ເພິ່ນວ່າ… ເກີດເປັນຄົນ…

ຢ່ານອນຕື່ນສາຍ ຢ່າອາຍທຳກິນ
ຢ່າໝິ່ນເງິນນ້ອຍ ຢ່າຄອຍແຕ່ວາສນາ
ຢ່າເສວນາຄົນຊົ່ວ ຢ່າມົ່ວອະບາຍມຸກ
ຢ່າສຸກກ່ອນຫ່າມ ຢ່າພຣ່າມກ່ອນທຳ
ຢ່າລຳກ່ອນເພງ ຢ່າຂົ່ມເຫງຜູ້ນ້ອຍ
ຢ່າຄອຍແຕ່ປະຈົບ ຢ່າຄົບແຕ່ເສດຖີ
ຢ່າດີແຕ່ຕົວ ຢ່າຊົ່ວແຕ່ຜູ້ອື່ນ
ຢ່າຝ່າຝືນກົດລະບຽບ ຢ່າເອົາປຽບສັງຄົມ
ຢ່າຊື່ນຊົມຄົນຜິດ ຢ່າຄິດເອົາແຕ່ໄດ້
ຢ່າໃສ່ຮ້າຍຄົນດີ ຢ່າກ່າວວະຈີມຸສາ
ຢ່ານິນທາພະເຈົ້າ ຢ່າຂຣາດເຂຮົາເມື່ອມີທຸກ
ຢ່າງສຸກຈົນລືມຕົວ ຢ່າງເກງກົວງານຫນັກ
ຢ່າພິທັກພາລຊົນ ຢ່າລືມຕົນເມື່ອມັ່ງມີ!

Technorati Tags: ເກີດເປັນຄົນ, ພາສິດ, ກອນ, au8ust, realme

ມັນເອົາອີກແລ້ວ

ບ່າຍວານນີ້ກົງກັບວັນທີ່ ໑໙ ແຮມ ໑໕ ຄ່ຳ ເດືອນ ໔ ຈຸລສັກຣາຊ ໑໓໖໙
ໃນຂະນະທີ່ຂ້າພະເຈົ້າກຳລັງກວດເບິ່ງ Internet Connection Properties ນັ້ນ
ໄດ້ແລເຫັນວ່າ ມັນຂຶ້ນ 1 day 13 hours xx minutes xx seconds
ກໍ່ເກີດພິຈາລະນາຢ່າງແຍບຄາຍໃນໃຈວ່າ ສາຍນ້ຳຍັງມີເຮືອດແຫ້ງ ຫມົດລະດູແລ້ງ
ຍັງມີລະດູຝົນ ຄົນຮັກກັນຍັງມາຊັງກັນໄດ້ ສັນໃດກໍ່ສັນນັ້ນ
ດຽວສາຍໂທລະສັບມັນຄືຊິຫລຸດ ແລະໃນບັນດົນນັ້ນເອງ
ອະຖິຖານຈິດຂອງຂ້າພະເຈົ້າກໍ່ສຳຣິດຜົນເມື່ອພົບວ່າ ມັນຫລຸດໄປແລ້ວ

ຈາກນັ້ນກໍ່ເປັນແບບເກົ່າ

  • ຕໍ່ບໍ່ຕິດ
  • ຂຶ້ນ Busy line
  • ຖັດມາ Not responding
  • ຖັດມາ Username and/or password is invalid
  • ຖ້າມື້ອື່ນ ເພາະມື້ນີ້ວັນອາທິດ
  • ມື້ຕໍ່ມາວັນຈັນ ໂທຫາ 021 219425
  • ມັນບອກໃຫ້ກວດລະຫັດ
  • ມັນບອກໃຫ້ tell password
  • ມັນບອກດຽວຊິໂທກັບ
  • ມັນບອກ confirm ໃຫ້ແລ້ວ ຈາກນັ້ນ ອີກຄົນກໍ່ບອກວ່າ ຍັງເດ້ ກຳລັງ
  • ໃນທີ່ສຸດກໍ່ຕໍ່ຕິດ

ເລົ່າແບບຫຍໍ້ ໆ ຄວາມຈິງມັນຍາວກວ່ານີ້

ສັງເກດວ່າ ມັນຈະເປັນໄດ້ເປັນດີ ເປັນທຸກ ໆ ໑-໒ ອາທິດ ແລ້ວ pattern ມັນກໍ່ຊ້ຳ ໆ ກັນແບບເກົ່າຕະຫລອດ *sigh* (ແປວ່າຖອນຫາຍໃຈ –ພາສາອັງກິດມື້ລະຄຳ)

ວ່າຊິໃຊ້ ADSL2+ ມັນຊິເປັນແບບນີ້ຄືກັນບໍ່ (ວະ)

ປ.ລ. ມັນຍັງຖາມອີກວ່າເປັນຫຍັງບໍ່ໂທຫາສູນຢູ່ຫລວງພະບາງ (ແຕ່ລະເທື່ອ *ຕີ໊ດ* ກໍ່ໂທຫາແຕ່ເບີນີ້ແຫລະ)
ປ.ຮ. ມັນຟ້າວ *ຕີ໊ດ* ແຕ່ວ່າສາຍ
ປ.ອ. ມີໃຜເປັນແດ່? ໃຊ້ Dial-up 1 year package ຈາກ Lao Telecom
ປ.ສ.
ກະວ່າຊິປ່ຽນລະຫັດໃຫມ່ ເພາະວ່າເວລາ spell ລະຫັດຜ່ານໂທລະສັບມັນເສຍເວລາດົນ
ນັ່ງບອກເທື່ອລະໂຕ a – apple, d – dong, f – farang, g – go ໆລໆ

ລ.ຮ. ມື້ນີ້ຕອນເຊົ້າມີສຸຣິຢຸປຣາຄາ ຢູ່ວຽງກໍ່ເຫັນບໍ່?

ລ.ອ. ມີຂ່າວແວ໊ບ ໆ ອອກມາວ່າດາລາເກົາຫລີຄົນນີ້ມີ … ຫລຸດ

Technorati Tags: ເອົາອີກແລ້ວ, ຫລູດ, ແບບເກົາ, ຈູລສັກຣາຊ, ອິນເຕີເນັດ, ລາວໂທລະຄົມ, Laotel, Lao Telecom, realme, au8ust

my life, thoughts, ideas, and random stuff… since 2007