ປະຕິກູນມະນະສິການບັບພະ

[໒໗໗] ດູກ່ອນພິກສຸທັງຫລາຍ ອີກຂໍ້ຫນຶ່ງ ພິກສຸຍ່ອມພິຈາລະນາເຫັນກາຍນີ້ແຫລະ ແຕ່ພື້ນຕີນຂຶ້ນໄປ ແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບ ເຕັມໄປດ້ວຍຂອງບໍ່ສະອາດມີປະການຕ່າງ ໆ ​ວ່າ ມີຢູ່ໃນກາຍນີ້ ຜົມ ຂົນ ເລັບ ແຂ້ວ ໜັງ ເນື້ອ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ຜັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ທົບ ອາຫານໃຫມ່ ອາຫານເກົ່າ ດີ ສະເຫຼດ ໜອງ ເລືອດ ເຫື່ອ ມົນຂົ້ນ ນ້ຳຕາ ມັນເຫຼວ ນ້ຳລາຍ ນ້ຳມູກ ໄຂຂໍ້ ມູດ ດູກ່ອນ ພິກສຸທັງຫລາຍ ປຽບເໝືອນໄຖ້ມີປາກສອງຂ້າງ ເຕັມດ້ວຍທັນຍະຊາດຕ່າງຊະນິດຄື ເຂົ້າສາລີ ເຂົ້າເປືອກ ຖົ່ວຂຽວ ຖົ່ວເຫຼືອງ ງາ ເຂົ້າສານ ບຸຣຸດຜູ້ມີໄນຕາດີແກ້ໄຖ້ນັ້ນແລ້ວ ພຶງເຫັນວ່າ ນີ້ເຂົ້າສາລີ ນີ້ເຂົ້າເປືອກ ນີ້ຖົ່ວຂຽວ ນີ້ຖົ່ວເຫຼືອງ ນີ້ງາ ນີ້ເຂົ້າສານ ສັນໃດ ພິກສຸກໍ່ສັນນັ້ນເໝືອນກັນ ຍ່ອມພິຈາລະນາເຫັນກາຍນີ້ແຫລະ ແຕ່ພື້ນຕີນຂຶ້ນໄປ ແຕ່ປາຍຜົມລົງມາ ມີໜັງເປັນທີ່ສຸດຮອບ ເຕັມດ້ວຍຂອງບໍ່ສະອາດມີປະການຕ່າງ ໆ​ ວ່າ ມີຢູ່ໃນກາຍນີ້ ຜົມ ຂົນ ເລັບ ແຂ້ວ ໜັງ ເນື້ອ ເອັນ ກະດູກ ເຍື່ອໃນກະດູກ ມ້າມ ຫົວໃຈ ຕັບ ຜັງຜືດ ໄຕ ປອດ ໄສ້ໃຫຍ່ ໄສ້ທົບ ອາຫານໃຫມ່ ອາຫານເກົ່າ ດີ ສະເຫຼດ ໜອງ ເລືອດ ເຫື່ອ ມັນຂົ້ນ ນ້ຳຕາ ມັນເຫຼວ ນ້ຳລາຍ ນ້ຳມູກ ໄຂຂໍ້ ມູດ ດັງພັນລະນາມາສະນີ້ ພິກສຸຍ່ອມພິຈາລະນາເຫັນກາຍໃນກາຍພາຍໃນແດ່ ພິຈາລະນາເຫັນກາຍໃນກາຍພາຍນອກແດ່ ພິຈາລະນາເຫັນກາຍໃນກາຍທັງພາຍໃນທັງພາຍນອກແດ່ ພິຈາລະນາເຫັນທັມຄື ຄວາມເກີດຂຶ້ນໃນກາຍແດ່ ພິຈາລະນາເຫັນທັມຄື ຄວາມເສື່ອມໃນກາຍແດ່ ພິຈາລະນາເຫັນທັມຄື ທັງຄວາມເກີດຂຶ້ນທັງຄວາມເສື່ອມໄປໃນກາຍແດ່ ຍ່ອມຢູ່ອີກຢ່າງໜຶ່ງ ສະຕິຂອງເຈົ້າທີ່ຕັ້ງໝັ້ນຢູ່ວ່າ ກາຍມີຢູ່ ກໍ່ພຽງສັກແຕ່ວ່າຄວາມຮູ້ ພຽງສັກວ່າອາໄສລະລຶກເທົ່ານັ້ນ ເຈົ້າເປັນຜູ້ອັນຕັນຫາແລະທິຖິບໍ່ອາໄສຢູ່ແລ້ວ ແລະບໍ່ຖືໝັ້ນສິ່ງໃດ ໆ ໃນໂລກ ດູກ່ອນພິກສຸທັງຫລາຍ ຢ່າງນີ້ແລ ພິກສຸຊື່ວ່າພິຈາລະນາເຫັນກາຍໃນກາຍຢູ່ ຯ

ຈົບປະຕິກູນມະນະສິການບັບພະ

Technorati Tags: ທັມມະ, ທັມ, ປະຕິກູນມະນະສິການບັບພະ, ພຸດທະສາດສະນາ, ປຕິກູລມນສິກາຣບຣຣພ, realme, au8ust

ສານລັບ!!!?

ສອງມື້ກ່ອນ (ວັນທີ່ 30) ມີຄົນໃຊ້ Live Contact Form ໃນບລັອກ au8ust.org ສົ່ງຄວາມຄິດເຫັນມາໃຫ້ ມື້ນີ້ຫາກໍ່ເປີດເມລເຫັນ ເພາະວ່າໃຊ້ເນັດບໍ່ໄດ້ສອງມື້ ເປັນອາການເກົ່າຫັ້ນລ່ະ (ອ່ານໄດ້ໃນໂພສຕ໌ເກົ່າ)

ພໍເປີດເມລອ່ານ ກໍ່ປະກົດວ່າ…

mail.PNG

ອືມ… ແລ້ວຂ້າພະເຈົ້າຈະອ່ານເຂົ້າໃຈບໍ່ເນາະມາແບບນີ້ -_-)???

Continue reading ສານລັບ!!!?

ສັງຄົມລາວ

ໃຫໃຫຍ່ລົ້ນ ໃຫນ້ອຍບໍ່ເຕັມ


ຫມາເຫົ່າຊ້າງ ລະວັງບ່ອນບາທາມັນເດີ



ຕີນຊ້າງຢຽບປາກນົກ



ປາກບໍ່ໄດ້ໄອບໍ່ດັງ



ໃຜມືນ້ອຍຄ່ອຍຢິບຄ່ອຍແຍມ ໃຜມືໃຫຍ່ຮູດກິນຮູດກິນ



ມ້າສອງປາກແຕ່ມີດາກດຽວ



ຜູ້ກິນກິນພໍຮາກ ຜູ້ຢາກຢາກບໍຕາຍ

ທີ່ມາ – Inlao.net

Technorati Tags: ພາສິດລາວ, ຄຳຄົມ, realme, au8ust

my life, thoughts, ideas, and random stuff… since 2007