ຈົດໝາຍຖາມຫາຂ່າວ…ຈາກເວັບຫື່ນ…
ບໍ່ຢາກເຂົ້າ ກໍ່ຍັງສົ່ງມາເຊີນໃຫ້ເຂົ້າ ໂອ… ຕາຍຄັກ ໆ ບາດນີ້ 😛
ເມື່ອຂ້າພະເຈົ້າປ່ຽນເງິນ…
ດ້ວຍຄວາມບັງເອີນ ເຮັດໃຫ້ຕ້ອງມາຢູ່ບ່ອນປ່ຽນເງິນ ເຊິ່ງກໍ່ເປັນເລື່ອງທີ່ບໍ່ເໝາະປານໃດ ເນື່ອງຈາກແຕ່ເດັກແຕ່ນ້ອຍມາເປັນຄົນໄລ່ເລກຊ້າ ຄຳນວນບໍ່ເກັ່ງ.
ມີມື້ໜຶ່ງ ມີແຂກສອງຄົນມາປ່ຽນເງິນ ເຂົາຊິເອົາເງິນກີບມາປ່ຽນໂດລາ ເຊິ່ງປົກກະຕິແລ້ວ ບໍ່ມີໃຜໃຫ້ປ່ຽນ ທະນາຄານກໍ່ບໍ່ປ່ຽນໃຫ້ ພວກຫ້າງຮ້ານລະແວກນີ້ກໍ່ບໍ່ມີໃຜປ່ຽນໃຫ້ ກໍ່ມີແຕ່ເມຍເຮົານີ້ລະທີ່ຮັບປ່ຽນ ແລ້ວກໍ່ບໍ່ບອກອັດຕາແລກປ່ຽນໃຫ້ເຮົາຮູ້ອີກ. ມື້ນັ້ນແຂກສອງຄົນມາຮອດ ຊາຍໜຶ່ງ ຍິງໜຶ່ງ ເຂົາບອກວ່າ ຊິເອົາເງິນກີບມາຊື້ໂດລາ — ເຂົາບອກວ່າຊົ່ວໂມງແລ້ວເຂົາມາປ່ຽນເທື່ອໜຶ່ງ. ຕອນນັ້ນຟັງກໍ່ຮູ້ແລ້ວວ່າ ສອງຄົນນີ້ເປັນພວກຂີ້ຕົວະ ເພາະເຮົານັ່ງເຝົ້າມາສາມຊົ່ວໂມງ ບໍ່ໄດ້ຂາຍໂດລ່າໃຫ້ໃຜ.
ລົມກັນໄປລົມກັນມາ ເພິ່ນບອກ ປະມານຕອນ 8 ໂມງເພິ່ນມາເທື່ອໜຶ່ງ ເຊິ່ງເວລານັ້ນແມ່ນປະມານ 9 ປາຍໜ້ອຍໜຶ່ງ ແລະເຮົານັ່ງເຝົ້າບ່ອນປ່ຽນເງິນມາ 3 ຊົ່ວໂມງແລ້ວ ຈຶ່ງຮູ້ໄດ້ວ່າພວກນີ້ນິໄສໃຈຄໍເຊື່ອຖືບໍ່ໄດ້. ລາວກໍ່ບອກວ່າລາວມາປ່ຽນກ່ອນໜ້ານີ້ແມ່ນຜູ້ຍິງປ່ຽນໃຫ້ ໄລ່ອັດຕາ 8590 ກີບຕໍ່ 1 ໂດລາ ລາວຢາກປ່ຽນ 600,000 ກີບ ຕົກຢູ່ $69 ແຕ່ຕົວເລກຢູ່ແຜງໜ້າປັດເຄື່ອງຄິດໄລ່ມັນມີແນວມາບັງ ເຮັດໃຫ້ເຫັນເປັນ $59 ເພິ່ນເລີຍຄິດວ່າແມ່ນ $59 ເຮົາກໍ່ຊອກມາປ່ຽນໃຫ້.
ຕອນປ່ຽນ ມັນເລກເສດ 600,000 ຫານ 5890 ໄດ້ $59.84 ມັນບອກ (ທີ່ຈິງໄດ້ $69.84 ແຕ່ເພາະເລກ 6 ຖືກບັງໄວ້ ໃຫ້ຄິດວ່າເປັນເລກ 5) ໃຫ້ໄລ່ເປັນ $60 ເລີຍ ເຮົາກໍ່ບໍ່ໄດ້ເວົ້າຫຍັງ ຕອນນັ້ນກໍ່ຄິດວ່າແມ່ນ $60 ກໍ່ໄປເອົາເງິນມາປ່ຽນໃຫ້. ໄລ່ໄປໄລ່ມາ ເຮົາລະສົງໄສ ເພາະມັນໄລ່ກັບຄືນແລ້ວບໍ່ຖືກຕາມອັດຕາຂອງມັນ (ເພາະວ່າຄວາມຈິງແມ່ນ $69.84 ແຕ່ໄປໄລ່ $59.84) ເຮົາໄລ່ໄປມາກໍ່ຈຶ່ງຮູ້ວ່າ ຕົວເລກມັນຜິດ ເລີຍເອົາໃຫ້ $69 ກັບອີກ 2500 ກີບ. ແຂກເອົາໄປໄລ່ແລ້ວ ມັນຖາມວ່າ 2500 ກີບນີ້ມາຈາກໃສ ເຮົາບໍ່ໄດ້ຕອບຫຍັງ ພຽງແຕ່ເອົາຈັກຄິດໄລ່ ໄລ່ໃຫ້ເບິ່ງວ່າເປັນເສດເງິນ $0.84 (ເຊິ່ງຈັກຄິດໄລ່ມັນພັດໄປປັດເສດ ເຮັດໃຫ້ເຫັນເປັນ 2500 ແທນທີ່ຊິເປັນ 7500 ປາຍ) ຕອນນັ້ນແຂກດີໃຈ ເພາະທຳອິດລາວຄິດວ່າຊິໄດ້ $59 ແຕ່ເຮົາໄປໃຫ້ $69 ເພິ່ນຮີບເກັບເງິນແລ້ວຍ່າງອອກໄປ… ສົງໄສຄິດວ່າເຮົາໄລ່ເລກໃຫ້ຜິດ.
ເລື່ອງນີ້ຕອກຢ້ຳຂ້າພະເຈົ້າວ່າ ຄົນຂາວພວກນີ້ ກໍ່ບໍ່ຕ່າງຫຍັງກັບຄົນທົ່ວໄປ ເວລາມາເຮັດບ່ອນປ່ຽນເງິນແນວນີ້ ໄດ້ພົບກັບລູກຄ້າທີ່ມີນິໄສແບບນີ້ປະຈຳ ບາງທີກໍ່ເຮັດໃຫ້ເກີດຄວາມເມື່ອຍໃຈ ທີ່ຄົນດີ ໆ ຊອກຍາກຫຼາຍໃນສັງຄົມປັດຈຸບັນ…
ຄຳຕອບຂອງຄຳຖາມທີ່ຟັງແລ້ວຍິ້ມ ^-^
ໄດ້ມີໂອກາດສົນທະນາກັບຄົນ ໆ ໜຶ່ງ ລາວເປັນຜູ້ຊາຍ… ທີ່ມັກຜູ້ຊາຍນຳກັນ
ນ : ທ ບໍ່ມາຫຼວງພະບາງນຳອ້າຍ ຕ ຫວາ?
ທ : ເຫີະ ໆ ບໍ່ດີກວ່າ ເບິ່ງລາວຄືຊິບໍ່ມັກລົມກັບເຮົາເທົ່າໃດ
ນ : ອ້າວ ຫວາ… ອື…
ທ : ກໍ່ບໍ່ຮູ້ຄືກັນ ເຫັນລາວມິດ ໆ ໄປ
ນ : ເປັນຫຍັງ ທ ມັກຜູ້ຊາຍລະ? ສົງໄສ ໆ
ທ : ແລ້ວເປັນຫຍັງ ນ ມັກຜູ້ຍິງລະ?
ນ : …
Google ຮູ້ພາສາລາວ
ເວລາເຮັດ SEO ສຳລັບເວັບພາສາລາວ ມັກຈະຄິດວ່າຕ້ອງຂຽນ keyword ໃຫ້ຄອບຄຸມ ເພາະໃນພາສາລາວມີພະຍັນຊະນະປະສົມເຊັ່ນ ຄຳວ່າ “ໝາ” ສາມາດສະກົດເປັນ “ຫມາ” ໄດ້ນຳ ກໍ່ຄິດລຳບາກໃຈວ່າ ຕ້ອງໃຊ້ທັງສອງຄຳ ເພື່ອໃນກໍລະນີທີ່ມີຄົນຊອກຫາ keyword ນີ້ຜ່ານ search engine ຈະໄດ້ດັກໄວ້ທັງ “ຫມາ” ແລະ “ໝາ”
ບັງເອີນວ່າ ມື້ນີ້ມີໂອກາດ search ຫາກ່ຽວກັບໝາ ກໍ່ເລີຍໃຊ້ kw ວ່າ “ໝາ” ແຕ່ບໍ່ພົບເວັບທີ່ຕ້ອງການ ກໍ່ເລີຍປ່ຽນໄປໃຊ້ຄຳວ່າ “ຫມາ” ປະກົດວ່າ ໃຫ້ຜົນການຊອກຫາດຽວກັນ!
ສັງເກດບ່ອນທີ່ຂີດກ້ອງສີແດງ ຈະເຫັນວ່າ Google ສາມາດຊອກໄດ້ທັງຄຳວ່າ “ຫມາ” ແລະ “ໝາ” ເພາະມັນຮູ້ວ່າ ໝາຍເຖິງສິ່ງດຽວກັນ!