! ຄາຖາວິເສດ !

ອັດຕາຫິ ອັດຕະໂນນາໂຖ

ໂກຫິ ນາໂຖ ປະໂຣສິຍາ

ອັດຕາຫິ ສຸທັນເຕນະ ນາຖັງ ລະພະຕິ ທຸນລະພັງ

…ງົງລ່ະບໍ່? ອິອິ

…ເລື່ອນ ໆ ລົງໄປອ່ານອີກໜ້ອຍໜຶ່ງດີກວ່າ…

ອັດຕາຫິ ອັດຕະໂນນາໂຖ

ຕົນແລຍ່ອມເປັນທີ່ເພິ່ງແຫ່ງຕົນ


ໂກຫິ ນາໂຖ ປະໂຣສິຍາ

ຄົນອື່ນໃດໃຜຈະເປັນທີ່ເພິ່ງໃຫ້ເຮົາໄດ້


ອັດຕາຫິ ສຸທັນເຕນະ ນາຖັງ ລະພະຕິ ທຸນລະພັງ

ເມື່ອເຮົາເຝິກຕົນເອງດີແລ້ວ ຍ່ອມຈະໄດ້ທີ່ເພິ່ງອັນປະເສີດ ອັນບຸກຄົນອື່ນຈະໄດ້ໂດຍຍາກ

ເປັນຄຳສອນທີ່ອົງສົມເດັດພະສັມມາສັມພຸດທະເຈົ້າ ໄດ້ໃຫ້ໄວ້ແກ່ເຫລົ່າພະພິກສຸເມື່ອ ໒໕໐໐ ປີມາແລ້ວ ເປັນຄຳສອນທີ່ມີຄວາມຫມາຍເລິກເຊິ່ງກິນໃຈຫລາຍສຳຫລັບຂ້າພະເຈົ້າ ຫາກຄົນທີ່ບໍ່ເຄີຍສຶກສາພະພຸດທະສາດສະໜາມາກ່ອນແລ້ວ ເມື່ອໄດ້ຍິນປະໂຫຍກທີ່ວ່າ “ຕົນແລຍ່ອມເປັນທີ່ພຶ່ງແຫ່ງຕົນ” ຄົງຈະຄິດຄັດຄ້ານຂຶ້ນມາທັນທີ ແຕ່ຄວາມຈິງແລ້ວ ມັນມີຄວາມຫມາຍອັນຍິ່ງຍວດທີ່ບໍ່ອາດຈະເບິ່ງຂ້າມໄປໄດ້ເລີຍ

ເວລາທີ່ຂ້າພະເຈົ້າສິ້ນຫວັງ ຂ້າພະເຈົ້າຈະຄິດເຖິງຄາຖານີ້ສະເຫມີ (ພ້ອມຄຳແປ) ບໍ່ແມ່ນສະເພາະຄາຖານີ້ ທຸກ ໆ ຄາຖາລ້ວນມີໄນຍະສະເຫມີ ເສຍດາຍຄົນຮຸ່ນຫລັງບໍ່ເຂົ້າໃຈເຖິງກຸດສະໂລບາຍຂອງເຈົ້າຂອງຄາຖາ ມັກຄິດໄປວ່າ ທ່ອງແລ້ວຈະໄດ້ດີເອງ ບໍ່ຕ້ອງເຮັດຫຍັງ ພຽງທ່ອງເປັນນົກແກ້ວນົກຂຸນທອງກໍ່ພໍ

ຄາຖາ ກໍ່ຄືຄຳເວົ້າທຳມະດາ ໆ ທີ່ບໍ່ທຳມະດາຢ່າງຫນຶ່ງ ບຸລຸດຜູ້ມີສະຕິ ເມື່ອໄດ້ຟັງ ໄດ້ພິຈາລະນາແລ້ວ ຍ່ອມເລັງເຫັນສາລະໃນຄຳເວົ້ານັ້ນ ໆ

Technorati Tags: ທຳມະ, ທັມມະ, ພະພຸດທະເຈົ້າ, ຄາຖາວິເສດ, ຄາຖາ, ແກ້ຈົນ, au8ust, realme

ປະໂຫຍກເດັດ ໆ (#2)

ຫາກທ່ານຕ້ອງການໃຫ້ສະຕີນາງໜຶ່ງ ຈົດຈຳແລະຄິດເຖິງທ່ານຕະຫລອດເວລາ ມີສອງວິທີ
ທາງທີ່ໜຶ່ງ ໄດ້ແກ່ການເຮັດໃຫ້ນາງຮັກທ່ານ ທາງທີ່ສອງຄືເຮັດໃຫ້ນາງແຄ້ນທ່ານ
ປະການທີ່ໜຶ່ງເຮັດໄດ້ຍາກ ແຕ່ປະການທີ່ສອງຮັບຮອງວ່ານາງຈະບໍ່ມີວັນລືມເລືອນທ່ານຕະຫລອດການ

*ເກັດຄວາມຮູ້: ສະຕີເມື່ອຕາຍແລ້ວ ອະໄວຍະວະທີ່ແຂັງຕົວຊ້າທີ່ສຸດຄືລີ້ນ ເພາະໃນຮ່າງກາຍຂອງສະຕີອະໄວຍະວະທີ່ໃຊ້ງານຫລາຍທີ່ສຸດຄືລີ້ນ

ທີ່ມາ – a@x

Technorati Tags: ປະໂຫຍກເດັດ, ສະຕີ, ຮັກ, ຄວາມຮັກ, ຊັງ, ຄວາມຊັງ, ອະໄວຍະວະ, realme, au8ust

ປະໂຫຍກເດັດ ໆ

ດາວຕົກມັນວູບດຽວກໍ່ຜ່ານໄປ ບໍ່ມີໃຜສາມາດອະຖິຖານທັນດອກ
ນອກຈາກຮູ້ຕົວກ່ອນວ່າຈະມີດາວຕົກປະກົດ ແຕ່ຈະມີຜູ້ໃດສາມາດລ່ວງຮູ້ດາວຈະຕົກເມື່ອໃດ?
ຂ້າພະເຈົ້າລ້ວນວ່າເປັນການຫລອກລວງທັງສິ້ນ

ທີ່ມາ – engr

my life, thoughts, ideas, and random stuff… since 2007