Post archive for ‘ໄອເດຍ’
ການໃຊ້ຄົນ
ຄົນສະຫຼາດ ແລະດຸໝັ່ນ ພວກນີ້ຄວນເປັນເຈົ້າຄົນນາຍຄົນ
ຄົນສະຫຼາດ ແຕ່ຂີ້ຄ້ານ ພວກນີ້ຄວນໃຫ້ເປັນນັກຄິດ ນັກວາງແຜນ
ຄົນໂງ່ ແລະຂີ້ຄ້ານ ພວກນີ້ພໍເອົາໄປເປັນແຮງງານ
ຄົນໂງ່ ແຕ່ດຸໝັ່ນ ພວກນີ້ຄວນຖືກກັນອອກຈາກສັງຄົມ ເພາະມັກສ້າງຄວາມວຸ້ນວາຍໃຫ້ກັບສັງຄົມ
ເປັນການແບ່ງປະເພດຄົນໂດຍທະຫານຊັ້ນຜູ້ໃຫຍ່ໃນເຢຍລະມັນ
ຊ່ວຍທັນພໍດີ
ທີ່ມາ - aromdee.net
ຢ່າງເທບ -*-
Danger! High Voltage
Gay Bar
ເຫັນໃນโก๋สิจ้ะ ວົງນີ້ຊື່ວ່າ Electric Six
ຄວງບິກ
ເມືອງໄທເພິ່ນເອີ້ນ “ຄວງປາກກາ” ວ່າຊັ້ນ
ຂັ້ນຕອນການກິນຫມາ!! ຄົນຮັກຫມາບໍ່ຄວນເບິ່ງ :P
ຂັ້ນທຳອິດ ນຳຫມາທີ່ຕ້ອງການມາ… ເລືອກທີ່ສະອາດ ຫນ້າຕາຫນ້າເອັນດູ ແລະຂະຫນາດກະທັດຮັດ
ຂັ້ນທີ່ສອງ ຫຼິ້ນກັບຫມາເລັກນ້ອຍ ເພື່ອສ້າງຄວາມຄຸ້ນເຄີຍ ຫມາຈຶ່ງຈະບໍ່ຕື່ນຕົກໃຈ…“ແຮ່… ແຮ່… ຫມານ້ອຍຫນ້າຮັກ ເສັດໃຫ້ເຮົາແນ່….”
ຂັ້ນທີ່ສາມ ຫາກຫມາຍັງຕື່ນເຕັ້ນ ຈະເຮັດໃຫ້ຍາກຕໍ່ການກິນ ໃຫ້ສ້າງຄວາມຄຸ້ນເຄີຍຕໍ່ໄປ“ເອື້ອກ… ນຳລາຍໄຫລ… ກິນໄດ້ແນວໃດນິ໊”
ຂັ້ນທີ່ສີ່ ຈັບຫົວແລະບັ້ນທ້າຍມາ ຍຶດໃຫ້ແຫນ້ນ!!! ຢ່າໃຫ້ຫມາດິ້ນຮົນຂັດຂືນໄດ້“ຮຶບ!!!”
ຂັ້ນສຸດທ້າຍ ບໍ່ຕ້ອງລີລໍຫຍັງອີກແລ້ວ… ກິນເລີຍ“ງ່ຳ…”
ອັບເດດລາຍຊື່ເວັບໃນເຄືອຫລ້າສຸດ
ຊ່ວງນີ້ມີວຽກຫລາຍຢ່າງຕ້ອງເຮັດ ກໍ່ເລີຍບໍ່ຄ່ອຍໄດ້ Active ໃນການເຮັດເວັບປານໃດແລ້ວ ແຕ່ວ່າຢ່າງໃດກໍ່ຕາມ ເວັບໃນເຄືອຂ່າຍ au8ust ກໍ່ມີການເພີ່ມຂຶ້ນເລັກນ້ອຍເຖິງປານກາງຕາມແຮງລົມຈາກທິດຕາເວັນອອກ
ມາເຂົ້າເລື່ອງກັນເລີຍ ສຳຫລັບຄວາມຄືບຫນ້າຕອນນີ້ LaoBlogger.com ສຳເລັດໄປສ່ວນຫນຶ່ງແລ້ວ ແຕ່ວ່າຫນ້າຫລັກຍັງຄົງບໍ່ໄດ້ຮັບການປັບແຕ່ງໃຫ້ດີເທື່ອ ລວມໄປເຖິງການໃສ່ HTML/JavaScript code ທີ່ຍັງເຮັດບໍ່ໄດ້ ເຊິ່ງສ່ວນນີ້ສຳຄັນຫລາຍ ເພາະຕ້ອງໃຊ້ໃນກໍລະນີຈະເອົາ Tracker ເຂົ້າມາ
ຕໍ່ມາກໍ່ຄື LaoUpload.com ຄວາມຈິງໂດເມນນີ້ໄດ້ມາດ້ວຍຄວາມບັງເອີນ ເພາະວ່າກ່ອນຫນ້ານີ້ໄປຈົດທະບຽນເຊົ່າ host ກັບ Dreamhost ແລ້ວເຂົາມີ Promotion ສະຫລອງຄົບຮອບ 10 ປີ ກໍ່ເລີຍໄດ້ Host + Domain ມາໃນລາຄາຖືກແສນຖືກ (ປະມານ $10 ຕໍ່ປີ ຫາກຈື່ບໍ່ຜິດ) ໃນ LaoUpload.com ນີ້ເຮັດເປັນເວັບສຳຫລັບອັບໂຫລດໄຟລ໌ຕ່າງ ໆ ໄປຝາກໄວ້ ເພື່ອໃຫ້ຄົນອື່ນໄດ້ດາວໂຫລດໄດ້ ເຊິ່ງຕອນນີ້ລາວອັບໂຫລດກໍ່ຄືບຫນ້າໄປຫລາຍແລ້ວ ແຕ່ຍັງຄົງມີຫລາຍສ່ວນທີ່ຕ້ອງແກ້ໄຂ ລວມໄປເຖິງການເຮັດ subdomain ແຍກສຳຫລັບຜູ້ຕ້ອງການອັບໂຫລດຮູບພາບໂດຍສະເພາະ
ແລະສຸດທ້າຍແຕ່ຍັງບໍ່ທ້າຍສຸດກໍ່ຄື Punlao.com ອັນນີ້ຕັ້ງໃຈວ່າຈະເຮັດເປັນ… [...]
