ງົດອັພບລັອກ

ພໍດີຊ່ວງນີ້ວຽກລົ້ນມື ມື້ນີ້ (ວັນທີ່ 15) ຕື່ນມາຕອນ 4.00am ລຸກມາເປີດປະຕູ ເຂົາມາເອົາກະແຈ ຈາກນັ້ນຕອນຕໍ່ໄດ້ຫນ້ອຍດຽວ ຮອດເຊົ້າ ນອນຫລັບໆ ຕື່ນໆ ກໍ່ມາເປີດຮ້ານຕອນ 5.30am ຈາກນັ້ນຫລັບຕໍ່ອີກຫນ້ອຍຫນຶ່ງ ກໍ່ເອົາອີກແລ້ວ ເປີດຮ້ານ ແມ່ລົງມາ ມາເປີດໆ ຈາກນັ້ນ ສັ່ງໃຫ້ໄປເຝົ້າຮ້ານນ້ອຍ ເພາະວ່າຕາລ້ານ ຍັງບໍ່ມາ ສົງໄສມັນໄປເພີນ ເລີຍໄປນັ່ງເຝົ້າ

ນັ່ງໆ (ແລະນອນໆ) ຮອດທ່ຽວ ໄດ້ບິນ 5 ບິນ !! ໂອ… ຕາຍລະ… ຊິພໍໃຊ້ຫນີ້ບໍ່ລ່ະນໍ້… ນັ່ງໆ​ນອນໆ ເພາະວ່າຢາກນອນແຮງ ກິນຫຍັງເຂົ້າໄປແລ້ວກໍ່ຢາກນອນພ້ອມ ເມື່ອຍ ມື້ຄືນນອນຕອນປະມານເກືອບສອງໂມງ (ນັ່ງຖ້າຄົນມາເອົາກະແຈ ແຕ່ບໍ່ມາ) ເປີດຮ້ານຈົນຮອດ 12 ໂມງກາງຄືນ ແລ້ວກໍ່ປິດ ຈາກນັ້ນກໍ່ໄປຕໍ່ຮ້ານເກມ ໄປລົງເກມ ລົງ Vista ລອງພ້ອມ ຮູ້ສຶກແປກໆ ມັນພິລຶກໆ ໄວ້ຊິມາເລົ່າໃຫ້ຟັງ

ສະຫລຸບແລ້ວ ເກືອບບໍ່ໄດ້ຫາຍໃຈ -_-” ເລີຍວ່າ ບໍ່ມີເວລາມາອັພບລັອກເທື່ອ ຖ້າບໍ່ອີຫລີແທ້ໆ ກໍ່ຈະມາແນ່ນອນ ເພາະວ່າຫຍັງ…​ເພາະວ່າບລັອກ ຄືສ່ວນຫນຶ່ງຂອງຊີວິດ 555+

ຄຳສັບໃຫມ່

ພໍດີ້ໄປອ່ານບລັອກ โก๋สิจ๊ะ ມາ ເປັນເລື່ອງສັບແສງໃຫມ່ໆ ໃນວົງການຄອມພິວເຕີ ເຫມາະສຳຫລັບທັງ geek ແລະ nerd ທັງຫລາຍ (ບໍ່ geek ບໍ່ nerd ກໍ່ໃຊ້ໄປຊັ້ນແຫລ່ະ 555+)

ມີທັງຫມົດ 2 ສັບໃຫມ່ ດັ່ງນີ້

  1. ອັນທຳອິດຄື ບໍ່ແອໂຣ່ ແປວ່າ ມີຄອມພິວເຕີທີ່ບໍ່ສາມາດໃຊ້ງານ Aero Glass ເຊິ່ງເປັນ User Interface Effect ໃນ Windows Vista ໄດ້ ຍ້ອນວ່າ ຄອມພິວເຕີນັ້ນໆ ເກົ່າໂພດ ຫລືອາດຈະເປັນຍ້ອນກາຣ໌ດຈໍບໍ່ຮອງຮັບຄວາມສາມາດນີ້ ພວກນີ້ຈະເອີ້ນວ່າ ບໍ່ແອໂຣ່
  2. ຕໍ່ມາກໍ່ຈະເປັນ ບໍ່ເບີຣິ່ວ ຫມາຍຄວາມວ່າ ພວກທີ່ໃຊ້ Linux ທັງຫລາຍ ທີ່ບໍ່ສາມາດໃຊ້ ເບີຣິ່ວ (Berly) ໄດ້ (ເບີຣິ່ວເປັນ UI Effect ຄືກັນ ແຕ່ຢູ່ໃນ Linux ແລະໃຊ້ສັບພະຍາກອນເຄື່ອງນ້ອຍກວ່າ Aero Glass ຫລາຍເທົ່າ)

ໃຜບໍ່ເຄີຍເຫັນ Aero Glass ກັບ Berly ກໍ່ເບິ່ງວິດີໂອລຸ່ມນີ້ເລີຍ


ອັນນີ້ Aero Glass ໃນ Windows Vista


ອັນນີ້ Berly ໃນ Linux

ທີ່ມາ – โก๋สิจ๊ะ

ເພງຮັກສອງຝັ່ງຂອງ (ຕໍ່)

ຕົກລົງວ່າ ບໍ່ໄດ້ສາຍ ຫ້າມສາຍແລ້ວ ຫ້າມອອກອາກາດໂດຍເດັດຂາດ ເປັນຄຳສັ່ງກົງມາຈາກລັດຖະມົນຕີ ກະຊວງຖະແຫລງຂ່າວແລະວັດຖະນະທຳ ໂດຍທ່ານ ຫມຸນແກ້ວ ອໍລະບູນ ໄດ້ສົ່ງຫນັງສືໄປຫາທາງ ບໍລິສັດ ເວີກພ້ອຍທ໌ ຈຳກັດ ເຊິ່ງເປັນບໍລິສັດທີ່ຜະລິດລະຄອນເລື່ອງນີ້ ໂດຍໄດ້ຂໍໃຫ້ມີການແກ້ໄຂບາງສ່ວນໃນລະຄອນ ເພາະວ່າ ມັນມີບາງສາກ ບາງຕອນທີ່ ໄປກະທົບກັບຄວາມສຳພັນລະຫວ່າງສອງປະເທດ

ຈະມີຢູ່ຕອນຫນຶ່ງ ທີ່ວ່າພະເອກເອົາດອກໄມ້ໃຫ້ນາງເອກ ແຕ່ນາງເອົາບໍ່ເອົາ ພະເອກເກີດນ້ອຍໃຈ ເລີຍເອົາດອກໄມ້ຖິ້ມຖັງຂີ້ເຫຍື້ອຊ້ຳ ແລ້ວຊາດ… ແຕ່ວ່າ… ດອກທີວ່ານັ້ນ ມັນຄື… ດອກຈຳປາ!! ນັ້ນແລ ຕົ້ນເຫດຂອງບັນຫາລ່ະ ດອກຈຳປາ ເປັນດອກໄມ້ປະຈຳຊາດເຮົາ ທາງກະຊວງເພິ່ນເຫັນວ່າ ມັນບໍ່ເຫມາະສົມ ກໍ່ເລີຍຢາກໃຫ້ເອົາໄປແກ້ກ່ອນ ແກ້ແລ້ວໆ ຄ່ອຍມາວ່າກັນໃຫມ່

ນອກຈາກນັ້ນ ກໍ່ຍັງມີຫລາຍໆ ປະເດັນທີ່ກ່ຽວຂ້ອງ ແຕ່ສະຫລຸບແລ້ວກໍ່ຄື ທາງລາວເຮົາ ບໍ່ຢາກໃຫສາຍ ຂໍໃຫ້ໄປແກ້ບົດລະຄອນໃຫມ່ກ່ອນ ແກ້ແລ້ວໆ ມາພິຈາລະນາໃຫມ່ອີກຮອບ ຖ້າຜ່ານ ກໍ່ຄ່ອຍສາຍ

ທີ່ມາ – INN

ເພງຮັກສອງຝັ່ງຂອງ… ອົດສາຍ!!?

ມີຄົນຖາມໃນເວັບບອຣ໌ດຂອງ Mahasan.com ເຂົ້າໄປອ່ານໆ​ເບິ່ງ ເຫັນມີລິ້ງຄ໌ຕໍ່ ກໍ່ເລີຍຕາມອ່ານຕໍ່ ປະກົດວ່າເປັນ… สั่งฟ้าผ่าถอด ‘เพลงรักสองฝั่งโขง’ 7 สีหวั่นกระทบสัมพันธ์ไทย-ลาว

ດຽວຖ້າເບິ່ງວ່າມື້ນີ້ຊິອອກ ຫລືບໍ່ອອກ…

my life, thoughts, ideas, and random stuff… since 2007