ວັນໂຄດເສົ້າໃນຊີວິດຂອງຂ້າພະເຈົ້າ

ທັມດາຊີວິດຄົນເຮົາຄັ້ງໜຶ່ງຈະມີເລື່ອງເສົ້າໃຈຫຼາຍໜ້ອຍຂຶ້ນກັບຄົນ ໆ ໄປ ແຕ່ສ່ວນຕົວ ຂພຈ ເອງ ເຫີ້ ~ ຮູ້ສຶກວ່າ ມື້ນີ້ ໂຄດເສົ້າເລີຍພີ່ນ້ອງ !

ອຸກຈາຍຍຍຍຍ ~

ຍັງອີກ ໒,໐໐໐ ກີບ

ເລື່ອງນີ້ເປັນເຫດການຈິງທີ່ ຂພຈ ຈະເລົ່າ ມັນເກີດຂຶ້ນເມື່ອມື້ຄືນວານນີ້ເອງ ມີຄົນມາປ່ຽນເງິນ ຖືເງິນໂດລາໃບ ໒໐ ກັບໃບ ໑ ມາ ລວມເປັນ ໒໑ ໂດລາ ຄຶດອັດຕາແລກປ່ຽນເປັນ ໘,໔໐໐ ກີບຕໍ່ ໑ ໂດລາເທົ່າກັບ ໑໗໖,໔໐໐ ກີບ ປັດເສດເຫຼືອ ໑໗໖,໐໐໐ ກີບ ກໍ່ເອົາເງິນໃຫ້ໄປ ພ້ອມຄຶດໄລ່ໃນຈັກຄຶດໄລ່ໃຫ້ເພິ່ນເບິ່ງ.

ປະກົດວ່າ ເພິ່ນ (ຄົນທີ່ມາປ່ຽນເງິນ) ບອກວ່າ “ບໍ່ຮູ້” ຂພຈ ຟັງແລ້ວກໍ່ງົງ ເພາະວ່າ ຫາກບໍ່ຮູ້ແລ້ວຊິຮູ້ບໍ່ຫັ້ນວ່າເງິນໃຫ້ຖືກຫຼືໃຫ້ຜິດ ກໍ່ບໍ່ໄດ້ວ່າຫຍັງ ກໍ່ໃຫ້ໄປ ເພິ່ນກໍ່ໄປເພິ່ນ .. ໄປແບບງົງ ໆ

ຫຼັງຈາກນັ້ນອີກປະມານ ໑໕ ນາທີກໍ່ກັບມາໃໝ່ ບອກວ່າ “ບໍ່ພໍ ໒,໐໐໐ ກີບ” ຂພຈ ຟັງແລ້ວກໍ່ງົງ ກໍ່ເລີຍໄລ່ໃຫ້ລາວເບິ່ງ ລາວກໍ່ບອກວ່າ “ບໍ່ຮູ້” .. “ອີກ ໒,໐໐໐ ກີບແລ້ວພໍ” …

ສະຫຼຸບແລ້ວມື້ນັ້ນກໍ່ເລີຍບໍ່ເວົ້າຫຍັງຫຼາຍ ມີແຕ່ຄືນເງິນໄປກໍ່ຈົບ = =a

ຄືນທີ່ບໍ່ມີອີເມລ

ທັມດາເມື່ອຜ່ານພົ້ນແຕ່ລະຄ່ຳຄືນໄປແລ້ວ ໃນຍາມເຊົ້າຂ້າພະເຈົ້າລຸກຂຶ້ນມາກວດອີເມລ ຈະຕ້ອງພົບກັບອີເມລບໍ່ຕ່ຳກວ່າ ໖ ສະບັບຢູ່ສະເໝີ ເຊິ່ງກາຍເປັນເລື່ອງປົກກະຕິໄປເສຍແລ້ວ ຈະມີອີເມລຕ່າງ ໆ ທີ່ສົ່ງເຂົ້າເປັນປະຈຳ ກາຍເປັນກິດຈະວັດປະຈຳວັນຢ່າງໜຶ່ງໃນຕອນເຊົ້າຂອງຂ້າພະເຈົ້າ

ຈົນໃນມື້ໜຶ່ງ ຄືມື້ນີ້ເອງ ຂ້າພະເຈົ້າຕື່ນມາແລ້ວພົບວ່າ ບໍ່ມີອີເມລເຂົ້າມາໃໝ່ເລີຍ! ນັບເປັນເລື່ອງທີ່ແປກ ໃນໄລຍະເບື້ອງຕົ້ນສັນນິຖານວ່າ

  1. Gmail ຄ້າງ
  2. ເນັດຫຼຸດ
  3. ຄອມມີບັນຫາ

ແຕ່ຫຼັງຈາກກວດສອບຈົນຖີ່ຖ້ວນແລ້ວ ກໍ່ບໍ່ປະກົດບັນຫາໃດ ໆ ເລີຍ! ນັບວ່າແປກຫຼາຍທີ່ບໍ່ມີອີເມລເຂົ້າມາ

ຄືນນັ້ນຄື ຄືນວັນທີ່ ໒໕ ທັນວາ ປີ ໒໕໕໒

.htaccess ທີ່ສ້າງບັນຫາ

ກ່ອນໜ້ານີ້ສາມສີ່ມື້ ພັນລາວປະກົດວ່າມີ high load ຂຶ້ນສູງຫຼາຍ ສູງຈົນຮອດ load avg 400 ເລີຍ ເປັນເຫດໃຫ້ service ຕ່າງ ໆ ເຮັດວຽກບໍ່ໄດ້ ລົ້ມໄປໃນທີ່ສຸດ

ພະຍາຍາມຫາສາເຫດ ໃນເບື້ອງຕົ້ນຄຶດວ່າເປັນນຳຕົວເວັບເອງທີ່ມີບັນຫາ ກໍ່ໄລ່ຫາສາເຫດຢູ່ຫຼາຍມື້ ບໍ່ວ່າຈະເປັນສ່ວນຂອງ module ຕ່າງ ໆ ຈັດການຮື້ຂຶ້ນໃໝ່ໝົດ ປິດການໃຊ້ງານຈົນໝົດ ກໍ່ຍັງບໍ່ຊ່ວຍຫຍັງ ອັດຕາ load avg ຍັງສູງຜິດປົກກະຕິ ຈົນເອົາໄປຝັນຢູ່ຫຼາຍຄືນ ນອນບໍ່ໄດ້ ນອນແລ້ວໃຈມັນຫ່ວງ server ລົ້ມແນ່ ໆ …

ຈົນຮອດມື້ເຊົ້ານີ້ ຄຶດອອກວ່າ .htaccess ນີ້ໃຫຍ່ແປກ ໆ ໃຫຍ່ເກີນຂະໜາດ ບາງທີມັນອາດຈະເປັນສາເຫດກໍ່ໄດ້ ຕອນນັ້ນເອງຄຶດຄັດຄ້ານໃນໃຈວ່າ ບໍ່ໜ້າຈະເປັນໄປໄດ້ ເພາະກ່ອນໜ້ານີ້ກໍ່ຍັງບໍ່ເປັນຫຍັງ… ແຕ່ກໍ່ລອງເບິ່ງ ປະກົດວ່າ load avg ຕ່ຳຕິດດິນທັນທີ ປະມານ 0.xx ເທົ່ານັ້ນ ເປັນອັນວ່າ ສາມາດແກ້ໄຂບັນຫາໄດ້ໃນທີ່ສຸດ (ຫຼັງຈາກລອງວິທີທີ່ຍາກທີ່ສຸດໄປແລ້ວ)

ເທບບບບບ  = =a

ຜູ້ຊະນະທີ່ແທ້ຈິງ

[…] ຊົນພາລກ່າວຄຳຫຍາບດ້ວຍວາຈາ ຍ່ອມສຳຄັນວ່າຊະນະທີດຽວ ແຕ່ຄວາມອົດກັ້ນໄດ້ເປັນຄວາມຊະນະຂອງບັນດິດຜູ້ຮູ້ແຈ້ງຢູ່ ຜູ້ໃດໂກດຕອບບຸກຄົນຜູ້ໂກດແລ້ວ ຜູ້ນັ້ນເປັນຜູ້ລາມົກກວ່າບຸກຄົນຜູ້ໂກດແລ້ວ ເພາະການໂກດຕອບນັ້ນ ບຸກຄົນບໍ່ໂກດຕອບບຸກຄົນຜູ້ໂກດແລ້ວ ຍ່ອມຊື່ວ່າຊະນະສົງຄາມອັນບຸກຄົນຊະນະໄດ້ໂດຍຍາກ ຜູ້ໃດຮູ້ວ່າຜູ້ອື່ນໂກດແລ້ວ ເປັນຜູ້ມີສະຕິ ສະຫງົບຢູ່ໄດ້ ຜູ້ນັ້ນຍ່ອມຊື່ວ່າປະພຶດປະໂຫຍດແກ່ທັງສອງຝ່າຍ ຄືແກ່ຕົນແລະແກ່ຜູ້ອື່ນ ເມື່ອຜູ້ນັ້ນຮັກສາປະໂຫຍດທັງ ໒ ຝ່າຍ ຄືຂອງຕົນແລະຂອງຜູ້ອື່ນ ຊົນທັງຫຼາຍຜູ້ບໍ່ສະຫຼາດໃນທັມ ຍ່ອມສຳຄັນບຸກຄົນນັ້ນວ່າ ເປັນຄົນເຂລົາ ດັ່ງນີ້ […]

84000.org

my life, thoughts, ideas, and random stuff… since 2007