໕+ ມື້ນີ້ມາຈົ່ມໂດຍສະເພາະ