ກຽມຍ້າຍໄປ Ubuntu #໓

ສືບເນື່ອງຈາກເລື່ອງທີ່ຈະຍ້າຍໄປໃຊ້ Ubuntu (ຕອນທີ່ ແລະ ) ກ່ຽວກັບ Firefox ຕອນນີ້ຄຶດວ່າ ອາດຈະບໍ່ຍ້າຍຂໍ້ມູນໃຫ້ຫຍຸ້ງຍາກຫຼາຍ

  • Bookmarks ໃຊ້ Foxmarks ເກັບໄວ້ແລ້ວຄ່ອຍ Sync ມາໃນພາຍຫຼັງ
  • Cookies & History ເສຍດາຍເລັກນ້ອຍເຖິງປານກາງ ແຕ່ຢ່າມັນເທາະ
  • Addons ອັນນີ້ຕ້ອງລົງໃໝ່ ເຊິ່ງປະກອບດ້ວຍ…
    • ColorZilla
    • Firebug
    • Flashblock
    • Foxmarks
    • Google Gears
    • MeasureIt
    • QuickRestart
    • Screen grab!
    • SearchStatus
    • TinEye
    • TwitterFox
    • Web Developer

ມື້ເຊົ້າລອງ Juanty alpha 3 ແລ້ວ ປະກົດວ່າ ມີບັນຫາການເຂົ້າເຖິງ NTSF partition ທີ່ມີຢູ່ ແຕ່ວ່າ ເລື່ອງ VGA ແມ່ນຜ່ານຮຽບຮ້ອຍ ດີກວ່າ 8.10 ອີກ ເຫີ ໆ ສ່ວນ Atheros AR5007EG ນັ້ນໃຊ້ບໍ່ໄດ້ຕາມຄາດ

ພາສາພຣະໄຕຣປີດົກ

ພະຍາຍາມຊອກຂໍ້ມູນພຣະສູດໜຶ່ງ ແຕ່ວ່າ ເຂົ້າໄປໜ້ານັ້ນເທື່ອໃດກໍ່ປະກົດວ່າ Firefox ຄ້າງຕະຫຼອດເປັນສິບຮອບກໍ່ຍັງບໍ່ໄດ້ ກໍ່ເລີຍໃຊ້ IE8 ໃນ Windows 7 Beta Build 7000 ແຕ່ກໍ່ມີບັນຫາ ມັນຂຶ້ນຕາມໃນຮູບ

tp1

ພໍດີວ່າ ເມຍມາເບິ່ງໜ້າຈໍ ລາວຖາມວ່າ ໂອ.. ອັນນີ້ພາສາພຣະໄຕຣປີດົກບໍ?

ກຽມຍ້າຍໄປ Ubuntu #໒

ຕອນທີ່ສອງ ຫຼັງຈາກທີ່ມື້ຄືນວານນີ້ຂຽນໄປແລ້ວສ່ວນໜຶ່ງ ມື້ນີ້ຄຶດອອກອີກວ່າ ນອກຈາກໂປຣແກຣມແລ້ວ ຍັງມີ settings ຂອງໂປຣແກຣມອີກ ເຊັ່ນວ່າ Firefox ເພາະໃຊ້ຕະຫຼອດ ຂາດບໍ່ໄດ້ ແລ້ວກໍ່ບໍ່ຢາກເລີ່ມໃໝ່ໝົດ ສຳລັບຕອນນີ້ຈະຂຽນເລື່ອງຍ້າຍ Firefox ຈາກ Windows ໄປ Ubuntu

ເລື່ອງ Bookmarks ອັນນີ້ Foxmarks ຊ່ວຍໄດ້ ມີຂ້າມ platform ສະບາຍ ໆ ສຳລັບບັນດາ Addons ອັນນີ້ໂຫຼດໃໝ່ກໍ່ໄດ້ ແຕ່ບັນຫາທີ່ຈະມີແມ່ນ ພວກ cookies, history, etc.. ພວກນີ້ສຳຄັນ ໂດຍສະເພາະ history ເພາະຄ້ານພິມໃໝ່ໝົດ ຕອນນີ້ຍັງຄຶດຫາທາງບໍ່ໄດ້ ແຕ່ເບື້ອງຕົ້ນແມ່ນ ຕ້ອງເກັບຂໍ້ມູນໃນ %appdata%\Mozilla\Firefox ແລ້ວຄ່ອຍຊອກວິທີເອົາຍັດເຂົ້າໄປໃນ Ubuntu ໃຫ້ໄດ້

ຕາມນັ້ນ

update: ຄຶດອອກອີກຢ່າງແມ່ນ FileZilla ອັນນີ້ກໍ່ໃຊ້ປະຈຳ ແລ້ວກໍ່ຂາດບໍ່ໄດ້ ເພາະວ່າມີລາຍຊື່ເວັບໄຊທີ່ຕ້ອງໃຊ້ຢູ່ ຄ້ານແກ້ໄຂໃໝ່. FileZilla ມີລະບົບ Export ຄ່າຕ່າງ ໆ ໄວ້ແລ້ວ ສະດວກດີ ສາມາດ export ໄດ້ທັງລາຍຊື່ເວັບໃນ site manager, settings, ແລະ queue ເປັນ XML ໄວ້ import ຕອນຍ້າຍໄປ Ubuntu ໄດ້ 🙂

update ໒: WinMerge ໃຊ້ Meld ແທນ

ກຽມຍ້າຍໄປ Ubuntu

ຄືນນີ້ໂຫຼດ http://cdimage.ubuntu.com/releases/jaunty/alpha-3/jaunty-desktop-i386.iso ມາປະໄວ້ ແລ້ວກໍ່ຈັດລາຍການຕ່າງ ໆ ກ່ອນ ວ່າຕ້ອງເຮັດຫຍັງແດ່ ເບື້ອງຕົ້ນຂຽນລາຍຊື່ໂປຣແກຣມຕ່າງ ໆ ທີ່ຈະຍ້າຍໄປ Ubuntu ກ່ອນວ່າຈະໃຊ້ໂຕໃດດີ

  • Photoshop -> GIMP
  • Adobe Reader -> ບໍ່ແນ່ໃຈ ໜ້າຈະບໍ່ຍາກ
  • Advanced Find and Replace 3 -> ຖ້າບໍ່ມີແທ້ ໆ ກໍ່ໃຊ້ grep ເອົາ -*-
  • AppServ -> ສົງໄສຕ້ອງລົງເອງ
  • FileZilla -> Linux ກໍ່ມີ
  • FlashGet -> ອາດຈະລອງ MultiGet ຫຼືໃຊ້ wget ແທນ
  • Microsoft Office -> OpenOffice
  • Notepad++ -> ໃນ Linux ບໍ່ມີ ແຕ່ໃຊ້ຜ່ານ WINE ໄດ້ ຖ້າຫຍຸ້ງຍາກຫຼາຍກໍ່ Gedit ໄປກ່ອນ
  • RealVNC -> ມີຄືກັນ
  • WLM -> Gaim ຫຼື aMSN
  • WinRAR -> 7-Zip ແຕ່ 7-Zip ມັນ compress RAR ບໍ່ໄດ້
  • XnView -> ມີໃນ Linux
  • uTorrent -> ໃຊ້ຜ່ານ WINE ຫຼືໃຊ້ Transmission

ມື້ນີ້ຄຶດອອກເທົ່ານີ້ ຕອນໃຊ້ແທ້ ໆ ໜ້າຈະມີບັນຫາຫຼາຍຢ່າງ ແຕ່ວ່າ ທີ່ແນ່ ໆ ແມ່ນບໍ່ມັກ font rendering ໃນ Ubuntu ມັນບໍ່ຖືກໃຈປານໃດ ພໍດີໄປເຫັນ Fonts like Mac ສົງໄສຊິໃຊ້ອັນນີ້

ດຽວມື້ອື່ນວ່າກັນ (ຖ້າທັນ)

my life, thoughts, ideas, and random stuff… since 2007