ບໍ່ຕ້ອງມີກົດລະບຽບກໍໄດ້?
ຂຽນເມື່ອ December 23, 2013, ໃນຫມວດ ພັນລາວ. (ອ່ານ 3,092 ຄັ້ງ)
ພໍດີມີໂພສນຶ່ງໃນ Facebook ຕາມຂ້າງເທິງ
ເອົາແທ້ໆ ໂດຍສ່ວນໂຕແລ້ວ ບໍ່ຄິດວ່າການເຮັດເວັບທີ່ບໍ່ມີກົດລະບຽບ ບໍ່ມີການວາງນະໂຍບາຍການນຳໃຊ້ທີ່ດີ ມັນຈະເປັນເລື່ອງດີ ຫຼືຍືນຍາວຫຍັງ. ຄືໃນແງ່ຂອງການບໍລິຫານແລ້ວ ການທີ່ເຮັດເວັບເປັນເວັບເສລີ ແນ່ນອນລະ ມັນມີຄົນເຮັດ ກໍເຊັ່ນແບບເວັບບອດມະຫາສານ ຫຼື ແບບອິນລາວ ທີ່ສຸດທ້າຍແລ້ວມີແຕ່ກະທູ້ດ່າກັນ ໃສ່ຮ້າຍປ້າຍສີ ໂດຍບໍ່ມີໃຜມາເບິ່ງຄວາມເປັນລະບຽບຮຽບຮ້ອຍ ອີກທັງມີການປອມໂຕມາໂພສ ສາລະພັດຢ່າງ. ແລ້ວມັນດີແນວໃດ? ອາດຈະດີສຳລັບຄົນທີ່ຕ້ອງການຄວາມວຸ້ນວາຍ…
ຖ້າບໍ່ເຂົ້າຂ້າງໂຕເອງ ເຊື່ອວ່າ ພັນລາວມັນບໍ່ມີຄົນເຂົ້າຍ້ອນວ່າ:
- ຄົນຍ້າຍໄປ Facebook ໝົດ ເຊິ່ງກໍບໍ່ແມ່ນພັນລາວດອກ ເວັບອື່ນໆ ເຊັ່ນ Laozaa, Mahasan, Samakomlao ຫຼືເວັບໃນຍຸກດຽວກັນກໍໄດ້ຮັບຜົນກະທົບ
- ເວັບເຂົ້າຊ້າຫຼາຍ ໃນໄລຍະຫຼັງ ຫຼືຈະເວົ້າອີກຢ່າງ ຕັ້ງແຕ່ຕົ້ນມາ ລະບົບພັນລາວມີບັນຫາຫຼາຍ ຫຼາຍຄັ້ງມັນກໍເຮັດໃຫ້ Server ດັບ ບໍ່ຕອບສະໜອງ ເຂົ້າຫຼາຍເທື່ອບໍ່ໄດ້ ຄົນກໍບໍ່ຢາກເຂົ້າ
- ບໍ່ມີຫຍັງໜ້າສົນໃຈ ແຕ່ກ່ອນມີຄົນເຂົ້າ ເພາະຕອນນັ້ນບໍ່ມີຫຍັງໃນອິນເຕີເນັດຫຼາຍເທື່ອ ແຕ່ຕອນນີ້ເນື້ອຫາສ່ວນໃຫຍ່ໄປໂຮມກັນໃນ Facebook ຕອບສະໜອງໂຈດຜູ່ໃຊ້ໄດ້ຫຼາຍກວ່າ ເວັບອື່ນໆ ຄົນກໍໜ້ອຍລົງເປັນປົກກະຕິ ເຊິ່ງພວກເວັບຂ່າວຕ່າງໆ ໃນລາວກໍໄດ້ຮັບຜົນກະທົບເຊັ່ນກັນ
- ມັກເປີດໆປິດໆເວັບ ຍອມຮັບວ່າຫຼາຍເທື່ອ ມັກເປີດ ມັກປິດ ໂດຍບໍ່ແຈ້ງລ່ວງໜ້າ ບາງທີກໍອັບເກຣດເວັບ ແລ້ວ roll back ໂດຍບໍ່ບອກຜູ່ໃຊ້ ກໍເຫັນໃຈແຫລະ ຄົນເຂົ້າມາບໍ່ໄດ້ ດຽວໄດ້ ດຽວບໍ່ໄດ້ ໃຜຊິຢາກເຂົ້າ
ສຳລັບຕອນນີ້ກໍຕັ້ງໃຈວ່າ ຈະປັບປຸງໃນສ່ວນຂອງເພງໃຫ້ດີຂຶ້ນ ແຕ່ມັນຈະເປັນແນວໃດ ກໍຖ້າເບິ່ງກັນໄດ້ຫຼັງປີໃໝ່ໃນພັນລາວ 🙂
Tags: Facebook, laozaa, punlao, social network, ພັນລາວ
How do we smell
ຂຽນເມື່ອ December 23, 2013, ໃນຫມວດ ວິທະຍາດສາດ. (ອ່ານ 1,646 ຄັ້ງ)
ຄລິບວິດີໂອສັ້ນໆ ອະທິບາຍວິທີການເຮັດວຽກຂອງດັງ ແລະການຮັບກິ່ນ
Tags: ການຮັບກິ່ນ, ດັງ
ຄົນໃນກອງຖ່າຍທຳ
ເວລາເຫັນກອງຖ່າຍບາງກອງເຂົາໄປຖ່າຍທຳ ແລ້ວໃຊ້ຄົນຫຼາຍໆ ຮູ້ສຶກວ່າມັນແປກໆ ຄືເອົາຊື່ໆເລີຍແມ່ນມັນເປືອງ ເພາະຄົນຫຼາຍ ກິນຫຼາຍໃຊ້ຫຼາຍ ລົດກໍຫຼາຍຂຶ້ນ ແຕ່ຄຸນນະພາບວຽງມັນຫຼາຍຂຶ້ນຕາມຈຳນວນຄົນຈົນເຫັນໄດ້ຊັດເຈນບໍ່? ກໍບໍ່ ຄົນນ່ະຫຼາຍຂຶ້ນແທ້ ແຕ່ໜ້າວຽກທີ່ແລ້ວໆ ອອກມາເປັນຊິ້ນເປັນອັນ ມັນພັດວ່າບໍ່ໂດດໄປຕາມຈຳນວນຄົນ
ໃນຄວາມເປັນຈິງແລ້ວ ການອອກກອງຖ່າຍ ຄວນວາງແຜນໃຫ້ຮັດກຸມ ໃຜເຮັດໜ້າທີ່ໃດ ຈຳເປັນບໍ່ທີ່ຕ້ອງໃຊ້ຄົນເພີ່ມ ແລ້ວຄົນທີ່ມີຢູ່ແລ້ວເຮັດແທນໄດ້ບໍ່ ເຊິ່ງບາງກອງກໍບໍ່ຄິດແບບນັ້ນຢາກຈັດເຕັມ ຢາກໃຫ້ມັນຄືວ່າມີຄົນຫຼາຍໆ ຈະໄດ້ເບິ່ງເທ່ ເບິ່ງແລ້ວຄັກເວີ່ຍ ລູກຄ້າມາເຫັນກໍເບົາໃຈວ່າ ເອີ ໜ້າຈະອອກມາດີ
ໜ້າວຽກໂຕຈິງອີ່ຫລີໃນກອງຖ່າຍ ຖ້າເຮັດກັນເປັນແທ້ໆ ມັນໃຊ້ຄົນບໍ່ຫຼາຍກໍໄດ້ ໂດຍສະເພາະບ້ານເຮົາທີ່ກຳລັງຊື້ມັນຍັງບໍ່ສູງ ໃຊ້ຄົນຫຼາຍໄປກໍເປືອງລ້າໆ ເພາະໄປຢືນເບິ່ງກັນ ບາງທີກໍງົງຊ້ຳວ່າ ອັນນີ້ແມ່ນໃຜຄວນເຮັດ
ສະນັ້ນ ໄປເຮັດວຽກ ຕ້ອງໄປຄົນດຽວ ແຕ່ເຮັດເປັນທີມ… ເຮີ້ຍ ບໍ່ແມ່ນແລ້ວ =_=
ໄປເຮັດວຽກ ຕ້ອງຊ່ວຍກັນເຮັດເປັນທີມ ວຽກຈຶ່ງອອກມາດີ ຊັ້ນລະວາາາ
ຫຼຸດຄວາມໄວ = ຫຼຸດຄວາມສ່ຽງ
ມື້ກີ້ເບິ່ງຂ່າວມາ ເຂົາເຈົ້າເວົ້າເລື່ອງອຸປະຕິເຫດທາງລົດ ເພິ່ນບອກວ່າ:
ຄວາມໄວ 60km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 14 ແມັດຫຼືຕຶກສູງ 5 ຊັ້ນ
ຄວາມໄວ 80km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 25 ແມັດຫຼືຕຶກສູງ 8 ຊັ້ນ
ຄວາມໄວ 100km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 39 ແມັດຫຼືຕຶກສູງ 13 ຊັ້ນ
ຄວາມໄວ 120km/h ແຮງຊົນເທົ່າກັບຕົກຈາກບ່ອນສູງ 56 ແມັດຫຼືຕຶກສູງ 19 ຊັ້ນ
ມະນຸດໃຊ້ເວລາ 0.75 ວິນາທີໃນການຢຽບເບຣກໄດ້ຢ່າງມີປະສິດທິພາບ ໄລຍະເວລາທີ່ເສຍໄປນີ້ເອີ້ນວ່າ “ໄລຍະເວລາຂອງປະຕິກິລິຍາຕອບສະໜອງ” ເຊິ່ງຈະປ່ຽນໄປຕາມບຸກຄົນ ຄວາມໄວລົດ ແລະຮ່າງກາຍ ຫຼືສະໝອງໃນຂະນະນັ້ນໆ (ເຊັ່ນ: ອ່ອນເພຍ, ເມື່ອຍ ຫຼືມຶນເມົາຈາກລິດຢາ ຫຼືເຫຼົ້າ) ເຮັດໃຫ້ປະສິດທິພາບການຕອບສະໜອງເສຍໄປ
ສູດຄຳນວນແມ່ນ ຄວາມໄວ + ປະຕິກິລິຍາຕອບສະໜອງຕ່ຳ (ເຫຼົ້າ, ເຫງົານອນ, ໂທລະສັບ) = ຊີວິດສັ້ນ 🙁
ສະນັ້ນ ຫຼຸດຄວາມໄວ = ຫຼຸດຄວາມສ່ຽງ
MYANMAR by Thanavorakit K.
ຂຽນເມື່ອ December 17, 2013, ໃນຫມວດ ການຖ່າຍພາບ. (ອ່ານ 1,983 ຄັ້ງ)
ປະມວນພາບຈາກການເດີນທາງໄປ Nay Pwi Daw ແລະ Yangon ປະເທດມຽນມ່າ.
ພາບທຸກພາບ ຖ່າຍດ້ວຍກ້ອງ Sony NEX-3 ຊື້ມາມືສອງ $189 ກັບເລນ 18-55mm ໂຕດຽວ 😀
ເບິ່ງຮູບທັງໝົດໄດ້ໃນ Facebook ຫຼື Flickr
Tags: ການຖ່າຍພາບ, ທ່ອງທ່ຽວ, ພາບຖ່າຍ
ຕຳນານພະອຸປະຄຸດ (ພະບົວເຂັມ)
ຢາກໂພສເລື່ອງນີ້ມາຫຼາຍມື້ລະ ແຕ່ຄາອັນອື່ນກໍເລີຍຫາກໍໄດ້ມາໂພສ
ຕຳນານພະອຸປະຄຸດ (ພະບົວເຂັມ)
ພະອຸປະຄຸດ ເປັນພະພິຂຸອົງສຳຄັນອົງນຶ່ງໃນສະໄໝພະເຈົ້າອະໂສກມະຫາລາດ ຄຳວ່າ “ອຸປະຄຸດ” ມີຄວາມໝາຍວ່າ ຄຸ້ມຄອງຮັກສາ ເປັນພະທີ່ເປັນທີ່ນິຍົມນັບຖືຂອງຊາວອິນເດຍ, ຊາວມອນ, ຊາວໄທຍວນ ແລະຊາວອີ່ສານ.
ວ່າກັນວ່າ ພະອຸປະຄຸດນັ້ນ ເປັນຜູ່ໃດມີພູມລຳເນົາເດີມມາແຕ່ໃສບໍ່ມີໃຜຮູ້ແນ່ຊັດ ຮູ້ພຽງວ່າ ທ່ານເກີດຫຼັງພະພຸດທະເຈົ້າສະເດັດດັບຂັນປຣິນິບພານໄດ້ປະມານ 200 ປີ ເມື່ອທ່ານໄດ້ບວດແລ້ວ ກໍບຳເພັງພຽນຈົນສຳເລັດເປັນພຣະອະຣະຫັນຂີນາສົບ (ຄຳວ່າ ຂີນາສົບ ມີຄວາມໝາຍວ່າ ຜູ່ສິ້ນອາສາວະແລ້ວ ໝາຍເຖິງພະຜູ່ທີ່ກຳຈັດອາສາວະຄືກິເລດໄດ້ໝົດແລ້ວທັງ 3 ຢ່າງຄື: ກາມ, ພົບ ແລະອະວິຊາ ແລະຈະບໍ່ກັບມາເກີດອີກແລ້ວຫຼັງຈາກນິບພານ) ສຳເລັດອະພິນຍາສະມາບັດຕ່າງໆ ສາມາດສະແດງອະພິນິຫານຈົນເປັນທີ່ເລົ່າລືມາຮອດທຸກມື້ນີ້
Tags: ພະຍາມານ, ພະບົວເຂັມ, ພະອຸປະຄຸດ
OneRepublic – Counting Stars
ມ່ວນດີເພງນີ້ ເນື້ອຫາດີ (more…)
ພະເທວະທັດ
ພະເທວະທັດ ໃນສະໄໝພະພຸດທະການເປັນອ້າຍຂອງພະນາງຍະໂສທະຣາ (ພິມພາ) ພະຊາຍາຂອງເຈົ້າຊາຍສິດທັດຖະລາຊະກຸມານ ທີ່ມາເປັນພະພຸດທະເຈົ້າ ແລະເປັນລູກຂອງລູງພະພຸດທະເຈົ້າເອງ ພະເທວະທັດນັ້ນຕອມຈອງລ້າງພະພຸດທະເຈົ້າມາຫຼາຍຊາດ ອະດີດຊາດດົນນານມາແລ້ວນັ້ນ ພະເທວະທັດເປັນພໍ່ຄ້າວານິດ ມີຈິດລະໂມບທຸຈະລິດ ແລະໃນຊາດນັ້ນເອງ ພະພຸດທະອົງໄດ້ສະເຫວີຍພະຊາດເປັນພໍ່ຄ້າວານິດນຳເຊັ່ນກັນ ແຕ່ເປັນຝ່າຍສຸຈະລິດ (more…)
Tags: ຊາດົກ, ທັມມະ, ພະພຸດທະເຈົ້າ, ພະເທວະທັດ
ການຕັ້ງ memcache ໃນ cPanel/WHM
https://gist.github.com/irazasyed/6066507
ໝາຍໄວ້ ເປັນວິທີທີ່ງ່າຍດີ ໃຊ້ໄດ້ຜົນ ລອງໃຊ້ໃນ server ໃໝ່ ແປັບດຽວກໍຕັ້ງໄດ້ລະ ບໍ່ຍາກຄືແຕ່ລະອັນທີ່ເຄີຍເຮັດມາ 🙂
Tags: CentOS, cpanel, memcache, whm
ຄວາມຊວຍອັນປະເສີດ
ສອງມື້ມານີ້ເຮັດຫຍັງພາດຕະຫຼອດ ມື້ຄືນນີ້ເຮັດເລນຕົກ ມື້ນີ້ຫຼົງໄປລຶບ au8ust.org ອອກແລ້ວລືມ backup ຖານຂໍ້ມູນ ຕ້ອງໄດ້ນຳມາ restore ຈາກ google cache
ປານບ້າ =_=!