ກ່ຽວກັບ Laonux

ຫລັງຈາກໂພສຕ໌ກ່ອນໜ້ານີ້ ກໍ່ພະຍາຍາມຄົນຫາຂໍ້ມູນກ່ຽວກັບ Laonux ລະບົບປະຕິບັດການລິນຸກຂອງຄົນລາວ ແຕ່ກໍ່ບໍ່ພົບຫຍັງຫລາຍ ແຫລ່ງຂໍ້ມູນບາງບ່ອນລະບຸວ່າ Laonux ໄດ້ອອກສູ່ສາທາລະນະເປັນທີ່ຮຽບຮ້ອຍແຕ່ດົນແລ້ວ ເຊິ່ງກໍ່ໜ້າແປກ ເພາະໃນລາວເອງ ພັດບໍ່ມີໃຜຮູ້ຈັກ ຫຼືມີນ້ອຍຄົນເຫລືອເກີນທີ່ຈະຮູ້ຈັກວ່າ ມັນໜ້າຕາເປັນແນວໃດ???

Laonux ດັ້ງເດີມຈະມີເວບໄຊຕ໌ຂອງໂຄງການຢູ່ທີ່ http://laonux.muanglao.com/ ແຕ່ວ່າ ຕອນນີ້ມັນເຂົ້າບໍ່ໄດ້ເສຍແລ້ວ ຮູ້ສຶກວ່າ ກຳລັງປັບປຸງວ່າຊັ້ນ ໂຊກດີທີ່ໃນໂລກນີ້ມີເວບ Archive.org ກໍ່ເລີຍໄດ້ຮູ້ວ່າ ຫນ້າເວບແຕ່ກ່ອນຕອນຍັງບໍ່ໄດ້ປິດນັ້ນເປັນແນວໃດ ໂດຍໄປເບິ່ງໄດ້ທີ່ http://web.archive.org/

ບລັອກຂອງ ict4dev ກໍ່ບໍ່ມີຫຍັງຫລາຍ ບໍ່ອັບເດດມາດົນເຕີບແລ້ວ ເລີຍວ່າບໍ່ເປັນປະໂຫຍດຫຍັງຫລາຍ

ຊອກໄປຊອກມາ ຢູ່ເວບ ee43 ມີຂໍ້ມູນກ່ຽວກັບລາວນຸກລົງໄວ້ໜ້ອຍໜຶ່ງ ສາມາດອ່ານໄດ້ຈາກລິງກ໌ນີ້

ແລ້ວກໍ່ມີເວົ້າຮອດລາວນຸກອີກໜ້ອຍໜຶ່ງໃນບລັອກຂອງທ່ານເທບພິທັກ ເຊິ່ງເປັນນັກພັດທະນາຊາວໄທ ສາມາດອ່ານໄດ້ຈາກລິງກ໌ນີ້

ໃນຂະນະທີ່ຄົ້ນຫາຂໍ້ມູນກ່ຽວກັບເລື່ອງນີ້ ຮູ້ສຶກວ່າ ຈະມີຄົນເວົ້າເຖິງໂຄງການ “อินเทอร์เน็ตเท้าปั่น” ຟັງແລ້ວກໍ່ງົງ ໆ ບໍ່ເຂົ້າໃຈວ່າມັນກ່ຽວຫຍັງກັນ -__-)”

ຄືບໜ້າແນວໃດຈະມາລາຍງານຕໍ່ 🙂

Technorati Tags: laonux, ict4dev, ee43, theppitak, realme, au8ust

ICT4Dev ກັບມາອີກຄັ້ງ

ກ່ອນໜ້ານີ້ຮູ້ສຶກວ່າຈະເຂົ້າບໍ່ໄດ້ເລີຍ ແຕ່ມື້ນີ້ລອງໃຫມ່ ເຂົ້າ ICT4Dev ປະກົດວ່າ ເຂົ້າໄດ້ແລ້ວ ແຕ່ກໍ່ຍັງຄືເກົ່າ ຄືເກົ່າເພາະວ່າ ບໍ່ອັບເດດຫຍັງເລີຍຫັ້ນແຫລ່ະ 555 ທຳອິດວ່າຊິໄປຊອກຫາຂໍ້ມູນກ່ຽວກັບ Laonux ເຊິ່ງກໍ່ຄື ລະບົບປະຕິບັດການລິນຸກທີ່… ອືມ ຈະວ່າແນວໃດດີ ເອີ້ນວ່າ ພັດທະນາໂດຍຄົນລາວລະກັນ ແຕ່ກໍ່ບໍ່ມີຫຍັງໃຫ້ເບີ່ງ

ເຄີຍໄດ້ຍິນມາວ່າ ເຂົາພັດທະນາແລ້ວ ໆ ແຕ່ບັນຫາກໍ່ຄື ຍັງບໍ່ມີໃຜໄດ້ເຄີຍໃຊ້ລາວຫັ້ນຕິ LOL

ຖ້າຄືບຫນ້າຄືບຫລັງແນວໃດ ຈະນຳມາລົງອີກເທື່ອໜ້າ 😉

Technorati Tags: laonux, ລາວນຸກ, ລິນຸກ, linux, lao, lao linux, au8ust, realme, opensource

ເລື່ອງຂອງຊີ້ນດາດບຸບເຟ່

ແຕ່ໃດ ໆ​ ມາເວລາມີຄົນຊວນນິນໄປກິນຊີ້ນດ້ານບຸບເຟ່ ກໍ່ມັກຈະຕອບວ່າ “ບໍ່ໄປ” 555 ເພາະວ່າບໍ່ມັກ ເບິ່ງແລ້ວມັນຄືບໍ່ຫນ້າກິນເລີຍ ເພາະວ່າຫຍັງ? ເພາະວ່າ

  1. ເຂົາເອົາແຕ່ປະລິມານ ຄຸນນະພາບບໍ່ໄດ້
  2. ບໍ່ຄຸ້ມ ເພາະໄປກັນສາມສີ່ຄົນ ແຕ່ຈ່າຍຄົນລະຊາວຫ້າພັນ (ຢູ່ຫລວງພະບາງ) ແຕ່ກິນໜ້ອຍດຽວ ສູ້ໄປແບບທຳມະດາສັ່ງສອງຊຸດຄຸ້ມກວ່າ
  3. ໄປແລ້ວບໍ່ເຈີະພວກຫນ້າຕາດີ (ກ່ຽວເດີ້ຂໍ້ນີ້ 555)

ດັງນັ້ນແຫລະ ຈຶ່ງບໍ່ມັກໄປກິນ ເຖິງມີຄົນຊວນໄປແນວໃດກໍ່ບໍ່ໄດ້ ເສຍເວລາ ເສຍຄວາມຮູ້ສຶກ ເຄຍບອກໝູ່ ບອກຄົນຮູ້ຈັກວ່າ ຢ່າໄປກິນເລີຍພວກເຈົ້າ ເຂົາເຮັດບໍ່ຄ່ອຍສະອາດ ບາງຄົນກໍ່ເຊື່ອ ບໍ່ຄົນກໍ່ຟັງແລ້ວ ໆ ໄປ ບໍ່ໃສ່ໃຈ

ພໍດີມື້ນີ້ໄປອ່ານກະທູ້ໃນມະຫາສານ

ເລື່ອງນີ້ບໍ່ແມ່ນເລື່ອງທີ່ຫາກໍ່ເກີດຂື້ນ ຄວາມຈິງແລ້ວມັນເກີດມາແຕ່ດົນ
ມີຄົນຈຳນວນຫຼາຍ ທີ່ມີພຶດຕິກຳມັກກີນຂອງຟຼີ ຫຼືກີນແບບບຸບເຟ ເພາະໄດ້ກີນຫຼາຍ ກີນຕາມໃຈມັກ ໃນນີ້ລວມທັງຜູ້ຂຽນເອງ ແຕ່ຈະມີຈັກຄົນ ທີ່ຮູ້ຈັກ (ຜົນເສັຍ)ຂອງມັນ ໃນປະຈຸບັນ ກຳລັງມີການກໍ່ສ້າງເສັ້ນທາງຫຼາຍແຫ່ງໃນນະຄອນຫຼວງວຽງຈັນ ເຮັດໃຫ້ຮ້ານຊີ້ນດາດ ແບບບຸບເຟ ຫຼາຍແຫ່ງໄດ້ຮັບຜົນກະທົບ ມີບາງວັນ ຮ້ານອາຫານບໍ່ມີແຂກມາ ອາຫານທີ່ຕຽມໄວ້ເຫຼືອຫຼາຍ ເຈົ້າຂອງຮ້ານເກັບຊີ້ນໄວ້ດ້ວຍການໃຊ້ສານ ຮໍໂມນ (ເປັນສານກັນບູດ-ເນົ່າ) ເພີ່ນນິຍົມເອົາໄວ້ສັກຄົນຕາຍ ເພື່ອເຮັດໃຫ້ຊົບບໍ່ເນົ່າເໝັນ ໂດຍການປະສົມສານຮໍໂມນກັບນ້ຳໃນອັດຕາສ່ວນ 1ບ່ວງກາເຟ ຕໍ່ນ້ຳ 20ລິດ ແລ້ວເອົາຊີ້ນ ແລະອາຫານທະເລທີ່ຂາຍບໍ່ໝົດ ລົງລ້າງ ແລ້ວເກັບໄວ້ໃນຕູ້ແຊ່ ຈະເຮັດໃຫ້ຊີ້ນເບີ່ງຄືວ່າສົດ ແລະບໍ່ມີກີນເໝັນ
ທ່ານຮູ້ບໍ່ວ່າ ສານຮໍໂມນຕົວນີ້ ຈະໄປທຳລາຍລະບົບປະສາດໃນຮ່າງກາຍ ຂອງທ່ານ ເຮັດໃຫ້ທ່ານມີອາການ ວີນວຽນ ປວດຕາມຕົນຕົວ ແລະມີອາການແຫບຄໍ-ຄໍແຫ້ງ ແລະໄອ ເລັກນ້ອຍ ໃນຕອນຕົ້ນ ຖ້າທ່ານໄປກວດຢູ່ໂຮງໝໍ ທ່ານກໍ່ຈະບໍ່ພົບອາການຜິດປົກກະຕິ ແຕ່ຢ່າງໃດ ແຕ່ຖ້າສະສົມດົນໄປສານຮໍໂມນຕົວນີ້ກໍ່ຈະພາ ໃຫ້ເກີດເປັນມະເຮັງໃນລຳໃສ້ ແລະຖ້າບໍ່ໄດ້ຮັບການຮັກສາທີ່ຖຶກຕ້ອງ ແລະຖ່ວງທັນກັບເວລາ ກໍ່ເຖິງຂັ້ນເສັຍຊີວິດໄດ້

ຄລິກເພື່ອອ່ານທັງຫມົດ >>

ອ່ານແລ້ວສະຫຍອງ 555+ ແຮງວ່າຊ່ວງນີ້ຫລວງພະບາງບໍ່ຄ່ອຍມີແຂກມີຄົນແດ່ ຢ້ານເຂົາຊິເຮັດແບບດຽວກັບຢູ່ວຽງ


Technorati Tags: ຊີ້ດາດ, หมูกระทะ, ບຸບເຟ່, ຂອງຟຣີ, ກິນຫລາຍ, realme, au8ust, ຫລວງພະບາງ, ວຽງຈັນ

Spams Attack!

ຮູ້ສຶກວ່າ au8ust.org ຈະມີ spams ເຂົ້າມາຫລາຍສຸດ ໆ ເຊິ່ງກໍ່ພະຍາຍາມຫາປລັກອິນຕ່າງ ໆ ມາຈັດການແລ້ວ ແຕ່ປານນັ້ນກໍ່ຍັງມີເຂົ້າມາຢູ່ເລື້ອຍ ໆ ອີກ ຕອນຫລັງໃຊ້ WP-Hash ກໍ່ຍັງຫລຸດເຂົ້າມາອີກ ແຖມຍັງສ້າງບັນຫາໃຫ້ໂພສຕ໌ບໍ່ໄດ້ນຳ ເລີຍເອົາຊະ

ຕໍ່ມາ ໆ ໃຊ້ປລັກອິນໃຫ້ບວກເລກ ແຕ່ກໍ່ຍັງບໍ່ໄດ້ເລື້ອງໄດ້ລາວຫຍັງ ຍັງເຈີະ Spams ເຂົ້າມາອີກ ສົງໄສດຽວຊິໄດ້ໃຊ້ CAPTCHAs ແຕ່ມັນກໍ່ຫຍຸ້ງຍາກອີກ

ອືມ… ຈັກຊິໃຊ້ມຸກໃດແລ້ວບາດນີ້ ຫ້າ ຫ້າ ຫ້າ ບວກ

Technorati Tags: captcha, spam, au8ust, wp-hash, math

my life, thoughts, ideas, and random stuff… since 2007