ພໍດີອ່ານ ໆ Feed ເຫັນຫົວຂໍ້ How I got banned from Digg ແລ້ວໃສ່ຂໍ້ຄວາມວ່າ (Stuff to Think About) ເລີຍຜຸດອອກທັນທີ່ວ່າ ມັນແປວ່າ “ເລື່ອງໃຫ້ຄິດ” !!!
ໂອ ພາສາອັງກິດບາງທີກໍ່ແປກັນຕາມຕົວເລີຍເນາະ ^_^
ພໍດີອ່ານ ໆ Feed ເຫັນຫົວຂໍ້ How I got banned from Digg ແລ້ວໃສ່ຂໍ້ຄວາມວ່າ (Stuff to Think About) ເລີຍຜຸດອອກທັນທີ່ວ່າ ມັນແປວ່າ “ເລື່ອງໃຫ້ຄິດ” !!!
ໂອ ພາສາອັງກິດບາງທີກໍ່ແປກັນຕາມຕົວເລີຍເນາະ ^_^
ຂຶ້ນຊື່ວ່າມີຮັກ ຍ່ອມມີທຸກສະເຫມີ ຫາກແຕ່ວ່າ ບຸກຄົນຈະເຫັນວ່າມັນເປັນຄວາມທຸກຫລືບໍ່ ຫລືອາດຈະບໍ່ເຫັນດ້ວຍເຫດພຽງຄວາມສຸກເລັກ ໆ ນ້ອຍ ໆ ທີ່ບົດບັງຄວາມຈິງ ປິດກັ້ນຄວາມທຸກອັນແສນສາຫັດໄວ້ ບຸລຸດໜຶ່ງ ພຶງກະທຳເພື່ອຍິງທີ່ຕົນຮັກໄດ້ທຸກຢ່າງ ແມ່ນວ່າອຸປະສັກຈະມາກລົ້ນພຽງໃດກໍ່ຕາມແຕ່ ບຸລຸດນັ້ນ ກັບບໍ່ເຫັນວ່າ ເປັນຄວາມທຸກແຕ່ຢ່າງໃດ ໂອ! ໜໍ… ຄວາມຫລົງໄຫລໃນໃຝ່ຫາຊ່າງມາເຮັດໃຫ້ຄົນເປັນໄປໄດ້ເຊັ່ນນັ້ນ
ຫາກແຕ່ເຮົາໄດ້ເຫັນແຈ້ງເຊິ່ງຄວາມທຸກນັ້ນແລ້ວເມື່ອໃດແລ້ວ ກໍ່ຈັກຄົງປ່ອຍວາງເສຍຖິ້ມ ເຊິ່ງຄວາມຮັກອັນເປັນດັ່ງນ້ຳເຜິ້ງທີ່ປະສົມຍາຜິດສະນັ້ນແລ ຈັກບໍ່ຫວນກັບໄປອີກເລີຍ
ຂຶ້ນຊື່ວ່າຄວາມຮັກຂອງປຸຖຸຊົນແລ້ວ ຍ່ອມຕ້ອງຖິ້ມເສຍເຊິ່ງໃນກາລອັນເປັນທີ່ສຸດແຫ່ງສັງຂານຕົນ ບຸກຄົນໃດຈະເປັນຊາຍຍິງກໍ່ຕາມ ເມື່ອປະຈັກແຈ້ງໃນຂໍ້ທັມອັນນີ້ ຍ່ອມພິຈາລະນາເຫັນຄວາມບໍ່ເປັນປະໂຫຍດແຫ່ງອາມິສສຸກນີ ແລ້ວກ້າວໄປສູ່ດິນແດນອັນໃສສະຫວ່າງນັ້ນແລ…
Technorati Tags: ທັມມະ, ຄວາມຮັກ, ສັງຂານ, ຄວາມຫລົງໄຫລ, ມີຮັກ
ຜົນບຸນຂອງຂ້າພະເຈົ້າ ທີ່ໄດ້ທຳມາແລ້ວໃນອະດີດ ປັດຈຸບັນ ແລະອະນາຄົດ
ປວງສັບພະສັດທັງຫລາຍ ທີ່ວຽງວ່າຍ ຕາຍ ເກີດ ໃນສັງສາລະວັດ
ຈົງມີສ່ວນໄດ້ຮັບແຫ່ງບຸນຂອງຂ້າພະເຈົ້າ ທັງສິ້ນນີ້ເທີນ
ຕອນເຊົ້າໄປຮັບຟ່າງ ແລ້ວກໍ່ໄປເລາະເບິ່ງວ່າມີຫຍັງກິນບໍ່ ເລາະໄປເລາະມາ ຕອນນັ້ນປະມານ 7 ໂມງເກືອບເຄິ່ງລະ ແຕ່ວ່າ ຍັງບໍ່ມີຮ້ານໃດເປີດເທື່ອ (ຫລວງພະບາງ) ໄປ ໆ ມາ ໆ ເລີຍກາຍໄປຮ້ານເຂົ້າປຽກເຂົ້າ ຢູ່ໃກ້ ໆ ກັບທະນາຄານພັດທະນາລາວ ກໍ່ໄປນັ່ງກິນ ທຳອິດກໍ່ລືມມມມມມມມມມມມມ ກິນໄປຈົນຫມົດ ແລ້ວກໍ່ກັບ
ພໍກັບຮອດຮ້ານ ຮູ້ສຶກເພຍ ໆ ນັ່ງໄປນັ່ງມາ ຈຶ່ງຄິດອອກວ່າ ອໍ້….!!!! ຮ້ານອັນນີ້ມັນໃສ່ແປ້ງນົວເກີນຂະໜາດແລ້ວ 555+ ເວນກຳເອີ້ຍ ຮູ້ຊີ້ບໍ່ໄປກິນຂອງມັນດີກວ່າ ເຊັງຈິດ -*-
ຟ່າງໄປນຳກໍ່ຄືຊິເມື່ອຍ ໆ ຄືກັນ ບໍ່ເຂົ້າໃຈວ່າເຂົາຊິໃສ່ຫລາຍໄປເຮັດຫຍັງ ບ້ານເຮົານິຍົມກິນແປ້ງນົວ ເຮັດຫຍັງກໍ່ຕ້ອງໃສ່ແປ້ງນົວ ຄົນບ້ານອື່ນເມືອງອື່ນມາ ເຂົາບໍ່ກິນແປ້ງນົວ ມາເຈີະກັບອາຫານບ້ານເຮົາລະເຊົາຢາກເລີຍ 555
ເຄີຍມີຄົນໄທມາ ພີ່ເຈບ ກັບພີ່ຕັ້ມ ມາ ເພິ່ນວ່າ ເມືອງລາວໃສ່ແປ້ງນົວເກີນຂະໜາດ ເຊິ່ງຟັງແລ້ວກໍ່ແທ້ ເພາະວ່າ ຕອນກິນອາດຈະດີ ແຕ່ວ່າ ຫລັງຈາກກິນແລ້ວ ມັນບໍ່ດີ ບາງຄົນມີອາການບໍ່ຖືກກັບແປ້ງນົວເຖິງຂະໜາດວ່າ ກິນແລ້ວບໍ່ມີແຮງ ຫຼືເປັນອຳມະພາດຊົ່ວຄາວເລີຍກໍ່ມີ ບາງຄົນກໍ່ກິນແລ້ວເຈັບເສັ້ນ ແມ່ນຫຍັງກໍ່ວ່າກັນໄປ ແລ້ວແຕ່ຄົນ
ໂພສຕ໌ນີ້ຈົ່ມລູກດຽວ 😛
Technorati Tags: ແປ້ງນົວ, ຜົງຊູລົດ, ผงชูรส, au8ust, realme, ເຂົ້າປຽກເຂົ້າ